ລົດບັນທຸກລະເບີດສອງຄັນໄດ້ໂຈມຕີເປົ້າໝາຍສອງແຫ່ງຂອງລັດຖະບານ ຢູ່ໃນເມືອງ
ຫລວງຂອງຊີເຣຍ ເມື່ອວັນເສົາວານນີ້ ທີ່ໄດ້ສັງຫານ 27 ຄົນ ແລະເຮັດໃຫ້ບາດເຈັບອີກ
140 ຄົນ ສ່ວນໃຫຍ່ແມ່ນພົນລະເຮືອນ.
ສື່ຂ່າວຂອງລັດເວົ້າວ່າ ລະເບີດໄດ້ແຕກຂຶ້ນໃນໄລຍະບໍ່ເທົ່າໃດນາທີຕິດໆກັນ ຢູ່ໃກ້ຕຶກ
ພະແນກຮັກສາຄວາມປອດຂອງຕໍາຫລວດ ແລະຕຶກສູນກາງສືບລັບ ໃນເມືອງຫລວງ
ດາມັສກັສ.
ທີວີຂອງລັດໄດ້ຖ່າຍທອດພາບທີ່ໜ້າຢ້ານກົວຈາກບ່ອນເກີດເຫດ ທີ່ສະແດງໃຫ້ເຫັນ
ຄວັນລະເບີດ ເສດເຫລັກທີ່ບິດບ້ຽວ ແລະເສດສິ່ງຫັກພັງຢາຍ ຊະຊາຍຢູ່ໜ້າຕຶກທີ່ຖືກ
ລະເບີດນັ້ນ ແລະຊາກສົບຂອງຜູ້ເສຍຊີວິດ. ທີວີຍັງໄດ້ສໍາພາດຫລາຍສິບຄົນ ຊຶ່ງ
ຫລາຍໆຄົນກ່າວຖິ້ມໂທດໃສ່ພວກຜູ້ນໍາອ່າວ ເປີເຊຍ ແລະຊ່ອງຂ່າວດາວທຽມຂອງ
ອາຫຣັບ ວ່າເປັນຕົວການປຸກປັ່ນໃຫ້ມີການກໍ່ຄວາມບໍ່ສະຫງົບສຸກຢູ່ໃນປະເທດ.
ທ່ານ Mohammed Abdel Sattar Sayyed ລັດຖະມົນຕີກະຊວງກິດຈະການສາສະ
ໜາ ໄດ້ຖິ້ມໂທດໃສ່ພວກຫົວຮຸນແຮງອີສລາມ ແລະພວກນັກບວດຫົວຮຸນແຮງອີສລາມ
ວ່າເປັນສາເຫດຂອງຄວາມຮຸນແຮງດັ່ງກ່າວ ແລະເວົ້າວ່າ ພວກນັກບວກອີສລາມພາກັນ
ເວົ້າເລຶ່ອງຂໍ້ຂັດແຍ້ງ ກັນລະຫວ່າງສາສະໜາ ແລະຄວາມກຽດຊັງ ແລະຕ້ອງຮັບເອົາຄວາມ
ຮັບຜິດຊອບຂອງຄໍາເວົ້າຂອງພວກເຂົາເຈົ້າ. ທ່ານລັດຖະມົນຕີກ່າວອີກວ່າ ພາລະໜ້າທີ່
ຂອງພວກພະ ນັ້ນບໍ່ແມ່ນຈະສັ່ງສອນເລຶ່ອງຂໍ້ຂັດແຍ້ງກັນ ແຕ່ຄວນໃຊ້ຄໍາເວົ້າທີ່ສະແດງ
ຄວາມເມດຕາປານີ ທີ່ກໍ່ໃຫ້ເກີດຄວາມຮັກແພງກັນ ຄວາມກຣຸນາປານີ ແລະການອະໄພຕໍ່
ກັນແລະກັນ.
ທ່ານ Mohammed Sawwal ນັກເຄຶ່ອນໄຫວຝ່າຍຄ້ານ ໄດ້ບອກທີວີ al-Jazeera ວ່າ
ຕົນຄິດວ່າ ລັດຖະບານຊີເຣຍເອງເປັນຜູ້ຢູ່ເບື້ອງຫລັງ ການວາງລະເບີດຄັ້ງນີ້.
ເວລານີ້ ຍັງບໍ່ມີຝ່າຍໃດອ້າງເອົາຄວາມຮັບຜິດຊອບໃນທັນທີນີ້ເທື່ອ ແຕ່ ພວກເຈົ້າໜ້າທີ່
ຊີເຣຍ ໄດ້ຖິ້ມໂທດໃສ່ພວກກໍ່ການຮ້າຍ ໂດຍກ່າວວ່າ ມືລະເບີດສະຫລະຊີບສອງຄົນ ໄດ້
ລະເບີດຕົນເອງຢູ່ໃກ້ຕຶກໂຮງການຂອງລັດຖະບານ.
ເຫດການລະເບີດແມ່ນເກີດຂຶ້ນ ໃນຂະນະທີມຜູ້ຊ່ຽວຊານອົງການສະຫະປະຊາຊາດທີມ
ນຶ່ງກໍາລັງຕຽມຕົວເດີນທາງໄປຍັງຊີເຣຍ ເພື່ອປຶກສາຫາລືກັນ ເລຶ່ອງຄວາມເປັນໄປໄດ້ໃນ
ການຈັດສົ່ງພວກຕິດຕາມເບິ່ງສະຖານນະການຂອງນາໆຊາດໄປປະຈໍາການຢູ່ຊີເຣຍ ອັນ
ເປັນພາກສ່ວນເພື່ອຍຸຕິການກໍ່ຄວາມຮຸນແຮງທີ່ເຖິງແກ່ຊີວິດ ຈາກການກວາດລ້າງຂອງ
ຝ່າຍລັດຖະບານຕໍ່ພວກທີ່ຄັດຄ້ານຕົນນັ້ນ.