ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການປະທ້ວງຕໍ່ຕ້ານລັດຖະບານ ຍັງດໍາເນີນຕໍ່ມາຢ່າງບໍ່ລົດລະ ໃນຊີເຣຍ


ພວກນັກເຄຶ່ອນໄຫວຫລາຍພັນຄົນ ອັ່ງອໍກັນຢູ່ຕາມຖະໜົນຫົນທາງ ເພື່ອສືບຕໍ່ປະທ້ວງຕໍ່ຕ້ານ ລັດຖະບານຂອງທ່ານ Bashar al-Assad
ພວກນັກເຄຶ່ອນໄຫວຫລາຍພັນຄົນ ອັ່ງອໍກັນຢູ່ຕາມຖະໜົນຫົນທາງ ເພື່ອສືບຕໍ່ປະທ້ວງຕໍ່ຕ້ານ ລັດຖະບານຂອງທ່ານ Bashar al-Assad

ຢ່າງໜ້ອຍມີຜູ້ເສຍຊີວິດສອງຄົນ ໃນການປະທ້ວງຕໍ່ຕ້ານ ລັດຖະບານໃນປະເທດຊີເຣຍເມື່ອວັນເສົາວານນີ້ ​ເວລາ ພວກນັກເຄຶ່ອນໄຫວຫລາຍພັນຄົນພາກັນ​ໄປອັ່ງອໍກັນຢູ່ ຕາມຖະໜົນຫົນທາງ ຫລັງຈາກງານສົ່ງສະການພວກ ປະທ້ວງທີ່ຖືກຂ້າຕາຍ ເມື່ອວັນສຸກຜ່ານມາ.

ພວກເຈົ້າໜ້າທີ່ຊີເຣຍແລະນັກເຄຶ່ອນໄຫວກ່າວວ່າ ສອງ ຄົນຖືກຂ້າຕາຍແລະອີກສອງຄົນໄດ້ຮັບບາດ ເຈັບໃນເມືອງ Latakia ຊຶ່ງເປັນເມືອງແຄມຝັ່ງທະເລນັ້ນ ມີລາຍງານທີ່ບໍ່
ສອດຄ່ອງກັນກ່ຽວກັບວ່າ ຜູ້ເຄາະຮ້າຍນັ້ນ ແມ່ນຖືກຂ້າ
ໂດຍກໍາລັງຮັກສາຄວາມປອດໄພ ຫລືຈາກພວກມືປືນດັກ
ຍິງ. ເຫດການຮຸນແຮງນີ້ເກີດຂຶ້ນ ໃນຂະນະທີ່ພວກນັກ
ເຄຶ່ອນໄຫວຕໍ່ຕ້ານລັດຖະ ບານບຸກໂຈມຕີຫ້ອງການທ້ອງ
ຖິ່ນຂອງພັກ Baath ນັ້ນ ທີ່ແຫ່ງອື່ນອີກນັ້ນ ພວກປະ
ທ້ວງຕໍ່ຕ້ານລັດຖະບານ ໄດ້ຈູດເຜົາຫ້ອງການຂອງພັກ
Baath ແລະສະຖານີຕໍາຫລວດໃນເມືອງ Tafas ທາງພາກໃຕ້ ຂອງປະ​ເທດ.

ນອກນີ້ແລ້ວ ການໂຮມຊຸມນຸມກັນຕໍ່ຕ້ານລັດຖະບານ ໄດ້ລະເບີດຂຶ້ນໃນ ເມືອງ Daraa ​ໃນເຂດພາກໃຕ້ ຊຶ່ງເປັນຈຸດສູນກາງຂອງການປະທ້ວງຫລາຍໆບັ້ນຕໍ່ຕ້ານລັດຖະບານ ຂອງປະທານາທິບໍດີ Bashar al-Assad ນັ້ນ.

ພວກປະທ້ວງຫລາຍພັນຄົນໄດ້ເຕົ້າໂຮມຊຸມນຸມກັນ​ໃນວັນເສົາວານນີ້ ຫລັງຈາກງານສົ່ງ ສະການຂອງສາມຄົນທີ່ຖືກຂ້າຕາຍໃນເມືອງ Daraa ເມື່ອວັນສຸກ ຜ່ານມານັ້ນ ພວກທີ່ ເຫັນເຫດການກ່າວວ່າ ຢ່າງໜ້ອຍມີ 15 ຄົນ ເສຍຊີວິດໃນການເດີນຂະບວນປະທ້ວງ ໃນເມືອງດັ່ງກ່າວ.

XS
SM
MD
LG