ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ກ່າວວ່າ ຊີເຣຍ ຍັງບໍ່ປະຕິບັດຕາມ ຂໍ້ຕົກລົງຢຸດຍິງ


ເລຂາທິການໃຫຍ່ອົງການສປຊ ທ່ານ Ban Ki-moon
ເລຂາທິການໃຫຍ່ອົງການສປຊ ທ່ານ Ban Ki-moon

ທ່ານ​ພັນ ຄີ​ມູນ ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ ຊີ​ເຣຍຍັງ​ບໍ່​ໄດ້​ປະຕິ
ບັດ​ນໍາ​ໃຊ້​ ຂໍ້​ຕົກລົງ​ການ​ຢຸດ​ຍິງ​ນັ້ນ​ ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ເທື່ອ ​ແຕ່​ທ່ານ​ໄດ້​ຮຽກຮ້ອງ
ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາຊາດອະນຸຍາດ​ສົ່ງ​ພວກ​ນັກ​ສັງ​ເກດ​ການ​ໄປ​ປະຕິ​ບັດ
ການ​ເປັນ​ເວລາ​ສາມ​ເດືອນ.

ໃນ​ສານ​ສະບັບນຶ່ງ​ສົ່ງ​ໃຫ້​ປະທານ​ສະພາ​ຄວາມ​ໝັ້ນຄົງທີ່​ໄດ້​ຮັບ​ໂດຍ​ວີ​ໂອ​ເອນັ້ນ ທ່ານ​ພັນ
ຄີ​ມູນ ກ່າວ​ວ່າລັດຖະບານ​ຂອງປະທານາທິບໍດີ Bashar al-Assad ຍັງ​ບໍ່​ໄດ້​ຖອນ​ກໍາລັງ
ທະຫານ​ແລະ​ອາວຸດ​ໜັກ​ຂອງ​ຕົນ​ອອກ​ໄປເທື່ອ ​ແລະ​ວ່າ​ຍັງ​ບໍ່ເຫັນ​ມີ​ການ​ປະຕິບັດ​ທີ່​ສ້າງ
ຄວາມ​ກ້າວໜ້າ​ໃດໆ​ໃນ​ການເຂົ້າຫາ​ເຂົ້າ​ເຖິງ​ດ້ານ​ມະ​ນຸດ​ສະ​ທໍາຫລື​ປ່ອຍ​ຕົວ​ພວກ​ຖືກ​ກັກ
ຂັງ​ນັ້ນ.

ທ່ານ​ພັນ ​ຄີ​ມູນ ​ໄດ້​ສະ​ເໜີ​ໃຫ້​ສົ່ງ​ນັກ​ສັງ​ເກດ​ການ​ຈໍານວນ 300 ​ໄປ​ປະ​ຈໍາການ​ຢູ່​ຕາມ​ສະ
ຖານ​ທີ່​ຕ່າງໆ​ປະມານ 10 ​ແຫ່ງ​ໃນ​ຊີ​ເຣຍ. ທ່ານ​ພັນ​ຄີ​ມູນ ກ່າວ​ຕື່ມ​ວ່າພາລະກິດ​ດັ່ງກ່າວ
ນີ້ ​ແມ່ນ​ຈະ​ຕິດຕາມ​ເບິ່ງ​ການ​ຍຸຕິ​ການ​ກໍ່​ຄວາມ​ຮຸນ​ແຮງຕາມ​ແຜນການ​ສັນຕິພາບທີ່​ແນະ​
ນໍາ​ໂດຍ​ທ່ານ​ໂຄ​ຟີ ອັນ​ນັນ ທູດ​ພິເສດ​ສະຫະ​ປະຊາ​ຊາດ ​ແລະ​ສັນນິບາດ​ຊາດ​ອາ​ຫຣັບ.

ສານ​ດັ່ງກ່າວ​ຍັງ​ເວົ້າວ່າ ມັນ​ຂຶ້ນຢູ່​ກັບ​ລັດຖະບານ​ຊີ​ເຣຍ ທີ່​ຈະ​ຮັບປະກັນ ດ້ານ​ຄວາມ​ປອດ
ໄພ​ຂອງ​ພວກ​ນັກ​ສັງ​ເກດ​ການ ​ແລະ​ວ່າ​ພວກ​ເຂົາ​ເຈົ້າຈະ ທໍາການ​ເຄຶ່ອນ​ໄຫວ​ໄດ້​ຢ່າງ​ເສລີ.

ຜູ້​ຮອງຂອງ​ທ່ານ​ໂຄ​ຟີ​ ອັນ​ນັນ ​ແລະຮອງ​ຫົວໜ້າ​ຜະ​ແນ​ກ​ຮັກສາ​ສັນຕິ ພາບ​ຂອງ​ອົງ
ການ​ສະ​ຫະປະຊາ​ຊາດ ມີ​ກໍານົດ​ຈະລາ​ຍງານ​ໂດຍ​ສັງ​ເຂ​ບຕໍ່​ສະພາຄວາມ​ໝັ້ນຄົງ​ໃນ​ວັນ
ພະຫັດ​ມື້​ນີ້.

ທີ​ມງານລ່ວງ​ໜ້າ​ທີ​ມນຶ່ງ​ຂອງ​ສະ​ຫະປະຊາ​ຊາດ ​ໄດ້​ເລິ່ມຕົ້ນ​ປະຕິ​ບັດ​ງານ​ໃນ​ຊີ​ເຣຍ​ແລ້ວ​
ໃນ​ຕົ້ນ​ອາທິດ​ນີ້. ທ່ານ​ພັນ ຄີ​ມູນ ກ່າວ​ວ່າ ພວກ​ເຈົ້າໜ້າ​ທີ່ຊີ​ເຣຍ​ໄດ້ປະຕິ​ເສດຄໍາ​ຮ້ອງ​ຂໍ
ໄປ
ຢ້ຽມຢາມ​ເມືອງ Homs ຂອງ​ພວກ​ສັງ ​ເກດ​ການ ​ໂດຍ​ອ້າງ​ວ່າ​ເປັນ​ຫ່ວງ​ດ້ານ​ຄວາມ
ປອດ​ໄພ.

ທ່ານ​ພັນ ຄີ​ມູນ ກ່າວ​ຕໍ່​ໄປ​ວ່າມີ​ການ​ຍິງ​ປືນ​ຢູ່​ຄຸ້ມ Arbeen ເຂດ​ຊານ​ເມືອງ​ດາ​ມັສກັສ ​ເມື່ອ
ວັນ​ພຸດ​ວານ​ນີ້ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ໂດຍ​ພວກນັກສັງ​ເກດ​ການ ​ແຕ່​ກໍ່​ບໍ່​ເປັນ​ທີ່​ແຈ້ງ
ຂາວ​ວ່າ​ຝ່າຍ​ໃດ​ເປັນ​ຜູ້ຮັບຜິດ​ຊອບໃນ ​ການ​ຍິງປືນທີ່​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ປະ​ທ້ວງ​ຕໍ່
ຕ້ານ​ລັດຖະບານ​ນັ້ນ.

ພວກ​ນັກ​ເຄຶ່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ຂອງ​ຊີ​ເຣຍ ກ່າວ​ວ່າ ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ​
ຍັງດໍາເນີນ​ສືບ​ຕໍ່​ໄປ​ເມື່ອ​ວັນ​ພະຫັດ​ມື້​ນີ້ ພ້ອມ​ກັບ​ການ​ປະ​ທະ​ກັນ​ລະຫວ່າງ​ທະຫານ​ຊີ
ເຣຍ ​ແລະ​ພວກ​ໂຕນ​ໜີ ​ໃນ​ເມືອງ Dier al-Zou ທາງ​ພາກ​ເໜືອ​ຂອງ​ປະ​ເທດ. ກຸ່ມ​ສິ້ງ
ຊອມ​ສິດທິ​ມະນຸດ​ຊີເຣຍ ກ່າວ​ວ່າ ການ​ສູ້​ລົບກັນ​ດັ່ງກ່າວນີ້ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຄົນ​ນຶ່ງ
ແລະ​ບາດ​ເຈັບ​ອີກສາມ​ຄົນ.

XS
SM
MD
LG