ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກສັງເກດການສັນນິບາດອາຫຣັບ ຈະຢູ່ໃນຊີເຣຍ ຕໍ່ໄປ ເຖິງແມ່ນຖືກຕໍາໜິຕິຕຽນ


ພວກນັກສັງເກດການຂອງສັນນິບາດຊາດອາຫຣັບ ຂະນະປະຕິບັດການ ຢູ່ໃນຊີເຣຍ
ພວກນັກສັງເກດການຂອງສັນນິບາດຊາດອາຫຣັບ ຂະນະປະຕິບັດການ ຢູ່ໃນຊີເຣຍ

ການ​ປະຕິບັດ​ງານ​ສັງ​ເກດ​ການ​ຂອງ​ສັນ​ນິບາດ​ຊາດ​ອາຫຣັບ​ໃນ​ຊີ​ເຣຍຈະດໍາ​ເນີນ​ຕໍ່​ໄປ
ເຖິງ​ແມ່ນ​ມີ​ການ​ຕໍາ​ໜິຕິຕຽນ​ກ່ຽວ​ກັບປະ​ສິດ​ທະ​ຜົນ ​ເພື່ອຜັກ​ດັນ​ໃຫ້​ປະທານາທິບໍດີ
Bashar al-Assad ປະຕິບັດ​ຕາມ​ຄໍາ​ໝັ້ນ ສັນຍາ​ຂອງ​ທ່ານ​ເພື່ອ​ຍຸຕິ​ການ​ກໍ່​ຄວາມ​ຮຸນ
ແຮງຕໍ່​ພວກ​ປະ​ທ້ວງ​ນັ້ນ.

ສັນນິບາດ​ຊາດ​ອາຫຣັບ ​ຈະ​ພົບ​ປະກັນ​ຢູ່​ອີ​ຈິບໃນ​ວັນ​ອາທິດ​ນີ້ ​ເພື່ອສັ່ງ​ຊາຕີລາຄາຫລັກ
ຖານ​ເບຶ້ອງຕົ້ນ​ຕ່າງໆຢູ່​ໃນ​ຊີ​ເຣຍ​ແລະ​ຈະ​ຕັດສິນ​ໃຈ​ວ່າ ຈະ​ດໍາ​ເນີນ​ການ​ຕໍ່​ໄປ​ຫລື​ບໍ່. ຂອງ
ພວກ​ນັກ​ສັງ​ເກດຊຸດ​ທໍາ​ອິດ 50 ຄົນ​ ທີ່​ເດີນທາງໄປ​ເຖິງ​ຊີ​ເຣຍ​ເມື່ອ​ວັນ​ທີ່ 26 ​ເດືອນ​ທັນວາ
ເພື່ອ​ຕິດຕາມ​ເບິ່ງ ການ​ປະຕິບັດ​ງານ​ຂອງ​ລັດຖະບານ​ຊີ​ເຣຍທີ່​ວ່າ​ຈະ​ຍຸຕິ​ການ​ກວາດ​ລ້າງ
ຢ່​າງນອງ​ເລືອດຕໍ່​ພວກ​ປະ​ທ້ວງ​ເມື່ອ​ສິບ​ເດືອນ​ຜ່ານ​ມາ.

ເມື່ອ​ວັນ​ພະຫັດ​ວານ​ນີ້ ນາຍົກລັດຖະມົນຕີປະ​ເທດ​ຄາ​ຕ້າ ຍອມຮັບ​ວ່າ​ພວກ​ນັກ​ສັງ​ເກດ​
ການ​ຂອງ ສັນນິບາດ​ຊາດ​ອາ​ຫຣັບຢູ່​ໃນ​ຊີ​ເຣຍ​ໄດ້​ປະຕິບັດ​ງານ​ຢ່າງຜິດພາດ ​ແລະ​ວ່າ
ຕ້ອງການ​ການ​ຊ່ວຍ​ເຫລືອ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ປັບປຸງການຕິດຕາມແລະ
ສັງ​ເກດ​ກາ​ນລັດຖະບານ​ຂອງ ທ່ານ Assad .

ຫລັງ​ຈາກ​ໄດ້​ພົບ​ປະ​ກັບ​ທ່ານ ພັນ ຄີ​ມູນ ​ເລຂາ​ທິການ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນີວ
ຢ໊ອກ​ແລ້ວ ທ່ານ Sheikh Hamad ຍອມຮັບ​ວ່າ​ພວກ ສັງ​ເກດ​ການສັນ​ນິບາດ​ຊາດ​ອາ
ຫຣັບນັ້ນ ​ແມ່ນ​ດ້ອຍ​ປະສົບ​ການ​ກວ່າທີ​ມ ສັງ​ເກດ​ການອື່ນໆ​ຂອງ​ລະຫວ່າງ​ຊາດ. ທ່ານ
Sheikh Hamad ​ເປັນ​ປະທານ​ຄະນະ ກໍາມະການ​ສັນນິບາດ​ຊາດ​ອາຫຣັບກ່ຽວ​ກັບ
ຊີ​ເຣຍ.

ນອກ​ນີ້​ແລ້ວ ທ່ານ Burhan Ghalioun ຜູ້​ນໍາ​ພັກ​ຝ່າຍ​ຄ້ານໃຫຍ່​ຂອງ​ຊີ​ເຣຍ ຍັງ​ໄດ້
ຮຽກຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ນານາ​ຊາດ​ຢູ່​ໃນ​ຊີ​ເຣຍ. ທ່ານກ່າວໃນ​ຕອນ​ໃຫ້​ສໍາ
ພາດ​ກັບ​ສື່​ມວນ​ຊົນ​ອັງກິດ​ເມື່ອ​ວັນ​ພະຫັດ​ວານ​ນີ້ ວ່າ ພວກ​ປະ​ເທດ​ຕາ​ເວັນ​ຕົກ​ຄວນ
ຈະ​ຈັດ​ຕັ້ງ​ເຂດ​ບໍ່​ໃຫ້​ບິນ ​ໃນ​ນ່ານຟ້າ ​ເຂດ​ຕ່າງໆ​ຂອງ​ປະ​ເທດ. ທ່ານ ກາລີ​ອູ​ນ ​ໄດ້​ກ່າວ
ຍໍ້າວ່າ ນີ້​ອາດ​ຈະ​ມີ ຂອບ​ເຂດ​ທີ່​ນ້ອຍ​ກວ່າ​ເຂດ​ບໍ່​ໃຫ້​ບິນ​ທີ່​ນໍາ​ໂດຍ​ນາ​ໂຕ້ໃນ​ບີ​ເລຍ​ນັ້ນ.
ແຕ່​ກໍ ກ່າວ​ອີກ​ວ່າມັນ​ສາມາດ​ຊ່ວຍ​ສະໜັບສະໜຸນ​ການ​ປະຕິວັດ​ໄດ້.

ຜູ້ນໍາສະພາ​ແຫ່ງ​ຊາດ​ຊີ​ເຣຍ ​ໄດ້​ບອກ​ອົງການ​ຂ່າວ​ບີ​ບີ​ຊີ​ຂອງ​ອັງກິດ ​ແລະ Telegraph
ວ່າ​ສັນນິບາດ​ຊາດ​ອາຫຣັບຕ້ອງ​ພິສູດ​ໃຫ້​ເຫັນ​ວ່າ​ຕົນ​ກໍາລັງ​ທ້າ​ທາຍ​ລັດຖະບານ​ຂອງ​ທ່ານ
ອາ​ຊັດ ຢ່າງເອົາ​ຈິງ​ເອົາ​ຈັງ.

ຄວາມ​ພະຍາຍາມຂອງ​ສັນ​ນິບາດ​ຊາດ​ອາຫຣັບ​ນີ້ ​ແມ່ນ​ແນ​ເປົ້າໝາຍເພື່ອ​ຄໍ້າປະກັນ​ໃຫ້
ປະທານາທິບໍດີ Bashar al-Assad ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ຂອງ​ທ່ານ ​ເພື່ອ​ຖອນ
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຈາກ​ຫົວ​ເມືອງ​ຕ່າງໆ​ ປ່ອຍ​ພວກ​ນັກ​ໂທດ​ການເມືອງ ​ແລະ
ອະນຸຍາດ​ໃຫ້​ມີ​ການ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ.

XS
SM
MD
LG