ໂຈມຕີທາງອາກາດໃນຊີເຣຍ ອີກບັ້ນນຶ່ງ ໃນຕອນເຊົ້າຂອງ
ວັນອາທິດມື້ນີ້ ທີ່ແນເປົ້າໝາຍໃສ່ລູກສອນໄຟຂີປະນາວຸດ
ທີ່ຜະລິດໂດຍອີຣ່ານ ທີ່ກຽມພ້ອມຈະສົ່ງໄປໃຫ້ກຸ່ມຫົວຮຸນ
ແຮງ Hezbollah ຢູ່ໃນ Lebanon.
ແຫລ່ງຂ່າວທີ່ບໍ່ໃຫ້ບອກຊື່ກ່າວວ່າ ຄືກັນກັບການໂຈມຕີທາງ
ອາກາດ ໃນຕອນ ເຊົ້າໆຂອງວັນສຸກຜ່ານມານັ້ນ ອິສຣາແອລ ໄດ້ແນເປົ້າໝາຍໃສ່ລູກສອນໄຟ ນໍາວິຖີລຸ່ນ Fatah-110 ທີ່ສາມາດໃຊ້ໂຈມຕີ ອິສຣາແອລໄດ້ນັ້ນ.
ຫລາຍຊົ່ວໂມງກ່ອນໜ້ານັ້ນ ອົງການຂ່າວຂອງທາງການຊີເຣຍ ໄດ້ລາຍງານວ່າລູກ
ສອນໄຟຂອງອິສຣາແອລ ໄດ້ໄປຕົກໃສ່ສະຖານທີ່ຄົ້ນຄວ້າທາງທະຫານແຫ່ງນຶ່ງ ທີ່
ຕັ້ງຢູ່ເໜືອນະຄອນຫລວງ Damascus ຂຶ້ນໄປໜ້ອຍນຶ່ງ.
ອົງການສັງເກດການດ້ານສິດທິມະນຸດຂອງຊີເຣຍທີ່ຕັ້ງຢູ່ອັງກິດ ກໍໄດ້ລາຍງານ ເຊັ່ນດຽວກັນວ່າ ເກີດເຫດລະເບີດບັ້ນໃຫຍ່ ຢູ່ສະຖານທີ່ຄົ້ນຄວ້າ ທີ່ເມືອງ Jamraya ທີ່ຕັ້ງຢູ່ຫ່າງຈາກຊາຍແດນຕິດກັບ Lebanon ໄປພຽງແຕ່ 15 ກິໂລແມັດເທົ່ານັ້ນ.
ຊີເຣຍກ່າວວ່າ ສະຖານທີ່ດັ່ງກ່າວແມ່ນອັນດຽວກັນກັບ ບ່ອນທີ່ຖືກອິສຣາແອລ ໂຈມຕີ ໃນເດືອນມັງກອນຜ່ານມາ.
ໂທລະພາບແຫ່ງລັດຂອງຊີເຣຍເວົ້າວ່າ ການໂຈມຕີດັ່ງກ່າວ ແມ່ນເປັນຄວາມພະຍາ
ຍາມຂອງອິສແອລ ເພື່ອຍົກລະດັບຂວັນຫລືກໍາລັງໃຈ ຂອງພວກທີ່ Damascus ເອີ້ນວ່າ “ພວກກໍ່ການຮ້າຍ” ທີ່ພະຍາຍາມໂຄ່ນລົ້ມລັດຖະບານ ປະທານາທິບໍດີ Bashar al-Assad ຂອງຊີເຣຍລົງນັ້ນ.
ຍັງເປັນທີ່ຮູ້ກັນອີກວ່າ ອິສຣາແອລໄດ້ດໍາເນີນການໂຈມຕີທາງອາກາດບັ້ນນຶ່ງ ໃນ
ຊີເຣຍ ໃນເຊົ້າວັນສຸກຜ່ານມານີ້ ເຖິງແມ່ນວ່າອິສຣາແອລບໍ່ໄດ້ໃຫ້ຄໍາເຫັນຢ່າງເປັນ
ທາງການ ກ່ຽວກັບການໂຈມຕີໃດໆ ໃນປະເທດເພື່ອນບ້ານຂອງຕົນກໍຕາມ.