ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ອັນນັນ ຈະລາຍງານ ການສັງຫານໝູ່ ຄັ້ງໃໝ່ ໃນຊີເຣຍ ຕໍ່ ສປຊ


ເຫດການກໍ່ຄວາມຮຸນແຮງ ແລະການເຂັ່ນຂ້າປະຊາຊົນໃນຊີເຣຍໂດຍລັດຖະບານຂອງທ່ານ Assad ນັ້ນ ຍັງດໍາເນີນໄປ ຢ່າງບໍ່ລົດລະ
ເຫດການກໍ່ຄວາມຮຸນແຮງ ແລະການເຂັ່ນຂ້າປະຊາຊົນໃນຊີເຣຍໂດຍລັດຖະບານຂອງທ່ານ Assad ນັ້ນ ຍັງດໍາເນີນໄປ ຢ່າງບໍ່ລົດລະ

ທ່ານ ​ໂກ​ຟີ ອັນ​ນັນ ຜູ້​ໄກ່​ເກ່ຍຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະສັນນິ ບາ​ດອາຣັບ ມີ​ກໍານົດ​ຈະລາ​ຍງານ​ສັ້ນໆ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ​ແລະ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສະຖານະ​ການ​ໃນ​ຊີ​ເຣຍ ​ໃນ​ຂະນະ​ທີ່​ພວກ​ນັກ​ເຄຶ່ອນ​ໄຫວ​ໄດ້ກ່າວ​ຫາ​ພວກ​ທະຫານ​ບ້ານ​ທີ່ນິຍົມ​ລັດ​ຖະບານ​ແລະ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານວ່າ ​ໄດ້​ທໍາ​ການ​ສັງຫານ​ໝູ່ຄັ້ງ​ໃໝ່ ​ຢູ່​ໃນ​ແຂວງ Hama ທາງ​ພາກ​ກາງຂອງ​ປະ​ເທດ.

ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ປະຊາຊົນ​ຢ່າງ​ໜ້ອຍ 78 ຄົນ ​ໂຮມ​ທັງ​ແມ່ ຍິງ​ແລະ​ເດັກໄດ້ຖືກ​ສັງຫານ​ເມື່ອ​ວັນ​ພຸດ​ວານ​ນີ້. ພວກ​ເຂົາ​ເຈົ້າກ່າວ​ວ່າ ພວກ​ທີ່​ຖືກຂ້າ​ຕາຍບາງ​ຄົນ​ນັ້ນ ​ແມ່ນ​ຢູ່​ໃນ​ໝູ່​ບ້ານ al-Kubeir ​ແລະ Maazarif ຊຶ່ງ​ໄດ້​ຖືກ​ແທງ​ຈົນ​ຕາຍ ​ແລະ​ຢ່າງ​ໜ້ອຍ​ອີກ 12 ຄົນ​ຖືກເອົາໄຟຈູດ.

ກຸ່ມ​ສິ້ງ​ຊອມ​ສິດ​ທິມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ອັງກິດ ກ່າວ​ວ່າ ກຸ່ມ​ທະ ຫານ​ບ້ານ shabiha ທີ່​ມີ​ປືນ​ແລະມີດ​ເປັນ​ອາວຸດ ​ໄດ້​ບຸກ​ໂຈມ​ຕີຫຼັງຈາກ ກໍາລັງ​ທະຫານ​ຂອງ​ລັດຖະບານ​ໄດ້​ຍິງ​ປືນ​ໃຫຍ່​ຖະຫຼົ່ມເຂດ​ດັ່ງກ່າວ​ແລ້ວ​ນັ້ນ.

ກຸ່ມ​ຝ່າຍ​ຄ້ານ​ພັດ​ຖິ່ນ Syrian National Council ຫຼືສະພາປົກຄອງ​ແຫ່ງ​ຊາດຊີ​ເຣຍ ​ໄດ້​ຮຽກຮ້ອງໃຫ້ກອງທັບຊີ​ເຣຍ​ເສລີ ​ແລະ​ພັກ​ຝ່າຍ​ຄ້ານ​ທີ່​ປະກອບ​ອາວຸດ​ອື່ນໆ​ຈົ່ງ​ຕອບ​ໂຕ້​ເພີ່ມ​ການ​ຕ້ານ​ຢັນ​ຂອງພວກ​ເຂົາ​ເຈົ້າ.

ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ​ໄດ້​ເອີ້ນ​ການ​ໂຈມ​ຕີທີ່​ລາຍ​ງານ​ມາ​ນັ້ນ​ວ່າ ​ໄຮ້​ສະຕິ​ແລະ​ປ່າ​ເຖື່ອນ ​ແລະ​ກ່າວ​ວ່າ ຖ້າ​ມັນ​ເປັນ ​ເລຶ່ອງຈິງ​ແລ້ວ ປະຊາ​ຄົມນາໆ​ຊາດ​ກໍ​ຈະ​ຕ້ອງ​ປະຕິບັດ​ການ​ເພີ່ມ​ຕື່ມ​ເພື່ອ​ປະນາມຢ່າງ​ເດັດດ່ຽວ ຕໍ່​ລັດຖະບານ​ຂອງ​ປະທານາທິບໍດີ Bashar al- Assad ນັ້ນ.

ຝ່າຍ​ລັດຖະບານ​ຊີ​ເຣຍ ​ໄດ້​ຖິ້ມ​ໂທດ​ໃສ່ ກຸ່ມ​ກໍ່​ການ​ຮ້າຍ​ສໍາລັບ​ເຫດການ​ຄວາມ​ຮຸນ​ແຮງ​ຄັ້ງ​ນີ້.

​ຂະນະ​ດຽວ​ກັນ ບັນດາ​ນັກ​ການ​ທູ​ດກ່າວ​ວ່າ ທ່ານ ອັນ​ນັນ ຊຶ່ງ​ເປັນຜູ້​ໄກ່​ເກ່ຍຂອງອົງການ​ສະຫະ​ປະຊາ​ຊາດ​ແລະສັນນິບາດ​ອາຣັບ ກໍາລັງ​ຕຽມ​ນໍາ​ສະ​ເໜີ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ​ແຜນການ​ໃໝ່​ຊຸດ​ນຶ່ງ ​ເພື່ອ​ກອບ​ກູ້​ແຜນ​ສັນ ຕິພາບ​ທີ່​ບໍ່​ປະສົບ​ຜົນ​ສໍາ​ເລັດ​ຂອງທ່ານ​ສໍາລັບ​ຊີ​ເຣຍນັ້ນ.

ພວກ​ເຂົາ​ເຈົ້າກ່າວ​ວ່າ ​ແຜນການ​ໃໝ່​ຂອງ​ທ່ານ ອັນ​ນັນ ນັ້ນ​ຈະ​ຈັດ​ຕັ້ງກຸ່ມ ​ຕິດ​ຕໍ່​ປະສານ​ງານກຸ່ມ​ນຶ່ງຂຶ້ນສໍາລັບ​ຊີ​ເຣຍ ທີ່​ໂຮມ​ທັງຫ້າປະ​ເທດສະມາຊິກ ຖາ​ວອນຂອງສະພາ​ຄວາມ​ໝັ້ນຄົງ ​ແລະບັນດາ​ປະ​ເທດ​ທີ່ມີ​ບົດບາດ​ສໍາຄັນ ຢູ່​ໃນຂົງ​ເຂດ ທີ່​ມີ​ອິດທິພົນ​ຕໍ່​ດາ​ມັສກັສຫຼືພັກ​ຝ່າຍ​ຄ້ານ ​ເຊັ່ນ Saudi Arabia, Qatar, Turkey ​ແລະ​ອິຣ່ານ. ກຸ່ມ​ດັ່ງກ່າວ​ຈະ​ພະຍາຍາມ ວາງ​ແຜນການ​ເພື່ອ​ການ​ປ່ຽນ​ແປງ​ທາງ​ການ​ເມືອງທີ່​ນໍາ​ໄປ​ສູ່​ການ​ລົງ​ຈາກ​ອໍານາດ​ຂອງ​ປະທານາທິບໍດີ ອາ​ຊັສ ​ແລະ​ຈັດການ​ເລືອກ​ຕັ້ງ​ທີ່​ເສລີຂຶ້ນ.

XS
SM
MD
LG