ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສັນນິບາດອາຫຣັບວ່າ ຊີເຣຍຍັງບໍ່ພ້ອມ ທີ່ຈະປ່ຽນແປງ ແນວທາງຂອງຕົນເທື່ອ


ກອງປະຊຸມບັ້ນນຶ່ງຂອງພວກສະມາຊິກສັນນິບາດຊາດອາຫຣັບກ່ຽວກັບ
ຊີເຣຍ.
ກອງປະຊຸມບັ້ນນຶ່ງຂອງພວກສະມາຊິກສັນນິບາດຊາດອາຫຣັບກ່ຽວກັບ ຊີເຣຍ.

ຫົວໜ້າ​ຄະນະ​ກໍາມະການ​ສັນນິບາດ​ຊາດ​ອາຫຣັບ ຮັບຜິດຊອບ​ກ່ຽວກັບ​ເລື່ອງ​ຊີ​ເຣຍກ່າວ​
ວ່າ ມັນ​ເປັນ​ທີ່​ແຈ້ງ​ຂາວ​ແລ້ວ​ວ່າ ​ລັດຖະບານ​ຂອງປະທານາທິບໍດີ Bashar al-Assad
ຍັງບໍ່​ພ້ອມ​ທີ່​ຈະ​ປ່ຽນ​ແນວທາງ​ຂອງ​ຕົນ​ເທື່ອ.

ໃນ​ການ​ໃຫ້​ສໍາພາດຂ່າວ​ເມື່ອວັນ​ພຸດ​ວານ​ນີ້ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ຮ່ວມກັບ​ທ່ານ​ນາງ​
ຮິ​ລ​ແລ​ຣີ ຄລິນ​ຕັນ ລັດຖະມົນ​ຕີ​ຕ່າງປະ​ເທດສະຫະ ລັດນັ້ນ ທ່ານ Sheikh Hamad bin
Jassim al-Thani ນາຍົກ ລັດຖະມົນຕີ​ປະ​ເທດ​ຄາ​ຕ້າ ກ່າວ​ວ່າຊີ​ເຣຍຍັງ​ບໍ່​ໄດ້​ປະຕິບັດ​ຕາມ
ຄໍາ​ໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ໃຫ້​ໄວ້​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ ​ເພື່ອ​ຢຸດ​ເຊົາ​ການ​ປະ​ຫັດ​ປະຫານ
ເຂັ່ນຂ້າ​ພວກ​ພົນລະ​ເຮືອນ ​ແລະ​ປ່ອຍ​ຕົວ​ພວກ​ນັກ​ໂທດ.

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງຫລັງ​ຈາກທ່ານ Assad ​ໄດ້​ບອກພວກ​
ສະ​ໜັບສະ​ໜຸນ​ທີ່​ນະຄອນຫລວງ​ດາ​ມັສກັສ ວ່າ​ລັດຖະບານ​ຂອງທ່ານ​ຈະ​ເອົາ​ຊະນະ ​ການ
ປະຕິບັດ​ການ​ລວມຫົວກັນ ທີ່ຢູ່​ເບື້ອງ​ຫລັງ​ຂອງການ​ຄັດຄ້ານ​ທີ່​ບໍ່​ສະຫງົບ​ສຸຂ​ເປັນ​ເວລາ​ໄດ້
10 ​ເດືອນ​ມາ​ແລ້ວ​ນັ້ນ​ໃຫ້​ໄດ້. ​ໃນ​ການຖະ​ແຫລ​ງການ​ບັ້ນ​ນຶ່ງ​ທາງໂທ​ລະ​ພາບ​ເມື່ອ​ວັນ​ອັງ
ຄານ​ຜ່ານ​ມາ​ນີ້ ທ່ານ Assad ປະຕິ​ຍານ ​ທີ່​ຈະ​ໃຊ້ມາດ​ຕະການ​ອັນ​ສຽບ​ຂາດ​ຕໍ່ຕ້ານ​ພວກ
ກໍ່​ການ​ຮ້າຍ ພວກທີ່ທ່ານເວົ້າວ່າ ກໍາລັງຂັບ​ດັນ​ການກໍ່​ກະບົດ.

ທ່ານ​ນາງລັດຖະມົນຕີຄລິນ​ຕັນ​ໄດ້ກ່າວ​ເຖິງ​ຄຳ​ຖະ​ແຫຼງຂອງ​ທ່ານ Assad ນັ້ນ​ວ່າ​ເປັນ​ການ
ເຍາະ​ເຍີ້​ຍທີ່​ໜ້າ​ຢ້ານ ​ແລະ ກ່າວ​ວ່າ ​ແທນ​ທີ່​ຈະ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ຕໍ່​ການ​ກະທໍາ
ຂອງ​ຕົນນັ້ນ ​ແຕ່ທ່ານ Assad ​ມີ​ແຕ່​ຫາ​ທາງ​ແກ້​ຕົວ ​ໂດຍ​ກ່າວ​ໂຈມ​ຕີວ່າ​ເປັນ​ກົນອຸບາຍ
ຕ່າງໆ​ຂອງ​ພວກ​ຕ່າງປະ​ເທດ ​ແລະ​ການ​ສົມຮູ້​ຮ່ວມ​ຄິດຕ່າງໆ​ນາໆ.

ເຫດການ​ກໍ່​ຄວາມ​ຮຸນ​ແຮງຢູ່​ໃນ​ຊີ​ເຣຍຍັງດຳ​ເນີນ​ຕໍ່​ມາໃນ​ວັນ​ພຸດ​ວານ​ນີ້ ດ້ວຍການ​ຍິງ​ຈະ
ຫລວດໂຈມ​ຕີຢູ່​ໃນ​ເມືອງ Hom ທີ່​ບໍ່​ສະຫງົບ​ສຸຂ ທີ່​ໄດ້​ສັງຫານ​ນັກ​ຂ່າວ​ໂທລະພາບຊາວ​
ຝຣັ່ງຄົນນຶ່ງ ​ແ​ລະນັກ​ຂ່າວ​ຕ່າງປະ​ເທດ ຢ່າງ​ໜ້ອຍ​ອີກ​ຄົນ​ນຶ່ງ​ໄດ້​ຮັບບາດ​ເຈັບ​.

XS
SM
MD
LG