ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກໍາລັງຮັກສາຄວາມປອດໄພ ສັງຫານຫົກຄົນ ທີ່ຊີເຣຍ


ພາບເຫດການລຸນຫລັງປະທ້ວງທີ່ຮຸນແຮງຕໍ່ຕ້ານລັດຖະບານທີ່ເມືອງ Daraa ຂອງ ຊີເຣຍ
ພາບເຫດການລຸນຫລັງປະທ້ວງທີ່ຮຸນແຮງຕໍ່ຕ້ານລັດຖະບານທີ່ເມືອງ Daraa ຂອງ ຊີເຣຍ

ພວກນັກເຄຶ່ອນໄຫວດ້ານສິດທິມະນຸດໃນຊີເຣຍ ກ່າວວ່າ
ກໍາລັງຮັກສາຄວາມປອດໄພໄດ້ທໍາການໂຈມຕີທີ່ຮຸນແຮງ
ໃກ້ໆໂບດແຫ່ງນຶ່ງຂອງສາສະໜາອິສລາມບ່ອນທີ່ພວກ
ປະທ້ວງຕໍ່ຕ້ານລັດຖະບານໄດ້ໂຮມຊຸມນຸມກັນນັ້ນ. ແຕ່
ຢ່າງໃດກໍຕາມ ດ້ານສື່ມວນຊົນຂອງລັດເວົ້າວ່າ ພວກອັນ
ທະພານທີ່ປະກອບອາວຸດກຸ່ມນຶ່ງ ເປັນຜູ້ຢູ່ເບື້ອງຫລັງຂອງ
ຄວາມຮຸນແຮງດັ່ງກ່າວ ທີ່ເມືອງ Daraa ໃນເຂດພາກໃຕ້ ຂອງຊີເຣຍ ໃນຕອນເຊົ້າຂອງວັນພຸດມື້ນີ້.

ອົງການຂ່າວ SANA ຂອງທາງການຊີເຣຍ ອ້າງເອົາຄໍາ
ເວົ້າຈາກແຫລ່ງຂ່າວນຶ່ງຂອງທາງການທີ່ເວົ້າວ່າ ພວກອັນ
ທະພານ ໄດ້ໂຈມຕີລົດພະຍາບານຢູ່ໃກ້ໂບດຂອງເມືອງ
Omari ທີ່ເຮັດໃຫ້ນາຍໝໍນຶ່ງຄົນ ຜູ້ຊ່ວຍໝໍນຶ່ງຄົນ ແລະ
ຄົນຂັບລົດນຶ່ງຄົນເສຍຊີວິດ. ລາຍງານເວົ້າວ່າ ກໍາລັງຮັກ
ສາຄວາມປອດໄພ ໄດ້ປະເຊີນໜ້າກັບພວກໂຈມຕີ ແລ້ວກໍ
ເກີດການປະທະກັນຂຶ້ນ ແລະຈັບກຸມພວກໂຈມຕີບາງຄົນ.

ມີລາຍງານວ່າກໍາລັງຮັກສາຄວາມປອດໄພຄົນນຶ່ງໄດ້ຖືກຂ້າຕາຍໃນເຫດຮ້າຍດັ່ງກ່າວນີ້.

ແຕ່ພວກນັກເຄຶ່ອນໄຫວເພື່ອສິດທິມະນຸດ ແລະພວກຊາວເມືອງ ກ່າວວ່າ ກໍາລັງຮັກສາ ຄວາມປອດໄພຂອງຊີເຣຍ ໄດ້ສັງຫານຫົກຄົນ ຫລັງຈາກໄດ້ ລະດົມຍິງເຂົ້າໃສ່ພວກ ເດີນຂະບວນປະທ້ວງຮຽກຮ້ອງໃຫ້ມີການປະຕິຮູບທາງ ການເມືອງ ທີ່ໄດ້ໂຮມຊຸມນຸມ ກັນໃນໄລຍະຫົກມື້ຜ່ານມານີ້.

XS
SM
MD
LG