ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິຣ່ານວ່​າ ສະຫະລັດ​ ຕ້ອງ​ຮັບຜິດ​ຊອບ ​ໃນ​ການ​ລັກ​ພາ​ຕົວ​ ຊາວ​ອິຣ່ານ 48 ຄົນ ຢູ່ຊີເຣຍ


ເລຂາທິການ​ຂອງສະພາ​ຄວາມ​ໝັ້ນຄົງ​​ແຫ່ງ​ຊາດອິຣ່ານ ທ່ານ Saeed Jalili, ພົບ​ກັບ ​ທ່ານ Bashar Assad
ເລຂາທິການ​ຂອງສະພາ​ຄວາມ​ໝັ້ນຄົງ​​ແຫ່ງ​ຊາດອິຣ່ານ ທ່ານ Saeed Jalili, ພົບ​ກັບ ​ທ່ານ Bashar Assad

ອິຣ່ານ ກ່າວ​ວ່​າ ສະຫະລັດ​ຕ້ອງ​ເປັນ​ຜູ້​ຮັບຜິດ​ຊອບ​ໃນ​ການ​ລັກ​ພາ​ຕົວ​ຂອງຊາວ​ອິຣ່ານ
48 ຄົນ ​ໃນ​ວັນ​ເສົາ​ແລ້ວ ​ຢູ່​ທີ່ຊິີເຣຍ.

ສື່ມວນ​ຊົນ​ຂອງທາງການອິຣ່ານຖະ​ແຫຼ​ງວ່າ ກະຊວງ​ການ​ຕ່າງປະ​ເທດຂອງ​ຕົນ ​ໄດ້ແຈ້ງ
​ໃຫ້ ນັກ​ການ​ທູດ​ຂອງ Swiss ​ທີ່​ກຸງ​ເທຣ່ານ ຊາບວ່າ ອິຣ່ານຄາດ​ວ່າ ສະຫະລັດຈະ​ໃຊ້
ອິດ​ທິພົນຂອງ​ຕົນ ​ເພື່ອ​ໃຫ້​ມີ​ການ​ປ່ອຍ​ຕົວ​ປະກັນ​ເຫຼົ່ານີ້ ​ໂດຍ​ບໍ່​ມີເງື່ອນ​ໄຂ​ລ່ວງ​ໜ້າໃດໆ
ທັງ​ສິ້ນ. ປະ​ເທດສວີສ ເປັນ​ຜູ້ຕາງໜ້າ​ຮັກສາ​ຜົນ​ປະ​ໂຫຍ​ດ ໃຫ້​ສະຫະລັດ​ຢູ່​ໃນອິຣ່ານ ​
ເພາະວ່າ ກຸງວໍ​ຊິງ​ຕັນ ​ແລ​ະກຸງເທຣ່ານນັ້ນ ​ບໍ່​ມີ​ການ​ສໍາພັນ​ທາງ​ການ​ທູດລະຫວ່າງ​ກັນ.

ອິຣ່ານກ່າວ​ວ່າ ພວກ​ທີ່​ຖືກລັກ​ພາ​ຕົວ 48 ຄົນ ​ໃນ​ນະຄອນຫຼວງ Damascus ​ແມ່ນ​ພວກ
​ທີ່​ໄປ​ສະ​ແຫວ​ງບຸນ ແຕ່​ຜູ້​ບັງຄັບ​ບັນຊາກອງພັນ​ຄົນ​ນຶ່ງ​ຂອງພວກກຸ່ມ​ກະບົດ​ ກອງທັບ​ຊີ​
ເຣຍ​ເສຣີ ​ກ່າວເຖິງ​ພວກ​ດັ່ງກ່າວ​ນີ້ວ່າ ​ເປັນ​ໜ່ວຍ​ສອດ​ແນມຂອງ​ກຳລັງ​ພິທັກ​ປະຕິວັດ​
ຂອງ​ອິຣ່ານ.

ລັດຖະມົນຕີການ​ຕ່າງປະ​ເທດອິຣ່ານ ທ່ານ Ali Akbar Salehi ກໍາລັງ​ຢ້ຽມຢາມເທີ​ກີ ​
ໃນ​ວັນ​ອັງຄານ​ມື້​ນີ້ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ໃນຊີ​ເຣຍ ກັບຄູ່ຕຳ​ແໜ່​ງຝ່າຍ
​ເທີ​ກີທ່ານ Ahmet Davutoglu.

ນອກ​ນັ້ນ​ແລ້ວ ໃນ​ວັນ​ອັງຄານ​ມື້​ນີ້​ ສື່ມວນ​ຊົນ​ຂອງທາງການ​ອິຣານຍັງ​ກ່າວວ່າ ​ເລຂາທິ
ການ​ຂອງສະພາ​ຄວາມ​ໝັ້ນຄົງແຫ່ງ​ຊາດອິຣ່ານ ທ່ານ Saeed Jalili ​ໄດ້​ເດີນ​ທາງ​ໄປ​
ນະຄອນ Damascus ເພື່ອ​ພົບ​ປະ​ກັບປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad
​ແລະ​ບັນດາ​ຜູ້​ນໍາ​ຄົນ​ອື່ນໆ​ນໍາ.

ລັດຖະບານ​ຂອງ​ຊີ​ເຣຍແມ່ນ​ໄດ້​ຮັບ​ຄວາມເສຍ​ຫາຍ​ຢ່າງ​ໜັກ​ ໃນວັນ​ຈັນ​ວານ​ນີ້ ​ເວລານາ
ຍົກລັດຖະມົນຕີ ທ່ານ Riyad Hijab ​ໄດ້​ໂຕນ​ໜີ ພຽງ 2 ​ເດືອນ ຫຼັງຈາກ​ໄດ້​ເຂົ້າ​ກໍາ​ຕໍາ
​ແໜ່​ງສູງ​ສຸດ​ນັ້ນ. ທ່ານ Hijab ​ກ່າວ​ວ່າ ທ່ານ​ໄດ້ໂຕນໜີຈາກ​ອັ​ນທີ່​ທ່ານ​ເອີ້ນ​ວ່າ “ອຳນາດ
​ການ​ປົກຄອງ​ທີ່ເຂັນ​ຂ້າປະຊາຊົນ ​ແລະ​ກໍ່​ການ​ຮ້າຍ​ນັ້ນ.” ​ເຈົ້າ​ໜ້າ​ທີ່ຈໍ​ແດນ​ ໄດ້​ກ່າວ​ວ່​າ
ທ່ານ​ໄດ້​ໂຕນ​ໜີ​ໄປຍັງຈໍ​ແດນ.

ໃນ​ຂະນະ​ດຽວ​ກັນ​ນີ້ ພວກ​ນັກ​ເຄື່ອນ​ໄຫວຝ່າຍ​ຄ້ານ​ຊີ​ເຣຍກ່າວ​ວ່າ ກອງ​ກໍາລັງ​ຮັກສາ​
ຄວາ​ມປອດ​ໄພຂອງ​ລັດຖະບານ ໄດ້ຍິງ​ປືນ​ໃຫຍ່​ໂຈມ​ຕີຫຼາຍໆ​ຄຸ້ມ ໃນ​ເມືອງ Aleppo
​ໃນ​ວັນ​ອັງຄານ​ມື້​ນີ້.


XS
SM
MD
LG