ຄະນະກໍາມະການສະພາກາແດງສາກົນ ຫລື ICRC ກໍາລັງຮ້ອງຂໍພວກເຈົ້າໜ້າທີ່ຊີເຣຍ
ອະນຸຍາດໃຫ້ພວກອົງການເພື່ອມະນຸດສະທໍາ ໄດ້ ນໍາເອົາອາຫານແລະສະບຽງການ
ຊ່ວຍເຫລືອອື່ນໆ ໄປໃຫ້ພວກປະຊາຊົນຫລາຍພັນຄົນທີ່ມີຄວາມຕ້ອງການທີ່ສຸດ ທີ່
ຕົກຄ້າງຢູ່ໃນເມືອງ Homs ທີ່ໝັ້ນຂອງພວກກະບົດນັ້ນ.
ພວກນັກເຄຶ່ອນໄຫວກ່າວວ່າ ສະຖານະການດ້ານມະນຸດສະທໍາແມ່ນຮ້າຍແຮງທີ່ສຸດ ຢູ່
ໃນເຂດຄຸ້ມ Babr Amr ທີ່ອາຫານ ນໍ້າ ແລະໄຟຟ້າກໍາລັງ ຂາດແຄນລົງໄປນັບມື້ ໃນ
ຂະນະທີ່ກໍາລັງທະຫານລັດຖະບານສືບຕໍ່ຖະລົ່ມ ຕົວເມືອງດັ່ງກ່າວຢ່າງບໍ່ລົດລະນັ້ນ.
ທ່ານ Sean Maguire ໂຄສົກ ICRC ບອກອົງການຂ່າວ Sky News ຂອງອັງກິດ
ເມື່ອວັນເສົາວານນີ້ວ່າ ຂະບວນລົດບັນທຸກ 7 ຄັນ ທີ່ກໍາລັງລໍາລຽງຢຸກຢາແລະອາຫານ
ໄດ້ເຂົ້າໄປຍັງເມືອງ Homs ແຕ່ບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປຍັງເຂດຄຸ້ມ Baba Amr
ໂຄສົກ Maguire ກ່າວວ່າສະພາກາແດງໄດ້ຖືກບອກໃຫ້ຊາບວ່າມັນບໍ່ປອດໄພທີ່ຈະເຂົ້າ
ໄປຮອດພຸ້ນ.
ທາງດ້ານ ທ່ານ ພັນ ຄີມູນ ເລຂາທິການອົງການສະຫະປະຊາຊາດນັ້ນ ກໍໄດ້ຮ້ອງຂໍໃຫ້
ທາງການຊີເຣຍ ຈົ່ງປ່ອຍໃຫ້ພວກອົງການມະນຸດສະທໍາ ເຂົ້າໄປເຖິງຫົວເມືອງຕ່າງໆ
ຂອງຊີເຣຍ ໄດ້ໂດຍປາດສະຈາກເງຶ່ອນໄຂ ໃດໆ ໂດຍກ່າວວ່າ ມີລາຍງານທີ່ໜ້າຢ້ານກົວ
ທີ່ສຸດ ວ່າມີການປະຫານ ແລະການທໍລະມານປະຊາຊົນຢ່າງລວບລັດ ໃນເມືອງ Homs
ນັ້ນ.
ທ່ານ Ahmet Davutoglu ລັດຖະມົນຕີຕ່າງປະເທດເທີກີ ກ່າວວ່າ ຄວາມໂຫດຮ້າຍປ່າ
ເຖື່ອນຂອງລັດຖະບານຊີເຣຍຈະຕ້ອງຍຸຕິລົງ.
ນອກນີ້ ຈີນກໍໄດ້ຮຽກຮ້ອງໃຫ້ມີການຢຸດຍິງໂດຍທັນທີ ແລະໃຫ້ມີການ ເຈລະຈາກັນລະ
ຫວ່າງລັດຖະບານຊີເຣຍແລະພວກຝ່າຍຄ້ານ ແຕ່ໂຄສົກ ກະຊວງຕ່າງປະເທດຊີເຣຍກ່າວ
ວ່າ ຈະຕ້ອງບໍ່ມີການແຊກແຊງໃດໆໃນ ກິດຈະການພາຍໃນຂອງຊີເຣຍ ໂດຍໃຊ້ເລື່ອງມະ
ນຸດສະທໍາເປັນຂໍ້ອ້າງນັ້ນ.
ທັງຈີນແລະຣັດເຊຍໄດ້ໃຊ້ສິດຍັບຍັ້ງສອງມະຕິທີ່ປະນາມຊີເຣຍ ຂອງອົງ ການສະຫະປະ
ຊາຊາດ.
ເບິ່ງວີດີໂອລາຍງານ ກ່ຽວກັບຝ່າຍຄ້ານຂອງຊີເຣຍ ຕ້ອງການອາວຸດເພີ່ມຂຶ້ນ: