ທ່ານນາງ Valeria Amos ມີກໍານົດຈະຢູ່ໃນຊີເຣຍຈົນເຖິງມື້ວັນສຸກແລະ ການຢ້ຽມຢາມ
ຂອງທ່ານນາງ ຈະຕິດຕາມມາດ້ວຍການຢ້ຽມຢາມ ໃນມື້ວັນເສົາຕໍ່ມາຂອງອະດີດເລຂາທິ
ການໃຫຍ່ອົງການສະຫະປະຊາຊາດ ທ່ານ ໂຄຟິ ອານັນ ທູດພິເສດຄົນໃໝ່ສໍາລັບຊີເຣຍ.
ການຢ້ຽມຢາມດັ່ງກ່າວມີຂຶ້ນ ໃນຂະນະນານາຊາດເພີ່ມທະວີການກົດດັນ ຕໍ່ລັດຖະບານຊີ
ເຣຍຂຶ້ນເພື່ອໃຫ້ຍຸຕິການປາບປາມການລຸກຮືຂອງພວກຝ່າຍຄ້ານທີ່ມີມາໄດ້ນຶ່ງປີແລ້ວນັ້ນ
ສະຫະລັດກ່າວເມື່ອວັນອັງຄານວານນີ້ວ່າ ຕົນກໍາລັງນໍາສະເໜີຮ່າງຍັດຕິ ໃໝ່ສະບັບນຶ່ງ
ຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອຍຸຕິການກໍ່ຄວາມຮຸນແຮງໃນຊີເຣຍນັ້ນ.
ໃນຂະນະດຽວກັນຜູ້ນໍາເທີກີກໍໄດ້ຮຽກຮ້ອງໃຫ້ຊີເຣຍ ປ່ອຍໃຫ້ການຊ່ວຍເຫລືອບັນເທົາ
ທຸກເຂົ້າໄປເຖິງພວກທີ່ຕ້ອງ ການໂດຍທັນທີ.
ນອກນີ້ ທ່ານ Recept Tayyip Erdogan ນາຍົກລັດຖະມົນຕີເທີກີຍັງເວົ້າວ່າ ຄວາມ
ຮຸນແຮງໃນຊີເຣຍແມ່ນເລິ່ມຈະຄ້າຍຄືກັບຄວາມໂຫດຮ້າຍປ່າເຖື່ອນທີ່ໄຮ້ມະນຸດສະທໍາ ໃນ
ບໍ່ເທົ່າໃດມື້ຜ່ານມານີ້ ແລະວ່າທ່ານ Bashar al-Assad ປະທານາທິບໍດີຊີເຣຍຈະຕ້ອງ
ຖືກນໍາມາຮັບຜິດ ຊອບຕໍ່ການກວດລ້າງດັ່ງກ່າວ.
ຮ່າງຍັດຕິໃໝ່ຂອງສະຫະລັດ ແມ່ນທວງໃຫ້ຊີເຣຍຍຸດຕິການກໍ່ຄວາມຮຸນແຮງທຸກຢ່າງແລະ
ພິທັກປົກປ້ອງປະຊາຊົນຂອງຕົນ ແລະພ້ອມດຽວກັນກໍປະນາມການຝ່າຝືນສິດທິມະນຸດ
ຢ່າງແຜ່ຫລາຍແລະເປັນລະບົບ ທີ່ມີຢ່າງຕໍ່ເນຶ່ອງໂດຍພວກເຈົ້າໜ້າທີ່ຊີເຣຍ. ນອກນີ້ແລ້ວ
ກໍຍັງໄດ້ຮຽກຮ້ອງໃຫ້ພວກຝ່າຍຄ້ານທີ່ປະກອບອາວຸດ ຈົ່ງຢຸດການກໍ່ຄວາມຮຸນແຮງທັງ
ໝົດ ເວລາມີການປະຕິບັດຕາມເງຶ່ອນໄຂເຫລົ່ານັ້ນແລ້ວ.
ຣັດເຊຍແລະຈີນ ພັນທະມິດທີ່ອໍານາດຂອງຊີເຣຍ ທີ່ໄດ້ຍັບຍັ້ງມະຕິຕໍ່ຕ້ານຊີເຣຍທີ່ຄ້າຍໆ
ກັນຂອງສະຫະປະຊາຊາດ ເມື່ອເດືອນຜ່ານມາ ໄດ້ໃຫ້ ທ່າທີຢ່າງແຈ້ງຂາວແລ້ວວ່າ ພວກ
ເຂົາເຈົ້າຈະຢືນຢູ່ຄຽງຂ້າງລັດຖະບານ ຂອງປະທານາທິບໍດີ Assad ຕໍ່ໄປ.
ທີ່ນະຄອນຫລວງວໍຊິງຕັນ ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ການປະຕິບັດການ
ທາງທະຫານແຕ່ຝ່າຍດຽວຂອງສະຫະລັດຕໍ່ລັດຖະບານ ທ່ານ Assad ນັ້ນ ແມ່ນຈະເປັນ
ຄວາມຜິດພາດ.
ເບິ່ງວີດີໂອ ປະທານາທິບໍດີ ສະຫະລັດ ຖະແຫຼງກ່ຽວກັບຊີເຣຍ