ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ​ສະເໜີຊື່ ພວກຜູ້ນໍາ​ຊີ​ເຣຍ ທີ່ອາດ​ພົວພັນ ໃນການກໍ່ອາດຊະຍາກໍາ ຕ້ານມະນຸດຊາດ (ເບິ່ງສະໄລດ໌ກັບວີດີໂອ)


ເມືອງ Homs ທີ່ກໍາລັງທະຫານຂອງຝ່າຍລັດຖະບານເຂົ້າບຸກໂຈມຕີພວກ
ຝ່າຍຄ້ານ
ເມືອງ Homs ທີ່ກໍາລັງທະຫານຂອງຝ່າຍລັດຖະບານເຂົ້າບຸກໂຈມຕີພວກ ຝ່າຍຄ້ານ

ພວກ​ນັກ​ເຄຶ່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ກໍາລັງ​ທະຫານ​ຂອງ​ຝ່າຍລັດຖະບານ​ໄດ້​
ລະດົມ​ຍິງ​ຄືນ​ໃໝ່ໃສ່​ທີ່​ໝັ້ນ​ຂອງ​ຝ່າຍ​ຄ້ານ​ທີ່​ເມືອງ Hom ຢ່າງໜັກໜ່ວງ ​ໃນ​ຂະນະ​ທີ່​ຄະ
ນະ​ກໍາມາທິການ​ອົງການ​ສະຫະ​ປະຊາ​ຊາດ​ຊຸດນຶ່ງ​ກ່າວ​ວ່າມີຫຼັກຖານ​ທີ່​ສະ​ແດງ​ໃຫ້​ເຫັນ​
ວ່າ ພວກ​ຜູ້​ນໍາ​ຊີ​ເຣຍທີ່ຢູ່​ໃນ ລະດັບ​ສູງ​ສຸດ​ຂອງ​ປະ​ເທດ​ນັ້ນ ​ແມ່ນ​ຮັບຜິດຊອບ​ຕໍ່​ການ​ກໍ່
ອາດ​ຊະ​ຍາກໍາ ຕໍ່​ຕ້ານ​ມະນຸດຊາດ.

ຄະນະ​ກໍາມາທິການ​ອິດສະຫຼະຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວເມື່ອ​ວັນພະຫັດ​ມື້​ນີ້​ວ່າ
ວ່າ​ພວກ​ຕົນ​ໄດ້​ນໍາ​ສະ​ເໜີ​ລາຍ​ງານ​ສະບັບ​ນຶ່ງ ​ຕໍ່​ຂ້າ​ຫຼວງ​ໃຫຍ່​ດ້ານສິດທິ​ມະນຸດຂອງອົງ
ການ​ສະຫະ​ປະຊາ​ຊາດ ທີ່​ໂຮມ​ທັງບັນຊີ​ລັບ ຂອງ​ພວກ​ຜູ້​ນໍາ​ຊີ​ເຣຍຜູ້​ທີ່​ອາດ​ຖືກ​ສອບ​ສວນ
ທີ່​ກ່ຽວ​ພັນ​ກັບ​ການກວດ​ລ້າງປາບ​ປາມຂອງ​ລັດຖະບານ ຕໍ່​ການ​ລຸກຮື​ຂອງ​ພວກ​ຝ່າຍ​ຄ້ານ
ທີ່​ຍືດ​ເຍື້ອມາ​ເກືອບ​ນຶ່ງ​ປີ​ແລ້ວນັ້ນ.

ຄະນະ​ກໍາມາທິການ​ດັ່ງກ່າວຍັງກ່າວ​ອີກ​ວ່າ ພວກ​ຕົນ​ມີ​ຫຼັກຖານ​ຂອງ​ການກະທໍາ​ທີ່ເປັນ​
ການ​ລ່ວງ​ລະ​ເມີດ​ໂດຍ​ກໍາ​ລັງ​ຝ່າຍ​ຄ້ານ​ນັ້ນ​ນໍາ.

ເຫດການກໍ່​ຄວາມ​ຮຸນ​ແຮງ​ເມື່ອ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ຕິດຕາມ​ມາ​ດ້ວຍ​ການລະດົມ​ຍິງ​ຢ່າງ​ບໍ່
ປານີ​ທີ່​ເມືອງ Homs ​ແລະ​ແຫ່ງ​ອື່ນໆ​ອີກ​ທີ່​ໄດ້ເຂັ່ນຂ້າ​ຢ່າງໜ້ອຍ 74 ຄົນ ​ໂຮ​ມທັງ​ນັກ​ຂ່າວ​
ສອງ​ຄົນ​ຈາກປະ​ເທດ​ຕາ​ເວັນ​ຕົກ

ລັດຖະບານ​ຝຣັ່ງ ​ໄດ້​ລະບຸ​ວ່ານັກ​ຂ່າວ​ສອງ​ຄົນ ​ທີ່​ຖືກ​ຂ້າ​ຕາຍ​ທີ່​ເມືອງ Hom ນັ້ນ ຄືນາງ
Marie Colvin ຜູ້​ສື່​ຂ່າວ​ກ່ຽວ​ກັບ​ສົງຄາມຄົນ​ສຳຄັນ ທີ່​ເປັນ​ຊາວ​ອາ​ເມຣິກັນ ທີ່​ເຮັດ​ວຽກ
ໃຫ້​ໜັງສືພິມ Sunday Times ຂອງ​ອັງກິດ ​ແລະ​ນັກຂ່າວ​ຊ່າງ​ພາບຊາວ​ຝຣັ່ງ ນາຍ
Remi Ochlik.

ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ພວກ​ນັກ​ຂ່າວ​ຫລາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ
ທີ່​ສູນ​ກາງ​ການ​ຂ່າວ​ຊົ່ວຄາວ ​ໃນ​ຄຸ້ມ Baba Amr ຂອງ ​ເມືອງ Homs ທີ່​ຄວບ​ຄຸມໂດຍ
ພວກ​ກະ​ບົດ ​ແລະປະກົດ​ວ່າ​ສູນ​ກາງ​ການ​ຂ່າວ​ຊົ່ວຄາວ​ດັ່ງກ່າວ ​ແມ່ນ​ເປັນ​ເປົ້າໝາຍ​ສໍາຄັນ
ຂອງ​ການ​ລະດົມ​ຍິງ.

ລັດຖະບານ​ຊີ​ເຣຍ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່ເວົ້າວ່າ ຕົນ​ບໍ່​ຮູ້​ວ່າ ພວກ​ນັກ​ຂ່າວ
ເຫລົ່າ​ນັ້ນ ​ຢູ່​ໃນ​ປະ​ເທດ. ​ສື່ມວນ​ຊົນ​ລັດ​ຊີ​ເຣຍລາຍ​ງານ​ວ່າກະຊວງ​ຖະ​ແຫລ​ງຂ່າວ​ໄດ້​ຮຽກ
ຮ້ອ​ງ​ໃຫ້​ພວກ​ນັກ​ຂ່າວ​ຕ່າງປະ​ເທດ ​ທີ່ ​ເຂົ້າ​ໄປ​ໃນ​ຊີ​ເຣຍຢ່າງ​ຜິດ​ກົດໝາຍ​ນັ້ນ ຈົ່ງ​ພາກັນ​ໄປ
ຈົດ​ທະບຽນ​ໃຫ້​ຖືກ ຕ້ອງ​ກັບ​ລັດຖະບານ​ຊີ​ເຣຍ. ຊີ​ເຣຍບໍ່​ໄດ້​ອະນຸ​ຍາດ​ໃຫ້​ພວກ​ນັກ​ຂ່າວ
ຕ່າງປະ​ເທດ​ເດີນທາງ​ເຂົ້າ​ໄປ​ໃນ​ຊີ​ເຣຍ​ໄດ້​ຢ່າງ​ເສລີ ​ແລະ​ຫ້າມ​ບໍ່​ໃຫ້​ພວກນັກຂ່າວ​ຕ່າງປະ
ເທດ​ສ່ວນ​ຫລາຍ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ປະ​ເທດດັ່ງກ່າວ.

XS
SM
MD
LG