ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຕໍ່ຕ້ານ ໃນຊີເຣຍ ຈະຕັດສິນໃຈ ໄປຮ່ວມ ການເຈລະຈາ ສັນຕິພາບ ຫຼືບໍ່? (ສະ​ໄລ​ດ໌/ວີດີໂອ)


ຫົວໜ້າກຸ່ມແນວໂຮມແຫ່ງຊາດ ທ່ານ Ahmad al-Jarba (ຊ້າຍ) ພວມຟັງ ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ໃນລະຫວ່າງການປະຊຸມກັນ ທີ່ບ້ານພັກ ເອກອັກຄະລັດຖະທູດ ສຫລ ປະຈຳກຸງປາຣີ (13 ມັງກອນ 2014)
ຫົວໜ້າກຸ່ມແນວໂຮມແຫ່ງຊາດ ທ່ານ Ahmad al-Jarba (ຊ້າຍ) ພວມຟັງ ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ໃນລະຫວ່າງການປະຊຸມກັນ ທີ່ບ້ານພັກ ເອກອັກຄະລັດຖະທູດ ສຫລ ປະຈຳກຸງປາຣີ (13 ມັງກອນ 2014)
ກຸ່ມແນວໂຮມຝ່າຍຄ້ານໃຫຍ່ທີ່ສຸດ ທີ່ໄດ້ຮັບການໜຸນຫລັງ ຈາກ
ປະເທດຕາເວັນຕົກ ມີກຳນົດຈະລົງຄະແນນສຽງກັນໃນວັນສຸກມື້
ນີ້ ກ່ຽວກັບວ່າຈະໄປຮ່ວມການເຈລະຈາສັນຕິພາບທີ່ນະຄອນເຈ
ນີວາ ໃນອາທິດໜ້ານີ້ ຫລືບໍ່.

ການປະຊຸມຂອງກຸ່ມແນວໂຮມແຫ່ງຊາດຊີເຣຍທີ່ນະຄອນອິສຕັນ
ບູລ ມີຂຶ້ນທ່າມກາງການກົດດັນຢ່າງໜັກຂອງສະຫະລັດເພື່ອໃຫ້ ກຸ່ມຝ່າຍຄ້ານດັ່ງກ່າວໄປຮ່ວມກອງປະຊຸມ ທີ່ແນໃສ່ເພື່ອຫາທາງ ສ້າງຕັ້ງລັດຖະບານໃນໄລຍະຂ້າມຜ່ານ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ກ່າວ
ໃນວັນພະຫັດວານນີ້ວ່າການເຈລະຈາດັ່ງກ່າວແມ່ນໂອກາດອັນດີທີ່ສຸດສຳລັບພວກຝ່າຍ ຄ້ານ ທີ່ຈະບັນລຸເປົ້າໝາຍຂອງປະຊາຊົນຊາວຊີເຣຍ ແລະການປະຕິວັດ.



ທ່ານ Kerry ເວົ້າວ່າ “ມັນແມ່ນກ່ຽວກັບການຈັດຕັ້ງຂັ້ນຕອນທີ່ຈຳເປັນເພື່ອສ້າງຕັ້ງ
ອຳນາດການປົກຄອງໃນໄລຍະຂ້າມຜ່ານ ທີ່ມີອຳນາດໃນການບໍລິຫານຢ່າງເຕັມ ທີ່ຈັດຕັ້ງຂຶ້ນໂດຍການເຫັນພ້ອມນຳກັນຂອງທຸກໆຝ່າຍ. ຂັ້ນຕອນດັ່ງກ່າວນີ້ແມ່ນ ຊ່ອງທາງດຽວເທົ່ານັ້ນ ທີ່ຈະຍຸຕິສົງຄາມກາງເມືອງ ທີ່ໄດ້ກໍ່ໃຫ້ເກີດໄພພິບັດທາງ ດ້ານມະນຸດສະທຳ ຮ້າຍແຮງທີ່ສຸດອັນນຶ່ງໃນໂລກ ຊຶ່ງໄດ້ພາໃຫ້ເກີດ ບ່ອນເພາະ ພັນຂອງພວກຫົວຮຸນແຮງຈັດ.”


ທ່ານ Kerry ກ່າວວ່າ ຜູ້ນຳຂອງລັດຖະບານ ໄລຍະຂ້າມຜ່ານໃດໆກໍຕາມ ຈະຕ້ອງໄດ້ຮັບ ການອະນຸມັດຈາກທຸກພັກຝ່າຍ ຊຶ່ງໝາຍຄວາມວ່າ ປະທານາທິບໍດີ ຊີເຣຍທ່ານ Bashar
al-Assad ມີທ່າທາງວ່າຈະບໍ່ຮວມຢູ່ໃນນັ້ນ.

ມາຮອດປັດຈຸບັນນີ້ ພວກຜູ້ນຳຝ່າຍຄ້ານໄດ້ປະຕິເສດບໍ່ຍອມໄປຮ່ວມການເຈລະຈາ ຖ້າ
ບໍ່ມີການໃຫ້ຄວາມໝັ້ນໝາຍລ່ວງໜ້າວ່າ ປະທານາທິບໍດີ Assad ຈະລົງຈາກອຳນາດ.

ລັດຖະມົນຕີການຕ່າງປະເທດຊີເຣຍທ່ານ Walid al-Moalem ໄດ້ໃຫ້ການຢືນຢັນໃນວັນ ສຸກມື້ນີ້ວ່າ ຊີເຣຍຈະໄປຮ່ວມການເຈລະຈາ ຊຶ່ງຈະມີຂຶ້ນ ໃນວັນທີ 22 ມັງກອນນີ້.

Kerry Slams Syrian Efforts to Change Focus of Geneva Peace Talks
please wait

No media source currently available

0:00 0:02:25 0:00
ລິງໂດຍກົງ
XS
SM
MD
LG