ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍຈະຍົກເລີກ ກົດໝາຍພາວະສຸກເສີນທີ່ມີອາຍຸໄດ້ 50 ປີຂອງຊີເຣຍ


ປະຊາຊົນຊີເຣຍຫລາຍພັນຄົນອອກມາສະໜັບສະໜຸນ ປະທານາທິບໍດີ
Bashar al-Assad ຂອງຊີເຣຍ ທີ່ເມືອງຫລວງດາມັສກັສ ເມື່ອວັນທີ່
29 ເດືອນນີ້
ປະຊາຊົນຊີເຣຍຫລາຍພັນຄົນອອກມາສະໜັບສະໜຸນ ປະທານາທິບໍດີ Bashar al-Assad ຂອງຊີເຣຍ ທີ່ເມືອງຫລວງດາມັສກັສ ເມື່ອວັນທີ່ 29 ເດືອນນີ້

ອົງການຂ່າວທາງການຂອງຊີເຣຍກ່າວວ່າ ປະທານາທິບໍດີ
Bashar al-Assad ຈະອອກມາກ່າວຄໍາປາໄສໃນວັນພຸດ
ມື້ນີ້ ເພື່ອເວົ້າເຖິງເຫດການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນປະ
ເທດເມື່ອໝໍ່ໆມານີ້ຫລັງຈາກການປະທ້ວງຕໍ່ຕ້ານລັດຖະບານ
ເປັນເວລາດົນກວ່ານຶ່ງອາທິດນັ້ນ.

ສື່ມວນຊົນຂອງລັດເວົ້າວ່າ ຄໍາປາໄສດັ່ງກ່າວ ຈະເວົ້າເຖິງ
ເລຶ່ອງບັນຫາພາຍໃນປະເທດ ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດ
ແຕ່ຢ່າງໃດ. ລາຍງານຕ່າງຕ່າງກ່ອນໜ້ານີ້ເວົ້າວ່າ ປະທາ
ນາທິບໍດີ Assad ຈະປະກາດຍົກເລີກກົດໝາຍພາວະສຸກ
ເສີນທີ່ມີອາຍຸໄດ້ 50 ປີຂອງຊີເຣຍນັ້ນ ຊຶ່ງເປັນກົດໝາຍທີ່
ຈໍາກັດຮັດແຄບຕໍ່ການປະທ້ວງຄັດຄ້ານລັດຖະບານນັ້ນ.
ການລຶບລ້າງກົດໝາຍດັ່ງກ່າວ ຖືວ່າເປັນຄໍາຮຽກຮ້ອງທີ່
ສໍາຄັນປະການນຶ່ງຂອງພວກປະທ້ວງ.

ຄໍາປາໄສທີ່ວ່ານີ້ມີຂຶ້ນມື້ນຶ່ງຫລັງຈາກ ທ່ານ Assad ໄດ້ຮັບເອົາການລາອອກຂອງຄະນະ ລັດຖະບານຂອງທ່ານ ຄືລັດຖະບານຂອງນາຍົກລັດຖະມົນຕີ Mohammed Naji al-Otari ໄດ້ລາອອກເມື່ອວັນອັງຄານວານນີ້ ແລະ ຄາດວ່າຄະນະລັດຖະບານຊຸດໃໝ່ ຈະຖືກເປີດເຜີຍໃຫ້ຊາບໃນບໍ່ຊ້ານີ້.

ພວກນິຍົມລັດຖະບານຫຼາຍສິບພັນຄົນ ພາກັນອອກມາເດີນຂະບວນຢູ່ທົ່ວ ຊີເຣຍໃນ
ວັນອັງຄານວານນີ້ ເພື່ອສະແດງການສະໜັບສະໜຸນປະທານາທິບໍດີ Assad.

ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຂອງຊີເຣຍ ໄດ້ທໍາການກວາດລ້າງການເດີນຂະ
ບວນປະທ້ວງຕໍ່ຕ້ານລັດຖະບານເມື່ອໝໍ່ໆມານີ້ ໂດຍໄດ້ຍິງລະເບີດນໍ້າຕາ ແລະກະ
ສຸນແທ້ເພື່ອຂັບໄລ່ໃຫ້ພວກປະທ້ວງສະຫລາຍຕົວ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ຢ່າງໜ້ອຍ ມີຜູ້ເສຍຊີວິດ 61 ຄົນ ນັບຕັ້ງແຕ່ຄວາມບໍ່ສະຫງົບໄດ້ເລີ່ມຕົ້ນມາ.

XS
SM
MD
LG