ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຂະຫຍາຍ ການລົງໂທດ ຕໍ່ຊີເຣຍ


ນາງ Bouthaina Shaaban ທີ່ປຶກສາ ແລະໂຄສົກຂອງປະທານາທິບໍດີ
Bashar al-Assad ຂອງຊີເຣຍ ຜູ້ທີຖືກກັກຊັບສິນ ແລະຫ້າມປະກອບ ທຸລະກິດໃດໆ ໃນຈໍານວນບຸກຄົນສໍາຄັນ 3 ຄົນ ຂອງລັດຖະບານຊີເຣຍ
ນາງ Bouthaina Shaaban ທີ່ປຶກສາ ແລະໂຄສົກຂອງປະທານາທິບໍດີ Bashar al-Assad ຂອງຊີເຣຍ ຜູ້ທີຖືກກັກຊັບສິນ ແລະຫ້າມປະກອບ ທຸລະກິດໃດໆ ໃນຈໍານວນບຸກຄົນສໍາຄັນ 3 ຄົນ ຂອງລັດຖະບານຊີເຣຍ

ພວກນັກເຄື່ອນໄຫວດ້ານສິດທິມະນຸດຊາວຊີເຣຍແລະປະຊາຊົນກ່າວວ່າກຳລັງຮັກສາຄວາມ ສະຫງົບແລະລົດຖັງຂອງລັດຖະບານ ໄດ້ບຸກເຂົ້າໄປ ກວດຄົ້ນບ້ານເຮືອນຂອງປະຊາຊົນ ຈຳນວນນຶ່ງ ໃນເຂດພາກກາງຂອງຊີເຣຍ ເພື່ອຊອກຄົ້ນຫາພວກນັກເຄື່ອນໄຫວຕໍ່ຕ້ານ ລັດຖະບານທີ່ການປາບ ປາມທີ່ຍັງດຳເນີນຢູ່ຕໍ່ມານັ້ນ.

ພວກນັກເຄື່ອນໄຫວກ່າວວ່າ ການບຸກເຂົ້າໄປກວດຄົ້ນໃນວັນພຸດມື້ນີ້ແມ່ນ ຮວມທັງພວກ ທະຫານທີ່ເມືອງ Hama ຊຶ່ງເປັນຫົວເມືອງທີ່ມີຄວາມຫຼໍ່ແຫຼມ ແຫ່ງນຶ່ງ.

ການກວດຄົ້ນທີ່ວ່ານີ້ມີຂຶ້ນນຶ່ງມື້ຫຼັງຈາກສະຫະລັດໄດ້ປະກາດວ່າຕົນກໍາລັງຂະຫຍາຍການລົງ ໂທດຕໍ່ຊີເຣຍໃຫ້ກວ້າງອອກໄປອີກ. ການກັກຊັບສິນຊຸດ ໃໝ່ແລະການສັ່ງຫ້າມການປະກອບ ທຸລະກິດທີ່ມີໂຮມທັງ ລັດຖະມົນຕີຕ່າງປະເທດ ທ່ານ Walid Muallem ທີ່ປຶກສາປະ ທານາທິບໍດີ ທ່ານນາງ Bouthaina Shaaban ແລະທ່ານ Ali Abdul Karim Ali ເອກອັກ ຄະລັດຖະທູດຊີເຣຍປະຈໍາເລບານອນ.

ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດສະຫະລັດ ກ່າວເມື່ອວັນອັງຄານ ວານນີ້ວ່າ ມີການແນເປົ້າໝາຍໃສ່ບຸກຄົນທັງສາມ ເນຶ່ອງຈາກບົດບາດໃນການໂຄສະນາ ຊວນເຊື່ອໃນສິ່ງທີ່ທ່ານນາງເອີ້ນວ່າ ການປົກຄອງທີ່ສະຫຍອງຂວັນ ທີ່ປະທານາທິບໍດີ Bashar al-Assad ໄດ້ດຳເນີນມາກັບປະຊາຊົນຂອງຕົນນັ້ນ.

ລັດຖະບານຊີເຣຍໄດ້ຖິ້ມໂທດສ່ວນໃຫຍ່ຂອງການກໍ່ຄວາມຮຸນແຮງໃນປະ ເທດນັ້ນໃສ່ອັນທີ່ ຕົນເອີ້ນວ່າ ພວກອັນທະພານປະກອບອາວຸດ ແລະພວກ ກໍ່ການຮ້າຍ.

ອົງການນີລະໂທດກໍາສາກົນກ່າວເມື່ອວັນອັງຄານວານນີ້ວ່າ ຕົນເຊຶ່ອວ່າ ຢ່າງໜ້ອຍ 88 ຄົນ ໂຮມທັງເດັກນ້ອຍ 10 ຄົນ ໄດ້ເສຍຊີວິດໃນສະຖານ ທີ່ກັກຂັງໃນລະຫວ່າງການລຸກຮືຂຶ້ນ ຕໍ່ຕ້ານລັດຖະບານເປັນເວລາຫ້າເດືອນ ແລ້ວນັ້ນ. ພວກກຸ່ມປົກປ້ອງສິດທິມະນຸດກ່າວວ່າ 52 ຄົນຂອງຈຳນວນ ນີ້ໄດ້ຖືກທໍລະມານໃນຮູບໃດຮູບນຶ່ງທີ່ເປັນສາເຫດໃຫ້ພວກເຂົາເຈົ້າ ເຖິງແກ່ຊີວິດ. ກ່ອນໜ້າເຫດການລຸກຮືຂຶ້ນຕໍ່ຕ້ານລັດຖະບານນັ້ນ ພວກນັກຄົ້ນຄວ້າໄດ້ບັນ ທຶກຈໍານວນ ຜູ້ຕາຍໃນບ່ອນຄຸມຂັງປະມານຫ້າຄົນຕໍ່ປີ.

XS
SM
MD
LG