ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດສັນຕິພາບ ນາໆຊາດ ພົບປະ ປະທານາທິບໍດີຊີເຣຍ ເລື້ອງຢຸດຍິງຊົ່ວຄາວ


ປະທານາທິບໍດີຊີເຣຍ ທ່ານ Bashar al-Assad (ຊ້າຍ) ຈັບມືກັບກັບທູດສັນຕິພາບນາໆຊາດ
ທ່ານ Lakhdar Brahimi ກ່ອນການພົບປະກັນ ໃນວັນທີ 21 ຕຸລາ, 2011
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad (ຊ້າຍ) ຈັບມືກັບກັບທູດສັນຕິພາບນາໆຊາດ ທ່ານ Lakhdar Brahimi ກ່ອນການພົບປະກັນ ໃນວັນທີ 21 ຕຸລາ, 2011
ໂທລະພາບຂອງລັດຖະບານຊີເຣຍເວົ້າວ່າ ປະທານາທິບໍດີ
Bashar al-Assad ໄດ້ພົບປະກັບທູດສັນຕິພາບນາໆຊາດ
ທ່ານ Lakhdar Brahimi. ລາຍງານຂ່າວ ບໍ່ໄດ້ໃຫ້ລາຍລະອຽດ
ໃດໆ ກ່ຽວກັບການພົບປະດັ່ງກ່າວທີ່ມີ ຂຶ້ນໃນວັນອາທິດມື້ນີ້ ທີ່
ນະຄອນຫຼວງດາມັສກັສ.

ທ່ານ Brahimi ຊຶ່ງເປັນທັງທູດພິເສດຂອງສະຫະປະຊາຊາດ
ແລະສັນນິບາດ ຊາດອາຣັບ ໄດ້ຮຽກຮ້ອງໃຫ້ທັງສອງຝ່າຍທີ່ກ່ຽວ ຂ້ອງກັບວິກິດການໃນຊີເຣຍນັ້ນ ສະໜັບສະໜຸນໃຫ້ມີການຢຸດຍິງ
ໃນໄລຍະບຸນ Eid al-Adha ຂອງຊາວມຸສ ລິມ ຊຶ່ງຈະດໍາເນີນໄປ
ເປັນເວລາ 4 ວັນ ເລີ້ມແຕ່ວັນທີ 26 ຕຸລານີ້.

ນອກນັ້ນ ເລຂາທິການໃຫຍ່ຂອງສະຫະປະຊາຊາດ ແລະສັນນິ
ບາດຊາດອາຣັບ ຍັງ ໄດ້ຮຽກຮ້ອງໃຫ້ມີການຢຸດເຊົາການກໍ່ຄວາມຮຸນແຮງ ຢູ່ໃນໄລຍະ ວັນບຸນທາງສາສະໜາດັ່ງກ່າວ ເພື່ອເຮັດໃຫ້ການລຸກຮືຂຶ້ນຕໍ່ຕ້ານລັດຖະບານ ທີ່ຍືດເຍື້ອ ມາເປັນເວລາ 19 ເດືອນນັ້ນ ສິ້ນສຸດລົງ.

ຫາກແຕ່ວ່າການກໍ່ຄວາມຮຸນແຮງ ຍັງສືບຕໍ່ດໍາເນີນໄປຢູ່ ໃນວັນອາທິດມື້ນີ້ ຢູ່ນະຄອນຫຼວງ
ດາມັສກັສ ໃນຂະນະທີ່ປະທານາທິບໍດີ Assad ກໍາລັງພົບປະກັບທ່ານ Brahimi ທູດສັນ ຕິພາບຢູ່ນັ້ນ.

ລະເບີດລູກນຶ່ງທີ່ຫ້າງໄວ້ໃນລົດ ໄດ້ແຕກຂຶ້ນຢູ່ໃກ້ກັບປ້ອມຕໍາຫລວດໃນເມືອງ Bab Touma ຊຶ່ງເປັນຄຸ້ມຂອງຊາວຄຣິສຕຽນໃນເຂດເມືອງເກົ່າຂອງນະຄອນຫຼວງ ດາມັສກັສນັ້ນ ໂດຍໄດ້
ເຮັດໃຫ້ຫລາຍຄົນເສຍຊີວິດ ແລະອີກຈຳນວນນຶ່ງ ໄດ້ຮັບບາດເຈັບ.
XS
SM
MD
LG