ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງທະຫານຊີເຣຍ ຖະລົ່ມ ເຂດຊານເມືອງດາມັສກັສ ຢ່າງໜັກ


ເຫດການປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ທີ່ເມືອງ Douma ຊານ ເມືອງດາມັສກັສ ບ່ອນທີ່ໃນເວລາຕໍ່ມາຖືກຖະລົ່ມຢ່າງໜັກໂດຍກໍາລັງທະ ຫານຂອງລັດຖະບານນັ້ນ.
ເຫດການປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ທີ່ເມືອງ Douma ຊານ ເມືອງດາມັສກັສ ບ່ອນທີ່ໃນເວລາຕໍ່ມາຖືກຖະລົ່ມຢ່າງໜັກໂດຍກໍາລັງທະ ຫານຂອງລັດຖະບານນັ້ນ.

ພວກ​ນັກ​ເຄຶ່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ທະຫານ​ຂອງລັດຖະບານ ທີ່​ໜຸນ​ຫລັງ ​ໂດຍ​ລົດ​ຖັງ ໄດ້​ສັງຫານ​ສາມ​ຄົນ​ຢູ່ໃກ້​ເມືອງ​ຫລວງ​ດາ​ມັສກັສ ​ແມ່ນ​ແຕ່​ໃນ ຂະນະ​ທີ່​ທ່ານ ​ໂຄ​ຟີ ອັນ​ນັນ ທູດ​ພິ​ເສດຂອງນາໆ​ຊາດ ​ໄດ້​ເອີ່ຍ​ເຖິງການ​ຕັດສິນ​ໃຈ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດທີ່​ຈະ​ສົ່ງ​ນັກ​ສັງ​ເກດ​ ການ​ຢຸດ​ຍິງ ຈໍານວນ 300 ຄົນ ​ໄປ​ຍັງ​ຊີ​ເຣຍວ່າ ​ເປັນຊ່ວງ​ຫົວລ້ຽວຫົວ​ຕໍ່ ສໍາລັບປະ​ເທດ​ດັ່ງກ່າວ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ ​ທີ່​ມີ​ສໍານັກງານ​ຢູ່​ອັງກິດ ລາຍ​ງານ​ວ່າ ມີ​ການ​ລະດົມ​ຍິງ​ປືນ​ໃຫຍ່​ແລະ​ອາ​ວຸດ​ໜັກ ​ໃນ​ວັນ​ອາທິດ​ມື້​ນີ້ ​ເວລາ​ກໍາລັງທີ່​ຈົ່ງ​ຮັກ​ພັກດີ​ຕໍ່ປະທານາທິບໍດີ Bashar al-Assad ບຸກຖະລົ່ມ​ເມືອງດູ​ມາ ຢູ່​ເຂດ​ຊານ​ເມືອງ​ຫລວງ​ດາ​ມັສກັສນັ້ນ.

ພວກ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ກ່າວ​ວ່າ ​ເມືອງ Homs ຊຶ່ງ​ເປັນ​ຈຸດ​ທີ່​ມີ​ການສູ້​ລົບ​ກັນ​ຢ່າງ​ຮຸນ​ແຮງ​ຕະຫລອດ​ມາ​ນັ້ນ ກໍ​ໄດ້​ຖືກ​ຍິງ​ຖະລົ່ມຢ່າງ​ໜັກ ໜ່ວງອີກ​ມື້​ນຶ່ງ​ໃນ​ມື້​ນີ້ ຫລັງ​ຈາກ​ໄດ້​ຢຸດ​ຊົ່ວ​ຄາວ​ໄປ​ ນຶ່ງມື້ກ່ອນພວກ​ທີ​ມສັງ​ເກດການ​ລ່ວງ​ໜ້າ​ນ້ອຍໆ​ທີ​ມນຶ່ງ​ຂອງຢູ​ແອັນ ໄດ້​ໄປທ່ຽວ​ເລາະ​ສັງ​ເກດ​ການໃນ​ຕົວ​ເມືອງ​ດັ່ງກ່າວ. ນັກ​ສັງ​ເກດ​ການ​ສອງ​ຄົນ​ໄດ້ນອນ​ພັກ​ຄ້າງ​ຄືນ ​ຢູ່​ໃນ​ເມືອງ Homs.

ວີ​ໂອ​ເອບໍ່​ສາມາດ​ໄດ້​ຮັບ​ການ​ຢືນຢັນ​ລາຍ​ງານ​ຂ່າວກ່ຽວ​ກັບ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ ​ແລະ​ຈໍານວນ​ຜູ້​ເສຍ​ຊີວິດເຫລົ່າ​ນີ້​ໄດ້​ ຈາກ​ແຫ​ລ່ງຂ່າວ​ອິດ​ສະລະ ​ເນຶ່ອງຈາກ​ລັດຖະບານຊີ​ເຣຍ​ໄດ້​ຫ້າມ​ບໍ່​ໃຫ້​ສື່​ມວນ​ຊົນ​ນາໆຊາດ ​ເຂົ້າ​ໄປ​ໃນ​ເຂດ​ດັ່ງກ່າວ.

ທີ່ນະຄອນເຈ​ນີວາ ປະ​ເທດ Switzerland ທ່ານ ​ໂຄ​ຟີ ອັນ​ນັນ ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ ກໍ​ຄືຝ່າຍລັດຖະບານ​ຊີ​ເຣຍ ​ແລະ​ພວກນັກ​ລົບ​ຂອງ​ຝ່າຍ​ຄ້ານ ຈົ່ງ​ພາກັນ​ວາງ​ອາວຸດ ​ແລະ​ໃຫ້​ຮ່ວມ​ປະຕິບັດ​ງານ​ກັບ​ພວກ​ນັກ​ສັງ​ເກດ​ການ ທີ່​ບໍ່​ຖືອາວຸດນັ້ນ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ການ​ຢຸດ​ຍິງ​ທີ່​ຍັງ​ແຕກ​ຫັກ​ໄດ້​ງ່າຍ ທີ່​ໄດ້​ມີ​ການຈັດ​ຕັ້ງ​ປະຕິບັດ​ເມື່ອ​ສິບວັນ​ຜ່ານ​ມານັ້ນ.

ທ່ານ​ອັນ​ນັນ ກ່າວ​ວ່າ ​ໂດຍ​ສະ​ເພາະ​ແມ່ນ​ຝ່າຍ​ລັດຖະບານນັ້ນ ຈະ​ຕ້ອງ​ຍຸຕິການ​ໃຊ້​ອາວຸດ​ໜັກ​ທັງຫລາຍ ຖອນ​ກໍາລັງ​ທະຫານ​ຂອງ​ຕົນອອກ​ຈາກ​ເຂດ​ທີ່​ມີ​ປະຊາ​ຊົນ​ອາ​ໃສ​ຢູ່​ ​ແລະ​ຈັດ​ຕັ້ງ​ປະຕິບັດ​ພັນທະ​ຕ່າງໆ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ ​ພາຍ​ໃຕ້​ແຜນສັນຕິພາບ​ຫົກ​ຂໍ້ ທີ່ທັງ​ສອງ​ຝ່າຍ​ໄດ້ຮັບຮອງ​ເອົາ​ ເພື່ອຍຸຕິຄວາມຮຸນ​ແຮງ​ທີ່​ຍືດ​ເຍື້ອມາ​ໄດ້ 13 ​ເດືອນ​ແລ້ວ​ນັ້ນ.

XS
SM
MD
LG