ທູດພິເສດຂອງນາໆຊາດ ທ່ານ Kofi Annan ໄດ້ພົບປະກັບປະທານາທິບໍດີຊີເຣຍ
ທ່ານ Bashar al-Assad ໃນການໂອ້ລົມສົນທະນາກັນ ທີ່ທູດສະຫະປະຊາຊາດເອີ້ນ
ວ່າ “ສ້າງສັນແລະກົງໄປກົງມາ”.
ທ່ານອັນນັນໄດ້ບອກພວກນັກຂ່າວຢູ່ນະຄອນຫລວງດາມັສກັສວ່າ ທ່ານກັບທ່ານ
Assad ໄດ້ສົນທະນາກັນເຖິງຊ່ອງທາງໃນການຍຸດຕິຄວາມຮຸນແຮງ ລະຫວ່າງກໍາລັງ
ຂອງຝ່າຍຄ້ານກັບຝ່າຍລັດຖະບານນັ້ນ ແລະທ່ານກ່າວຕື່ມວ່າ ພວກທ່ານໄດ້ຕົກລົງ
ເຫັນພ້ອມນໍາກັນ ກ່ຽວກັບວິທີທາງນຶ່ງ ຊຶ່ງທ່ານຈະນໍາເອົາໄປສົນທະນາກັບທາງກຸ່ມ
ຝ່າຍຄ້ານທີ່ມືອາວຸດນັ້ນ.
ທ່ານ Annan ແມ່ນໄດ້ທໍາຄວາມພະຍາຍາມມາເປັນເວລາຫຼາຍເດືອນແລ້ວ ເພື່ອໃຫ້
ມີການຈັດຕັ້ງປະຕິບັດແຜນສັນຕິພາບໃນຊີເຣຍ ແຕ່ທ່ານໄດ້ຍອມຮັບວ່າຄວາມພະຍາ
ຍາມຂອງນາໆຊາດ ທີ່ຮຽກຮ້ອງໃຫ້ມີການເຈລະຈາກັນລະຫວ່າງຝ່າຍຄ້ານແລະລັດ
ຖະບານນັ້ນ ໄດ້ປະສົບກັບຄວາມລົ້ມແຫລວ.
ໃນການໃຫ້ສໍາພາດກັບໂທລະພາບຂອງເຢຍລະມັນ ໃນວັນອາທິດວານນີ້ ທ່ານ
Assad ໄດ້ກ່າວຫາ ສະຫະລັດ, ເທີກີ, ຊາວດີ ອາເຣເບຍ, ກັບປະເທດກາຕ້າວ່າ
ຂັດຂວາງສັນຕິພາບ ແລະສະໜັບສະໜຸນພວກທີ່ທ່ານເອີ້ນວ່າ ພວກກໍ່ການຮ້າຍ.