ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ​ຊີ​ເຣຍສືບ​ຕໍ່ ​ທໍາ​ການ​ໂຈມ​ຕີ ຕໍ່​ທີ່​ໝັ້ນ​ຂອງ​ຝ່າຍ​ກະບົດ (ສະໄລດ໌)


ຊາຍຜູ້ນຶ່ງໄປຊອກບ່ອນລີ້ ໃນຂະນະທີ່ມີການປະທະກັນລະຫວ່າງພວກນັກສູ້ຈາກອງທັບປົດປ່ອຍ ຊີເຣຍ ແລະ ທະຫານຂອງກອງທັບຊີເຣຍ ທີ່ຄຸ້ມ Salah al-Din ໃຈກາງຂອງເມືອງ Aleppo ໃນວັນທີ 4 ສິງຫາ, 2012
ຊາຍຜູ້ນຶ່ງໄປຊອກບ່ອນລີ້ ໃນຂະນະທີ່ມີການປະທະກັນລະຫວ່າງພວກນັກສູ້ຈາກອງທັບປົດປ່ອຍ ຊີເຣຍ ແລະ ທະຫານຂອງກອງທັບຊີເຣຍ ທີ່ຄຸ້ມ Salah al-Din ໃຈກາງຂອງເມືອງ Aleppo ໃນວັນທີ 4 ສິງຫາ, 2012

ກອງທັບ​ຊີ​ເຣຍສືບ​ຕໍ່​ທໍາ​ການ​ໂຈມ​ຕີຕໍ່​ທີ່​ໝັ້ນ​ຂອງ​ຝ່າຍ​ກະບົດ ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ
​ເມືອງອາ​ແລັບໂປ ທາງ​ພາກ​ເໜືອ​ຂອງ​ປະ​ເທດ ​ໂດຍ​ການ​ລະດົມ​ຍິງ​ປືນ​ໃຫຍ່ໃສ່ ​ແລະ
​ໃຊ້​ເຮືອບິນ​ເຮ​ລີ​ຄອບ​ເຕີ້​ປະກອບ​ອາວຸດ.

ອາ​ແລັບ​ໂປ ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຊີ​ເຣຍ​ໄດ້​ກາຍມາ​ເປັນ​ສະໜາມ​ລົບ​ອັນ​ສໍາຄັນໃນ
​ການ​ລຸກ​ຮື​ຂຶ້ນມາ​ເປັນ​ເວລາ​ເກືອ​ຍປີ​ເຄິ່ງ ​ຕໍ່ຕ້ານ​ການປົກຄອງ​ຂອງ​ປະທານາທິບໍດີ
Bashar al-Assad ​ໃນ​ຂະນະ​ທີ່​ມີ​ລາຍ​ງານ​ວ່າ ຝ່າຍ​ລັດຖະບານກໍ​ພວມ​ລະດົມ​ກໍາລັງ
ຢ່າງ​ໃຫຍ່ ​ເພື່ອ​ກຽມ​ໂຕ​ສໍາລັບ​ອັນ​ທີ່​ຄາດ​ກັນ​ວ່າ ຈະ​ເປັນ​ການ​ເປີດ​ສາກ​ບັ້ນ​ໂຈມ​ຕີ​ຢ່າງ​
ໜັກ​ຕ້ານ​ພວກ​ຝ່າຍ​ຄ້ານ.

​ໃນ​ຂະນະ​ດຽວ​ກັນ ສື່ຂອງອີຣ່ານລາຍ​ງານ​ຂ່າວໃນວັນອາທິດມື້ນີ້ວ່າ ລັດຖະບານກຸງ
ເຕ່ຮະຣ່ານ ໄດ້ຂໍຮ້ອງໃຫ້ເທີກີ ແລະກາຕາ ຊ່ວຍ​ໃຫ້​ມີ​ການ​ປ່ອຍ​ໂຕຄົນສັນຊາດອີຣ່ານ
48 ຄົນ ທີ່ຖືກລັກພາຕົວໄປໃນວັນເສົາວານນີ້ ທີ່ນະຄອນຫລວງດາມັສກັສນັ້ນ. ອີຣ່ານ
ເວົ້າວ່າ ຜູ້ໄດ້ຮັບເຄາະຮ້າຍ ແມ່ນຜູ້ສະແຫວງບຸນທາງສາສະໜາ ແຕ່ວ່າ ໂທລະພາບ
Al-Arabiya ເວົ້າວ່າ ພວກກະບົດ​ໃນ​ຊີ​ເຣຍກ່າວ​ວ່າ ຄົນພວກນີ້ ເປັນສະມາຊິກ​ຂອງ​
ໜ່ວຍ​ພິທັກ​ການ​ປະຕິວັດ ຫລື​ກອງ​ກໍາລັງ​ຊັ້ນ​ຫົວ​ກະທິ​ຂອງອີຣ່ານ.

ອີຣ່ານເປັນຜູ້ໜູນຫລັງລັດຖະບານຊີເຣຍ ໃນຂະນະທີ່ເທິກີ ແລະກາຕາແມ່ນໃຫ້ການ ສະໜັບສະໜູນແກ່ຝ່າຍຕໍ່ຕ້ານລັດຖະບານຊີເຣຍ.

​ໃນ​ອີກ​ຂ່າວ​ນຶ່ງ​ນັ້ນ ຄາດ​ວ່າລັດຖະມົນ​ຕີກະຊວງການ​ຕ່າງປະ​ເທດສະຫະລັດ​ ທ່ານ​ນາງ
Hillary Clinton ​ຈະເດີນທາງໄປຢ້ຽມຢາມເທີກີ ໃນວັນເສົາໜ້າ ເພື່ອສົນທະນາຫາລື
ກ່ຽວກັບ ສະພາບການທີ່ຮ້າຍແຮງລົງ​ໃນຊີເຣຍ ປະເທດເພື່ອນບ້ານຂອງເທີກີນັ້ນ.

ເຈົ້າໜ້າທີ່ກະຊວງການ​ຕ່າງປະ​ເທດສະຫະລັດທ່ານນຶ່ງ ໄດ້ອອກຄໍາປະກາດດັ່ງກ່າວ ໃນ
ວັນອາທິດມື້ນີ້ ໃນຂະນະທີ່ ທ່ານ​ນາງ Clinton ກໍາລັງຢ້ຽ​ມຢາມປະ​ເທດມາລາ​ວີ.

XS
SM
MD
LG