ວັນພະຫັດມື້ນີ້ ເປັນວັນຂີດໝາຍ ຄົບຮອບນຶ່ງປີ ຂອງການລຸກຮືຂຶ້ນ ຕໍ່ຕ້ານລັດຖະບານ
ປະທານາທິບໍດີ Bashar al-Assad ຊຶ່ງກຳລັງຂອງທ່ານບໍ່ໄດ້ສະແດງໃຫ້ເຫັນຮ່ອງຮອຍ
ໃດໆທີ່ລັດຖະບານຈະຜ່ອນຜັນການບຸກໂຈມຕີຂອງຕົນຢູ່ຕາມຫົວເມືອງຕ່າງໆທີ່ເປັນສູນ
ກາງສໍາຄັນຂອງພວກຝ່າຍຄ້ານນັ້ນ.
ປະຊາຊົນຫລາຍພັນຄົນ ທີ່ພາກັນຖືທຸງຊາດແລະຮູບພາບປະທານາທິບໍດີ ໄດ້ເຕົ້າໂຮມກັນ
ຢູ່ໃນນະຄອນຫລວງດາມັສກັສໃນການໂຮມຊຸມນຸມສະໜັບ ສະໜຸນທ່ານອາຊັດ.
ການສະແດງຄວາມສະໜັບສະໜຸນນີ້ ມີຂຶ້ນຫລັງຈາກກໍາລັງຂອງຝ່າຍລັດ ຖະບານບຸກລຸກ
ເຂົ້າໄປໃນສ່ວນໃຫຍ່ ຂອງເມືອງ Idlib ທີ່ຕັ້ງຢູ່ທາງພາກ ເໜືອຂອງປະເທດ ແລະທໍາການ
ບຸກກວດຄົ້ນຄັ້ງໃຫຍ່ທີ່ສຸດໃນຮອບຫຼາຍໆເດືອນໃນເມືອງ Daraa ທາງພາກໃຕ້ຂອງປະ
ເທດ ຊຶ່ງເປັນເມືອງທີ່ພວກກະບົດເອີ້ນວ່າ “ບ່ອນເກີດຂອງການປະຕິວັດນັ້ນ”
ເທີກີ ກ່າວເມື່ອວັນພະຫັດມື້ນີ້ວ່າ ພວກອົບພະຍົບຊີເຣຍ 1,000 ຄົນໄດ້ ຂ້າມຊາຍແດນ
ເຂົ້າໄປໃນປະເທດ ພາຍໃນໄລຍະ 24 ຊົ່ວໂມງຜ່ນມາທີ່ເຮັດໃຫ້ຈໍານວນພວກອົບພະຍົບ
ຊີເຣຍທັງໝົດເພີ່ມຂຶ້ນເປັນ 14,000 ຄົນຢູ່ທີ່ນັ້ນ.
ໃນຂະນະດຽວກັນ ປະຊາຄົມນານາຊາດ ຍັງສືບຕໍ່ຜັກດັນໃຫ້ຍຸຕິການກໍ່ຄວາມຮຸນແຮງຢູ່
ໃນຊີເຣຍ ແຕ່ເທົ່າເຖິງປັດຈຸບັນນີ້ກໍຍັງບໍ່ສາມາດຊອກຫາທາງແກ້ໄຂວິກິດການນີ້ໄດ້.
ທ່ານ Amin Saikal ຜູ້ອໍານວຍການສູນກາງການສຶກສາອາຫຣັບແລະ ອິສລາມ ທີ່ມະຫາ
ວິທະຍາໄລແຫ່ງຊາດອອສເຕຣເລຍ ຫລື Australian National University ບອກວີໂອ
ເອວ່າ ທ່ານບໍ່ຄາດຫວັງວ່າຈະມີການແກ້ໄຂບັນຫາໄດ້ ໃນໄວໆນີ້ແຕ່ຢ່າງໃດ.
ກຸ່ມ 200 ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ກໍາລັງຮ່ວມແຮງກັນກັບ ພວກດາຣາ ແລະພວກນັກເຄຶ່ອນໄຫວໃນການປຸກລະດົມໃນວັນພະຫັດມື້ນີ້ ເພື່ອຊຸກຍູ້ໃຫ້ມີການເອົາມາດຕະການທີ່ໃຫຍ່ກວ່າເກົ່າ. ການລິເລີ່ມທີ່ເອີ້ນວ່າ Unite For Syria ຫລືທ້ອນໂຮມຊີເຣຍເປັນນຶ່ງດຽວ ໄດ້ໃຊ້ສື່ສັງຄົມ Facebood, Twitter ແລະຢູທູບເພື່ອເນັ້ນຍໍ້າຄໍາຮຽກຮ້ອງໃຫ້ມີການອອກ ມະຕິສະພາຄວາມໝັ້ນຄົງ ສະໜັບສະໜຸນທ່ານໂຄຟີ ອັນນັນ ທູດພິເສດຂອງອົງການສະຫະປະຊາຊາດແລະສັນນິບາດອາຣັບ ແລະການເປີດໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທຳສາມາດເຂົ້າຫາເຂົ້າເຖິງທຸກທກເຂດ ຢູ່ໃນຊີເຣຍໄດ້.