ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດ ທີ່ໜຸນຫລັງຝ່າຍຄ້ານຊີເຣຍ ພົບປະກັນ ທີ່ອີສຕັນບູນ ປະເທດເທີກີ


ນາຍົກລັດຖະມົນຕີເທີ່ກີ ທ່ານRecep Tayyip Erdogan ກ່າວຕໍ່ບັນດາ ລັດຖະມົນຕີຕ່າງປະເທດ ຈາກປະເທດຕາເວັນຕົກ ແລະອາຣັບ ໃນກອງ
ປະຊຸມຂອງກຸ່ມ "ເພື່ອນມິດຂອງຊີເຣຍ" ທີ່ອີສຕັນບູນ ປະເທດເທີກີ, ວັນທີ່ 1 ເມສາ 2012.
ນາຍົກລັດຖະມົນຕີເທີ່ກີ ທ່ານRecep Tayyip Erdogan ກ່າວຕໍ່ບັນດາ ລັດຖະມົນຕີຕ່າງປະເທດ ຈາກປະເທດຕາເວັນຕົກ ແລະອາຣັບ ໃນກອງ ປະຊຸມຂອງກຸ່ມ "ເພື່ອນມິດຂອງຊີເຣຍ" ທີ່ອີສຕັນບູນ ປະເທດເທີກີ, ວັນທີ່ 1 ເມສາ 2012.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຫລາຍ​ກວ່າ 70 ຄົນ ຈາກ​ປະ​ເທດ​ຕາ​ເວັນຕົກ​ແລະ​ອາຣັບ
ທີ່​ໜຸນ​ຫລັງ​ການ​ລຸກ​ຮື​ຂຶ້ນຂອງ​ຊີ​ເຣຍ ​ກໍາລັງ​ພົບ​ປະກັນ ທີ່ນະຄອນຫລວງ​ອີສຕັນ​ບູນ ປະ​
ເທດ​ເທີ​ກີ ​ເພື່ອ​ການ​ປຶກສາ​ຫາ​ລື​ກັນ​ທີ່​ແນ ໃສ່ເພື່ອ​ໂດດດ່ຽວ​ປະທານາທິບໍດີ Bashar
al-Assad ຕື່ມ​ຂຶ້ນ ພ້ອມ​ກັບ​ຮຽກຮ້ອງ​ໃຫ້​ພວກ​ຝ່າຍ​ຄ້ານ​ຈົ່ງ​ທ້ອນ​ໂຮມ​ເປັນອັນ​ນຶ່ງ​ອັນ
ດຽວ​ກັນ ແລະ ​ສະ​ເໜີໃຫ້​ທາງ​ເລືອກ​ປະຊາທິປະ​ໄຕ​ ຕໍ່​ການ​ປົກຄອງ​ແບບ​ຜະ​ເດັດການ
ຂອງ​ທ່ານ​ Assad ນັ້ນ.

ວັນ​ອາທິດ​ມື້​ນີ້ ທ່ານ​ນາງລັດຖະມົນຕີ​ຕ່າງປະ​ເທດ ຮີ​ລ​ແລຣີ ຄລິນຕັນ ໄດ້ທວງ​ໃຫ້​ກໍາລັງ
ທະຫານ​ຂອງ​ທ່ານ​ອັດຊັດ ຈົ່ງ​ຍຸຕິ​ການ​ໂຈມ​ຕີ​ທີ່​ແນ​ເປົ້າ​ໃສ່ພວກ​ປະຊາຊົນ​ນັ້ນ​ເສຍ ຫລື​ບໍ່
ດັ່ງ​ນັ້ນ ​ກໍປະ​ເຊີນ​ກັບ​ຜົນ​ຕອບ​ຮັບ​ທີ່​ຮຸນ​ແຮງ​ທີ່​ສຸດ.

ຄະນະຜູ້ແທນສະຫະລັດ ທີ່ໄປຮ່ວມກອງປະຊຸມຂອງກຸ່ມ “ເພື່ອນມິດ ຂອງຊີເຣຍ ພາຍໃຕ້ການນໍາພາຂອງ ລັດຖະມົນຕີຕ່າງປະເທດ ຄລິນຕັນ.
ຄະນະຜູ້ແທນສະຫະລັດ ທີ່ໄປຮ່ວມກອງປະຊຸມຂອງກຸ່ມ “ເພື່ອນມິດ ຂອງຊີເຣຍ ພາຍໃຕ້ການນໍາພາຂອງ ລັດຖະມົນຕີຕ່າງປະເທດ ຄລິນຕັນ.

ແຕ່​ຫົວໜ້ານັກ​ການ​ທູດຂອງ
ສະຫະລັດ ຮັບ​ຮູ້​ວ່າ​ຄວາມ​
ພະຍາຍາມ​ເປັນ​ຜູ້​ໄກ່​ເກ່ຍ
ຂອງສະຫະ​ປະຊາ​ຊາດ​ເພື່ອ
ຍຸຕິການ​ກໍ່​ຄວາມ​ຮຸນ​ແຮງ​ນັ້ນ
ໄດ້​ຢຸດ​ຊະ​ງັກລົງ​ໄປ​ ​ໃນ​ຂະ
ນະ​ທີ່​ທ່ານ​ອັດຊັດ​ເມີນ​ເສີຍ​
ຕໍ່​ຄໍາ​ໝັ້ນ​ສັນຍາ​ຂອງ​ທ່ານ
ເອງ ທີ່​ວ່າຈະ​ປະຕິບັດຕາມ
ແຜນການ​ສັນຕິພາບ​ທີ່ສະເໜີ​
ໂດຍທ່ານ ໂຄ​ຟີ ອັນນັນ ທູດ​
ພິ​ເສດຂອງສະຫະປະຊາ​ຊາດ
ແລະ​ສັນນິບາດອາຣັບ.

ທ່ານ​ນາງຄລິນ​ຕັກ່າວ​ວ່າ ວໍ​ຊິງ
ຕັນ ​ຈະ​ສະ​ເໜີ​ໃຫ້​ເງິນ​ອີກ 12
ລ້ານ​ໂດ​ລາ​ເພື່ອ​ການ​ຊ່ວຍເຫລືອ
ດ້ານ​ມະນຸດສະ​ທໍາ​ແກ່​ປະຊາຊົນ​ຊີ​ເຣຍທີ່​ຕົກ​ຢູ່​ໃນສົງ​ຄາມ​ນັ້ນ ​ແລະ​ນອກ​ນີ້ ​ຍັງຈະ​ສະໜອງ
ເຄຶ່ອງອຸບ​ປະກອນ​ສື່ສານ​ຕ່າງໆ​ເພື່ອຊ່ວຍ​ພວກ​ກໍາລັງ​ຝ່າຍ​ຄ້ານ ​ໃນ​ການ​ລວມກຸ່ມກັນ ​ແລະ​
ຫລົບ​ການ​ໂຈມ​ຕີ​ຂອງ​ລັດຖະບານ.

ປະທາ​ນາ​ທິບໍດີ ອັດ​ຊັດ ທີ່​ກະຊວງ​ຕ່າງປະ​ເທດຂອງ​ເພິ່ນ​ໄດ້​ປະກາດວ່າ​ການປະຕິວັດ​ໄດ້
ຖືກ​ທັບ​ມ້າງ​ແລ້ວ​ນັ້ນ ເວົ້າ​ວ່າ​ທ່ານ​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ຫົກ​ປະການ​ຂອງ​ທ່ານອັນ​ນັນ ​ແຕ່
ຄໍາ​ຖະ​ແຫລ​ງ​ຂອງ​ທ່ານ​ໄດ້​ຮັບ​ການ​ຕອບ​ຮັບ​ດ້ວຍ​ຄວາມ​ລະແວງສົງ​ໃສ​ໂດຍ​ບັນດາ​ລັດຖະ
ບານ​ປະ​ເທດ​ຕາ​ເວັນ​ຕົກ ​ແລະ​ອາຣັບ ຍ້ອນ​ວ່າການ​ສູ້​ລົບ​ກັນ​ຢູ່​ພາກ​ພື້ນ​ດິ​ນຍັງດໍາ​ເນີນ​
ໄປ​ຢ່າງ​ຕໍ່​ເນື່ອງ​ຢູ່ນັ້ນ.

ທ່ານ ຣີ​ເຊບ ຕາ​ຢິບ ​ເອີ​ດວນ ນາ​ຍົກ​ລັດຖະມົນຕີ​ເທີ​ກີ ​ໄດ້​ຂໍ​ຮ້ອງ​ໃຫ້​ປະ ຊາ​ຄົມນາ​ນາ
ຊາດໃຫ້ການ​ສະໜັບສະໜຸນ​ສິດທິ​ປ້ອງ​ກັນ​ຕົວ​ເອງ​ຂອງ​ປະຊາຊົນ​ຊີ​ເຣຍ ຖ້າ​ຫາກ​ວ່າ
ສະຫະ​ປະຊາ​ຊາດ​ບໍ່​ສາມາດຍຸຕິການ​ກວດ​ລ້າງ ​ຢ່າງ​ນອງ​ເລືອດ​ຂອງ​ປະທານາທິບໍດີ
Bashar al-Assad ຕໍ່​ການ​ລຸກ​ຮືຂຶ້ນ​ຕໍ່ຕ້ານ​ລັດຖະບານໄດ້ນັ້ນ.

ຈີນ ​ແລະຣັດ​ເຊຍ ປະຕິ​ເສດຄໍາ​ເຊື້ອ​ເຊີນ​ໃຫ້ເຂົ້າຮ່ວມກອງ​ປະຊຸມຂອງ “​ເພື່ອນ​ມິດ​ຂອງ
ຊີ​ເຣຍ” ທີ່​ເທີ​ກີ​ນັ້ນ. ທັງ​ສອງ​ປະ​ເທດ​ໄດ້​ພິທັກ​ປົກ​ປ້ອງ​ລັດຖະບານ​ຊີ​ເຣຍມາສອງ​ຄັ້ງ​ແລ້ວ
ຈາກ​ການ​ຖືກ​ຕໍາ​ໜິຕິຕຽນ ໂດຍ​ສະພາ​ຄວາມ​ໝັ້ນຄົງ​ອົງການສະຫະ​ປະຊາ​ຊາດ​ ຍ້ອນ​
ຢ້ານ​ວ່າ​ບາດກ້າວແບບ​ນັ້ນ​ອາດນໍາ​ໄປ​ສູ່​ການ​ແຊກແຊງ​ຂອງ​ທະຫານ​ຕ່າງປະ​ເທດ​ໄດ້.
ອິຣ່ານ ຊຶ່ງເປັນ​ພັນທະ​ມິດທີ່​ໃກ້​ຊິດຂອງ​ຊີ​ເຣຍ ບໍ່​ໄດ້​ຖືກເຊີນ​ໃຫ້​ເຂົ້າຮ່ວມ​ກອງ​ປະຊຸມຄັ້ງ​ນີ້.

XS
SM
MD
LG