ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປະທ້ວງຍັງດໍາເນີນຢູ່ຕໍ່ມາ ໃນຊີເຣຍ


ພາບຂອງພວກປະທ້ວງຊີເຣຍ ທີ່ຖືກລັດຖະບານປາບປາມຢ່າງໜັກ
ທີ່ເມືອງ Daraa ຂອງຊີເຣຍ
ພາບຂອງພວກປະທ້ວງຊີເຣຍ ທີ່ຖືກລັດຖະບານປາບປາມຢ່າງໜັກ ທີ່ເມືອງ Daraa ຂອງຊີເຣຍ

ກໍາລັງຮັກສາຄວາມປອດໄພຊີເຣຍໄດ້ທໍາການກວາດລ້າງ ຢ່າງໜັກໜ່ວງຕໍ່ພວກປະທ້ວງຄັດຄ້ານລັດຖະບານ ພ້ອມ ກັບກັກຂັງພວກປະຊາຊົນ ຫລາຍ ກວ່າ 1,000 ຄົນ ໃນໄລຍະສາມມື້ຜ່ານມານີ້ ໃນຂະນະທີ່ມີການປະນາມຢ່າງ ກວ້າງຂວາງຕໍ່ລັດຖະບານຂອງປະທານາທິບໍດີ Bashar al-Assad ນັ້ນ.

ທ່ານ Ammar Qurabi ຫົວໜ້າອົງການຈັດຕັ້ງແຫ່ງຊາດ
ເພື່ອສິດທິມະນຸດໃນຊີເຣຍກ່າວເມື່ອວັນອັງຄານມື້ວານນີ້ວ່າ
ຢູ່ຕາມເຂດເທດສະບານຕ່າງໆ ໄດ້ມີການເຫັນເຫດການ
ກ່ຽວກັບການເພີ່ມຂະຫຍາຍທີ່ຂາດສະຕິ ຢັ້ງຄິດໂດຍພວກ
ເຈົ້າໜ້າທີ່ ທີ່ທໍາການຈັບກຸມ ບຸກຄົນໃດກໍຕາມທີ່ສໍ່ສະແດງວ່າ ຈະປະທ້ວງລັດຖະບານ.

ສ່ວນກຸ່ມປົກປ້ອງສິດທິມະນຸດອື່ນໆ ໂຮມທັງອົງການນິລະໂທດສາກົນ ກ່າວວ່າ ພວກ ຜູ້ຊາຍຫລາຍຄົນທີ່ຈັບນັ້ນ ໄດ້ຖືກທຸກຕີຢ່າງສາຫັດ ໃນການປະຕິບັດການຈັບກຸມທີ່ມີ ໂຮມທັງພວກແມ່ຍິງ ພວກໄວລຸ່ນ ແລະພວກຜູ້ເຖົ້າ ແຕ່ກໍບໍ່ສາມາດສະກັດກັ້ນບໍ່ໃຫ້ ເກີດການປະທ້ວງ ແຕ່ຢ່າງໃດ.

ການເດີນຂະບວນປະທ້ວງຍັງດໍາເນີນສືບຕໍ່ໄປ ໃນຂະນະພວກປະຊາຊົນຫລາຍພັນຄົນ ພາກັນເຕົ້າໂຮມຢູ່ໃນເມືອງທ່ານໍ້າມັນ Banias ເມື່ອວັນອັງ ຄານວານນີ້ ເພື່ອທວງໃຫ້ ລັດຖະບານ ຍົກເລີກການປິດລ້ອມຕໍ່ເມືອງ Daraa ນັ້ນ ພວກນັກເຄຶ່ອນໄຫວກ່າວວ່າ ພວກປະທ້ວງພາກັນແບກຫາມ ກ້ອນເຂົ້າຈີ່ເພື່ອເປັນສັນຍະລັກໃນຄວາມສາມັກຄີຂອງ ພວກເຂົາເຈົ້າ ກັບ ປະຊາຊົນທີ່ຖືກກົດຂີ່ປາບປາມໃນເມືອງ Daraa ນັ້ນ.

ນໍ້າມັນເຊື້ອໄຟ ນໍ້າ ໄຟຟ້າ ແລະການຄົມມະນາຄົມຕ່າງໆໄດ້ຖືກຕັດຂາດ ຢູ່ທີ່ເມືອງ Daraa ມາເປັນເວລາຫລາຍມື້ແລ້ວ ແລະໃນເວລານີ້ອາຫານ ການກິນກໍຂາດແຄນ ຢ່າງໜັກ.

XS
SM
MD
LG