ບັນດານັກເຄຶ່ອນໄຫວຊີເຣຍ ໄດ້ລາຍງານການລະດົມຍິງທີ່ເກີດຂື້ນໃໝ່ໆ ເມື່ອວັນພຸດມື້ນີ້ ຢູ່ໃນເຂດດຽວກັນຂອງເມືອງ Hama ບ່ອນທີ່ພວກໄປ ສົ່ງສະການຢ່າງໜ້ອຍ 20 ຄົນຖືກຍິງຕາຍເມື່ອວັນອັງຄານ ໃນເວລາບໍ່ດົນກ່ອນລະເບີດແຄມທາງລູກນຶ່ງ ແຕກຂື້ນໃກ້ໆບັນດານັກສັງເກດການສະຫະປະຊາຊາດນັ້ນ.
ກຸ່ມສິ້ງຊອມສິດທິມະນຸດຊີເຣຍ ບອກວີໂອເອວ່າ ມີສຽງປືນດັງຂຶ້ນ ຢູ່ເຂດ Khan Sheikhoun ທາງພາກກາງຂອງປະເທດ ແຕ່ບໍ່ຮູ້ແຈ້ງວ່າ ແມ່ນໃຜເປັນຜູ້ຍິງ.
ກຸ່ມສິ້ງຊອມສິດທິມະນຸດຊີເຣຍທີ່ມີສໍານັກງານຢູ່ກຸງລອນດອນ ຍັງເວົ້າອີກວ່າ ຢ່າງໜ້ອຍມີຄົນຖືກສັງຫານສາມຄົນ ຫລັງຈາກກໍາລັງຮັກສາຄວາມປອດໄພ ເປີດສາກຍິງໃສ່ຄ້າຍອົບພະຍົບແຫ່ງນຶ່ງໃນແຂວງ Daraa.
ຂະນະດຽວກັນ ພວກນັກສັງເກດການສະຫະປະຊາຊາດຈຳນວນນຶ່ງໄດ້ພັກ ຄ້າງຄືນ ທີ່ຄຸ້ມ Khan Sheikhoun ພາຍໃຕ້ການຄຸ້ມຄອງຂອງພວກກະບົດ ຫຼັງຈາກລົດຂອງພວກນັກສັງເກດການຄັນນຶ່ງໄດ້ຮັບຄວາມເສຍຫາຍ ຈາກເຫດລະເບີດໃນມື້ວານນີ້.
ພວກນັກສັງເກດການຈຸນີ້ເປັນພາກສ່ວນນຶ່ງ ຂອງກຸ່ມນັກສັງເກດການຂະ ໜາດໃຫຍ່ຂອງອົງການສະຫະປະຊາຊາດທີ່ຢາຍກັນໄປປະຕິບັດການຢູ່ທົ່ວປະເທດເພື່ອຊັ່ງຊາຕີລາຄາເບິ່ງການປະຕິບັດຕາມສັນຍາຢຸດຍິງທີ່ແຕກຫັກໄດ້ງ່າຍ ລະຫວ່າງຝ່າຍລັດຖະບານແລະພວກຝ່າຍຄ້ານ ທີ່ໄກ່ເກ່ຍໂດຍທູດພິເສດນາໆຊາດ ທ່ານໂຄຟີ ອັນນັນ ນັ້ນ.
ພົນຕີ Robert Mood ຫົວໜ້າຄະນະສັງເກດການ ກ່າວວ່າ ພວກນັກສັງ ເກດການທີ່ພັກເຊົາຢູ່ໃນເຂດ Khan Sheikhoun ນັ້ນ ປອດໄພດີ ແລະຈະຍ້າຍໜີອອກຈາກທີ່ນັ້ນໃນວັນພຸດມື້ນີ້.
ສະຫະປະຊາຊາດກ່າວວ່າ ມີປະຊາຊົນຫລາຍກວ່າ 9,000 ຄົນຖືກຂ້າ ຕາຍໃນເຫດຄວາມຮຸນແຮງ ທີ່ກ່ຽວພັນກັບການລຸກຮືຂຶ້ນປະທ້ວງຕໍ່ຕ້ານລັດຖະບານ ທີ່ລະເບີດຂຶ້ນເມື່ອຫລາຍກວ່ານຶ່ງປີຜ່ານມາ. ລັດຖະບານຊີ
ເຣຍໄດ້ຖິ້ມໂທດໃສ່ກຸ່ມກໍ່ການຮ້າຍປະກອບອາວຸດ ກ່ຽວກັບເຫດການກໍ່ ຄວາມບໍ່ສະຫງົບສ່ວນໃຫຍ່ ທີ່ເກີດຂຶ້ນໃນປະເທດນັ້ນ