ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ປະທະ​ກັນ​ຢ່າງ​ດຸ​ເດືອດ ຍັງດໍາເນີນຢູ່ຕໍ່ມາ ໃນຊີເຣຍ (ວີດີໂອກ່ຽວຂ້ອງ)


ລົດ​ຖັງຂອງຝ່າຍລັດຖະບານ ທີ່​ຖືກທໍາລາຍ ແລະ​ປະ​ຖິ້ມ​ໄວ້​ ໃນ​ເມືອງ Azzaz ແຂວງ Aleppo.
ລົດ​ຖັງຂອງຝ່າຍລັດຖະບານ ທີ່​ຖືກທໍາລາຍ ແລະ​ປະ​ຖິ້ມ​ໄວ້​ ໃນ​ເມືອງ Azzaz ແຂວງ Aleppo.

​ພວກ​ນັກ​ເຄື່ອນ​ໄຫວ​ຂອງ​ຝ່າຍ​ຄ້ານຊາວ​ຊີ​ເຣຍ ກ່າວວ່າ ຍັງ​ມີການ​ປະທະ​ກັນ​ ຢ່າງ​ດຸ​ເດືອດ
ລະຫວ່າງ​ພວກ​ກະບົດ​ແລະ​ກອງ​ກໍາ​ລັງຝ່າຍ​ລັດຖະບານ​ໃນ​ເມືອງ Aleppo ທາງ​ພາກ​ເໜືອ
​ຂອງ​ປະ​ເທດ ທີ່​ ຫຼາຍໆ​ວັນກ່ອນ​ໜ້າ​ນີ້ ​ບໍ່​ໄດ້​ຖືກ​ກະທົບກະ​ເທືອ​ນເລີ​ຍ ​ໃນ​ການ​ຕໍ່​ຕ້າ​ນ
ຕໍ່​ການປົກຄອງ​ຂອງ​ປະທານາທິບໍດີ Bashar al-Assad ນັ້ນ​.

ພວກນັກ​ເຄື່ອນ​ໄຫວກ່າວ​ວ່າ ຄວາມ​ຮຸນ​ແຮງ​ໃນ​ວັນ​ອັງຄານ​ມື້​ນີ້ ​ມີ​ຮວມທັງການ​ຕໍ່ສູ້​ກັນ
ຢ່າງ​ໜັກ​ຢູ່ໃນ​ຫຼາຍໆ​ຄຸ້ມ​. ພວກ​ເຂົາ​ເຈົ້າຍັງ​ລາຍ​ງານ​ອີກວ່າ ມີການ​ໂຈມ​ຕີໂດຍກໍ​າລັງຂອງ
ລັດຖະບານ​ຕໍ່ຄຸກ​ໃຫຍ່​ຂອງເມືອງ​ ​ທີ່ໄດ້​ສັງຫານ​ນັກ​ໂທດ ຢ່າງ​ນ້ອຍ 8 ຄົນ​.

ກຸ່ມ​ຝ່າຍ​ຄ້ານທີ່​ຊື່ວ່າ ຄະນະ​ກໍາ​ມະ​ການ​ປະສານ​ງານທ້ອງ​ຖິ່ນ ​ກ່າວ​ວ່າ ນອກ​ນັ້ນ ​ໃນ
ວັນ​ອັງຄານ​ມື້​ນີ້ ກອງ​ກໍ​າລັງລັດຖະບານຍັງໄດ້ລະດົມ​ຍິງ​ໃສ່​ຫຼາຍໆ​ເຂດນອກ​ນະຄອນ
ຫຼວງ Damascus ​ພ້ອມ​ທັງ​ເມືອງ Dier Ezzor ​ແລະ​ເມືອງ Homs ນໍາ.

ໃນ​ຂະນະ​ດຽວ​ກັນ ປະທານາທິບໍດີ​ສະ​ຫະລັດ ທ່ານ Barrack Obama ​ກໍໄດ້ຮ່ວມກັບ
ບັນດາ​ຜູ້​ນໍາ​ໃນ​ທົ່ວ​ໂລກ ກ່າວ​ເຕືອນຊີ​ເຣຍ ຕໍ່​ການ​ໃຊ້​ອາ​ວຸດ​ເຄມີ​. ທ່ານ Obama ​ກ່າວ​ໃນ​
ວັນ​ຈັນ​ວານ​ນີ້​ວ່າ ທ່ານ Assad ຈະຕ້ອງ​ຮັບຜິດຊອບ​ ຖ້າ​ຫາກ​ຊີ​ເຣຍ​ນໍ​າໃຊ້​ອາຍ​ແກ​ສ​ພິດ
ຫຼື​ສານ​ເຄມີອື່ນໆ​ທີ່​ເປັນອັນ​ຕະລາຍ​ເຖິງຕາຍນັ້ນ.​

ລາຍງານວີດີໂອກ່ຽວກັບອົບພະຍົບຊີເຣຍ ທີ່ຊາຍແດຍເລບານອນ:

XS
SM
MD
LG