ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຝຣັ່ງວ່າ ນາໆຊາດ ຕ້ອງຕອບໂຕ້ ດ້ວຍກໍາລັງ ຖ້າຊີເຣຍ ຫາກໃຊ້ ອາວຸດເຄມີ ແທ້ (ສະໄລດ໌/ວີດິໂອ)


ພົນລະເຮືອນຊີເຣຍ ກໍາລັງກວດເບິ່ງວ່າສົບໃດແມ່ນຂອງໃຜ ລຸນຫລັງ ການໂຈມຕີຂອງທະຫານລັດຖະບານ ທີ່ຖືກກ່າວຫາວ່າ ໃຊ້ອາຍແກັສເປັນພິດ ໃນນະຄອນ Damascus ໃນວັນທີ 21 ສິງຫາ 2013.
ພົນລະເຮືອນຊີເຣຍ ກໍາລັງກວດເບິ່ງວ່າສົບໃດແມ່ນຂອງໃຜ ລຸນຫລັງ ການໂຈມຕີຂອງທະຫານລັດຖະບານ ທີ່ຖືກກ່າວຫາວ່າ ໃຊ້ອາຍແກັສເປັນພິດ ໃນນະຄອນ Damascus ໃນວັນທີ 21 ສິງຫາ 2013.
ຝຣັ່ງເວົ້າວ່າ ປະຊາຄົມສາກົນ ຈະຕ້ອງຕອບໂຕ້ດ້ວຍກໍາລັງ
ທະຫານ ຖ້າຫາກພົບຫລັກຖານວ່າການກ່າວອ້າງຂອງຝ່າຍ
ຕໍ່ຕ້ານລັດຖະບານທີ່ວ່າກໍາລັງທະຫານຂອງລັດຖະບານຊີເຣຍ
ໃຊ້ອາວຸດເຄມີໃນການໂຈມຕີຢູ່ໃກ້ນະຄອນຫລວງ Damascus
ນັ້ນ ເປັນຄວາມຈິງ.

ແຕ່ຢ່າງໃດກໍຕາມ ໃນວັນພະຫັດມື້ນີ້ ລັດຖະມົນຕີກະຊວງການ
ຕ່າງປະເທດຝຣັ່ງທ່ານ Laurent Fabius ໄດ້ປະຕິເສດກ່ຽວກັບ
ຄວາມເປັນໄປໄດ້ ໃນການທີ່ຈະໃຊ້ກໍາລັງ ພາກພື້ນດິນ.

ຂະນະດຽວກັນ ທ່ານ Ahmet Davutoglu ລັດຖະມົນຕີກະ
ຊວງການຕ່າງປະເທດຂອງເທີກີ ກໍໄດ້ຮຽກຮ້ອງໃຫ້ນາໆຊາດເອົາບາດກ້າວເຊັ່ນກັນ ໂດຍເວົ້າວ່າໄດ້ມີການຂ້າມ “ຂີດເສັ້ນແດງ” ໄປແລ້ວຢູ່ໃນຊີເຣຍ.



ພວກນັກເຄື່ອນໄຫວເວົ້າວ່າ ກໍາລັງທະຫານຂອງລັດຖະບານຊີເຣຍໄດ້ເລີ້ມທໍາການໂຈມ
ຕີ ດ້ວຍການຖິ້ມລະເບີດຄັ້ງໃໝ່ ໃນວັນພະຫັດມື້ນີ້ ຢູ່ໃນເຂດເມືອງ Ghouta ຕາເວັນ
ອອກ ບ່ອນທີ່ນຶ່ງມື້ກ່ອນໜ້ານີ້ ຝ່າຍຕໍ່ຕ້ານໄດ້ກ່າວຫາທະຫານລັດຖະບານວ່າ ໃຊ້ອາ
ວຸດເຄມີສັງຫານພົນລະເຮືອນຫລາຍໆຄົນ.

ລັດຖະບານຊີເຣຍໄດ້ປະຕິເສດຕໍ່ການກ່າວຫາ ໂດຍເວົ້າວ່າຕົນບໍ່ໄດ້ໃຊ້ອາວຸດເຄມີ ແລະເວົ້າວ່າຝ່າຍຕໍ່ຕ້ານລັດຖະບານ ກໍາລັງພະຍາຍາມຫັນເຫຄວາມສົນໃຈຂອງຄະ
ນະກວດກາອົງການສະຫະປະຊາຊາດທີ່ຢູ່ໃນປະເທດ ເພື່ອສືບສວນເບິ່ງການກ່າວ ອ້າງຂອງຝ່າຍລັດຖະບານທີ່ເວົ້າວ່າ ພວກຕໍ່ຕ້ານລັດຖະບານໄດ້ໃຊ້ອາວຸດເຄມີ ໃນ ຕົ້ນປີນີ້.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມສຸກເສີນໃນ ວັນ
ພຸດວານນີ້ ເພື່ອຫາລືກັນກ່ຽວກັບສະຖານະການໃນຊີເຣຍ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

International Community Urges Force in Response to Alleged Syrian Chemical Weapons
please wait

No media source currently available

0:00 0:01:58 0:00
ລິງໂດຍກົງ
XS
SM
MD
LG