ມີລາຍງານຂ່າວຫລາຍກະແສກ່ຽວກັບການລະດົມຍິງຢ່າງ ສົດໆຮ້ອນໆໃສ່ເມືອງ Homs ທີ່ຢູ່ທາງພາກກາງຂອງ ຊີເຣຍ ຂະນະທີ່ກໍາລັງຂອງຝ່າຍລັດ ຖະບານຍັງສືບຕໍ່ ຄວາມພະຍາຍາມ ທີ່ຈະບຸກທໍາລາຍການລຸກຮືຕໍ່ຕ້ານ ລັດຖະ ບານນັ້ນ.
ນາຍ Nataji Tayara ນັກເຄຶ່ອນໄຫວຄົນນຶ່ງ ບອກສື່ ມວນຊົນຕາເວັນຕົກວ່າ ເຫດລະເບີດຫຼາຍໆຄັ້ງໄດ້ສັ່ນ ສະເທືອນຕົວເມືອງ ເມື່ອວັນພຸດມື້ນີ້ ໃນຂະນະທີ່ຝ່າຍ ກໍາລັງຮັກສາຄວາມປອດໄພ ບຸກເຂົ້າໄປໃນຫຼາຍໆຄຸ້ມ ຂອງ ເມືອງດັ່ງກ່າວ.
ຝ່າຍກໍາລັງຮັກສາຄວາມປອດໄພໄດ້ບຸກຍຶດສູນກາງປະທ້ວງແຫ່ງສໍາຄັນໃນທົ່ວປະເທດຫລາຍເພີ່ມຂຶ້ນ. ເມື່ອວັນອັງຄານວານນີ້ ພວກກຸ່ມປົກປ້ອງສິດທິ ມະນຸດເວົ້າວ່າ ຝ່າຍທະຫານໄດ້ ປິດລ້ອມແບບຄົນໃນບໍ່ ໃຫ້ອອກຄົນນອກບໍ່ໃຫ້ເຂົ້າໃນຫລາຍໆຕົວເມືອງ ແລະທໍາການບຸກ ຄົ້ນບ້ານເຮືອນເພື່ອຊອກຄົ້ນ ຫາພວກທີ່ເຈົ້າໜ້າທີ່ຕ້ອງການຕົວ.
ພວກກຸ່ມສິດທິມະນຸດກ່າວອີກວ່າ ພົນລະເຮືອນຫລາຍກວ່າ 630 ຄົນໄດ້ເສຍຊີວິດ ແລະ ອີກຢ່າງໜ້ອຍ 9,000 ຄົນທີ່ຖືກກັກຂັງນັບຕັ້ງແຕ່ພວກປະທ້ວງເລີ່ມພາກັນຮຽກຮ້ອງໃຫ້ ປະທານາທິບໍດີ Bashar al-Assad ລາອອກ ໃນເດືອນມີນາທີ່ຜ່ານມານັ້ນ.
ທ່ານ ພັນ ຄີມູນ ເລຂາທິການອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ ປະທານາທິບໍດີ Assad ຢຸດເຊົາການຈັບກຸມໝູ່ແລະຈົ່ງເອົາໃຈໃສ່ຕໍ່ຄຳຮຽກຮ້ອງໃຫ້ມີການປະຕິຮູບ. ທ່ານ ພັນ ຄີມູນ ໄດ້ໃຫ້ຄໍາຊີ້ນໍາດັ່ງກ່າວນີ້ໃນລະ ວ່າງການໃຫ້ສໍາພາດສື່ມວນຊົນທີ່ນະຄອນ ຫລວງເຈນີວາ ປະເທດສວີສເຊີແລນ ເມື່ອວັນພຸດມື້ນີ້.
ເມື່ອວັນອັງຄານວານນີ້ ພວກນັກການທູດຈາກປະເທດຕາເວັນຕົກກ່າວວ່າ ຄູເວດ ໄດ້ຖືກ ສະເໜີຊື່ ເພື່ອຈະໃຫ້ເປັນຜູ້ເຂົ້າໄປປ່ຽນຊີເຣຍ ຢູ່ໃນສະພາສິດທິມະນຸດຂອງ ອົງການສະຫະ ປະຊາຊາດ. ພວກທູດພິເສດຫລາຍໆຄົນ ກ່າວວ່າ ຊີເຣຍໄດ້ຢຸດເຊົາໃນການດຳເນີນຄວາມ ພະຍາຍາມ ເພື່ອຈະເຂົ້າໄປນັ່ງຢູ່ ໃນສະພາສິດທິມະນຸດ ທີ່ມີສະມາຊິກ 47 ປະເທດ ພາຍໃຕ້ຄວາມກົດດັນ ຈາກພວກປະເທດທີ່ເປັນສະມາຊິກອົງການສະຫະປະຊາຊາດນັ້ນ