ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະລັດຖະມົນຕີຕ່າງປະເທດອາຫຣັບ ປຶກສາຫາລືກັນ ກ່ຽວກັບການຍຸຕິວິກິດການ ໃນຊີເຣຍ


ພວກປະທ້ວງຊາວຊີເຣຍ ຕໍ່ຕ້ານລັດຖະບານຂອງທ່ານ Assad ຍັງດໍາ ເນີນໄປຢ່າງບໍ່ລົດລະຢູ່ທີ່ເມືອງ Hom ຂອງຊີເຣຍ.
ພວກປະທ້ວງຊາວຊີເຣຍ ຕໍ່ຕ້ານລັດຖະບານຂອງທ່ານ Assad ຍັງດໍາ ເນີນໄປຢ່າງບໍ່ລົດລະຢູ່ທີ່ເມືອງ Hom ຂອງຊີເຣຍ.

ຄະນະ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ຊາດ​ອາຫຣັບ ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນ​ຫລວງ​ໄຄ
ໂຣໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ປຶກສາ​ຫາລື​ກັນ ກ່ຽວ​ກັບແນວ​ຄິດ​ໃນການຈັດ​ຕັ້ງ​ຄະນະ​ກໍາ
ມະການຮ່ວມ​ອັນ​ນຶ່ງ​ລະ​ວ່າງ​ອາຫຣັບກັບອົງ ການສະຫະ​ປະຊາ​ຊາດ ​ເພື່ອ​ຕິດຕາມ​ເບິ່ງ
ສະຖານ​ນະ​ການ​ໃນ​ຊີ​ເຣຍນັ້ນ.

ຄາດ​ວ່າຄະນະ​ລັດຖະມົນຕີ ຈະ​ພິ​ຈາລະ​ນາຂໍ້ສະ​ເໜີສໍ​າລັບຕັ້ງ​ຄະນະ​ສັງ​ເກດ​ການ​ອາ​ຫຣັບ
ຊຸດ​ໃໝ່​ຂຶ້ນມາ​ເພື່ອ​ແທນ​ຊຸດ​ທໍາ​ອິດທີ່ໄດ້​ຖືກ​ງົດໄວ້​ເມື່ອ​ເດືອນ​ຜ່ານ​ມາ ຫລັງ​ຈາກ​ເຫດການ
ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ ​ເພີ່ມ​ທະວີ​ຂຶ້ນ.

ນອກ​ນີ້​ແລ້ວ ບັນດາ​ປະ​ເທດ​ຂົງ​ເຂດ​ອ່າວ​ເປີ​ເຊຍ ຍັງ​ໄດ້​ຖອນ​ພວກ​ນັກ​ສັງ ​ເກດ​ການ​ຂອງ
ຕົນ ​ເພື່ອ​ປະ​ທ້ວງ​ການ​ປະຕິ​ເສດ​ຂອງ​ລັດຖະບານ​ຊີ​ເຣຍ ​ທີ່​ບໍ່​ຍອ​ມຍຸດ​ເຊົາ​ປາບ​ປາມ​ການ​
ລຸກ​ຮື ​ທີ່​ດໍາ​ເນີນ​ມາ​ໄດ້ 11 ​ເດືອນ​ແລ້ວ​ນັ້ນ.

ຄະນະ​ລັດຖະມົນຕີ​ສັນນິບາດ​ຊາດ​ອາຫຣັບ ຍັງ​ມີ​ທ່າ​ທີ​ວ່າ​ຈະ​ປຶກສາ​ຫາລື​ເລື່ອງ​ການຮັບ​ຮູ້
ສະພາ​ແຫ່ງ​ຊາດ​ຊີ​ເຣຍ ທີ່​ມີ​ຖານ​ປະຕິບັດ​ການ​ຢູ່​ນະຄອນຫລວງ​ອີສຕັນ​ບູນຂອງ​ເທີ​ກີ ຊຶ່ງ
ເປັນ​ກຸ່ມປະສົມ​ຕໍ່ຕ້ານ​ລັດຖະບານຊີ​ເຣຍ.

ເມື່ອ​ວັນ​ເສົາ​ວານ​ນີ້ ​ເຫດການ​ຄວາມ​ຮຸນ​ແຮງ​ຍັງ​ສືບ​ຕໍ່​ດໍາ​ເນີນ​ໄປ​ຢູ່​ໃນ​ເມືອງ Homs
ບ່ອນ​ທີ່​ມີ​ປະຊາ​ຢ່າງ​ໜ້ອຍ 10 ຄົນ​ຖືກ​ຂ້າ​ຕາຍ ​ເວລາກໍາລັງ​ທະຫານ​ຂອງ​ລັດຖະບານ​ຊີ
ເຣຍ​ບຸກ​ເຂົ້າ​ໄປ​ໃນ​ເມືອງ Hom ​ເພື່ອ ປາ​ບປາມ​ພວກ​ທີ່​ລຸກ​ຂຶ້ນຕໍ່ຕ້ານ​ປະທານາທິບໍດີ
Assad ນັ້ນ.

ໃນ​ເມືອງ​ຫລວງ​ດາ​ມັສກັສ ​ແລະ​ເມືອງດູ​ມາ ທາງ​ພາກ​ໃຕ້​ຂອງ​ຊີ​ເຣຍ ​ເກີດ ມີ​ການ​ປະ​ທະ
ກັນ​ຕະຫລອດ​ຄືນ​ລະຫວ່າງ​ກອງທັບ​ເສລີ​ຊີ​ເຣຍ ​ແລະ​ກໍາລັງ ຂອງ​ລັດຖະບານ ທີ່ໄດ້​ສັງ
ຫານ​ຢ່າງ​ໜ້ອຍສາມ​ຄົນ.

ນອກ​ນີ້​ແລ້ວ ກໍາລັງ​ທະຫານ​ຂອງ​ລັດຖະບານ​ຊີ​ເຣຍ ຍັງ​ໄດ້​ບຸກ​ເຂົ້າ​ໄປ​ໃນ ເຂດ​ຕ່າງໆ​ຂອງ
Zabadani ທີ່​ຕັ້ງ​ຢູ່​ໃນ​ເຂດ​ພູ​ເຂົາ​ນັ້ນ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ເຫດການ​ກໍ່​ຄວາມ​ຮຸນ​ແຮງ​ຕ່າງໆທີ່ ​ເຊຶ່ອມ​ໂຍງ​ກັບ​
ການ​ລຸກ​ຮື​ນັ້ນ​ ໄດ້ເຂັ່ນຂ້າ​ຜູ້​ຄົນ​ໄປ​ແລ້ວ​ຫລາຍ​ກວ່າ 5,400 ຄົນ ​ແຕ່ທາງ​ອົງການກ່າວ
ເມືອ​ເດືອນ​ຜ່ານ​ມາ​ວ່າ ຕົນ​ໄດ້​ຢຸດທໍາ​ການລວບ​ລວມຈໍານວນ​ຜູ້​ເສຍ​ຊີວິດ​ແລ້ວ ​ເນຶ່ອງຈາກ​
ວ່າ​ມີ​ຄວາມ​ລໍາບາກ​ຫລາຍ​ໃນ ການເກັບ​ກໍາ​ຂໍ້​ມູນ.

XS
SM
MD
LG