ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຈານສາ​ສ​ະ​ໜາ ຢິວ ເວົ້າ​ວ່າ ບໍ່​ມີ​ຫຍັງ ​ທີ່​ຈະ​ໂຄ່ນ​ລົ້ມ​ຊາວ ຢິວ​ໄດ້.


ອາ​ຈານສາ​ສະ​ໜາ ຢິວ ທ່ານ ຢິ​ສ​ຣາ​ແອ​ລ ໂກ​ລ​ສ​ໄຕ​ນ໌, ຂວາ, ກອດ​ກັບຄົນມາຮ່ວມ, ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ໂບດ​ສາ​ສະ​ໜາ​ຢິວ ຊາ​ບັດ ແຫ່ງ​ເມືອງ ພາວ​ເວ. ລັດ​ຄາ​ລິ​ຟໍ​ເນຍ. 28 ເມ​ສາ, 2019.
ອາ​ຈານສາ​ສະ​ໜາ ຢິວ ທ່ານ ຢິ​ສ​ຣາ​ແອ​ລ ໂກ​ລ​ສ​ໄຕ​ນ໌, ຂວາ, ກອດ​ກັບຄົນມາຮ່ວມ, ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ໂບດ​ສາ​ສະ​ໜາ​ຢິວ ຊາ​ບັດ ແຫ່ງ​ເມືອງ ພາວ​ເວ. ລັດ​ຄາ​ລິ​ຟໍ​ເນຍ. 28 ເມ​ສາ, 2019.

ອາ​ຈານສາ​ສະ​ໜາ ຢິວ, ອິ​ສ​ຣາ​ແອ​ລ ໂກ​ລ​ສ​ໄຕ​ນ໌ ໄດ້​ກ່າວ​ດ້ວຍ​ຄວາມ​ສະທ້ານໃຈ​,
ຄວາມເຈັບປວດ ແລະ ເຈັບໃຈ ໃນວັນອາທິດວານນີ້ ໃນຂະນະທີ່ເພິ່ນບັນລະຍາຍ
ກ່ຽວກັບ ການຍິງກໍ່ການຮ້າຍທີ່ໂບດສາສະໜາຢິວ ຊາບັດ ແຫ່ງເມືອງ ພາວເວ ຕັ້ງຢູ່
ໃກ້ໆກັບເມືອງ ແຊນ ດີເອໂກ ລັດ ຄາລິຟໍເນຍ ທີ່ໄດ້ເຮັດໃຫ້ແມ່ຍິງຄົນນຶ່ງເສຍຊີວິດ
ແລະ ເຮັດໃຫ້ເພິ່ນ ແລະ ອີກສອງຄົນໄດ້ຮັບບາດເຈັບ.

ອາ​ຈານ​ສາ​ສະ​ໜາ ຢິວ ໄດ້​ກ່າວ​, ໂດຍ​ອະ​ທິ​ບາຍ​ເຖິງວິ​ທີ​ທີ່​ມື​ປືນ​ໄດ້​ແນ​ປືນ​ກົນ​ໃສ່​ເພິ່ນ
ວ່າ “ຂ້າພະເຈົ້າໄດ້ເຫັນພາບທີ່ມັນບໍ່ສາມາດອະທິບາຍໄດ້.”

​ອາ​ຈານ ໂກ​ລ​ສ​ໄຕ​ນ໌ ໄດ້​ກ່າວ​ໂດຍ​ອະ​ທິ​ບາຍ​ເຖິງ​ຜູ້​ທີ່​ຖື​ກ​ກ່າວ​ຫາ​ວ່າ​ເປັນ​ມື​ປືນ​ວ່າ “ລາວ​
ໃສ່ແວ່ນຕາດຳ. ຂ້າພະເຈົ້າແນມບໍ່ເຫັນຕາຂອງລາວ, ຂ້າພະເຈົ້າບໍ່ສາມາດເຫັນຈິດວິນ
ຍານຂອງລາວ.”

ອາ​ຈານ ໂກ​ລ​ສ​ໄຕ​ນ໌ ກ່າວ​ວ່າ ເພິ່ນ​ໄດ້​ຍົກ​ມື​ຂອງ​ເພິ່ນ​ຂຶ້ນ ໃນ​ເວ​ລາ​ທີ່​ຜູ້​ຕ້ອງ​ສົງ​ໄສ​ໄດ້​
ຍິງປືນ, ເຮັດໃຫ້ເພິ່ນບາດເຈັບ ແລະ ນິ້ວຊີ້ເບື້ອງຂວາຂອງເພິ່ນກຸດອອກ.

ແຕ່​ອາ​ຈານ​ສາ​ສະ​ໜາ​ຢິວ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ຄວາມ​ເຈັບ​ປວດ​ສ່ວນ​ໃຫຍ່​ຂອງ​ເພິ່ນ​ແມ່ນ​
ມາຈາກການທີ່ໄດ້ເຫັນສະມາຊິກທີ່ຮັກຫອມຂອງເພິ່ນ, ທ່ານນາງ ລໍຣີ ເຄ, ອາຍຸ 60 ປີ,
ນອນເສຍຊີວິດຢູ່ເທິງພື້ນດິນ ໃນຂະນະທີ່ສາມີຂອງລາວ, ເຊິ່ງແມ່ນທ່ານໝໍ, ໄດ້ພະຍາ
ຍາມທີ່ຈະກູ້ຊີວິດຂອງລາວໄວ້ຢ່າງສຸດຂີດ.

ເພິ່ນ​ໄດ້​ຮ້ອງ​ໄຫ້​ໃນ​ເວ​ລາ​ທີ່​ເພິ່ນ​ໄດ້​ອະ​ທິ​ບາຍ​ເຖິງ​ທ່ານ​ນາງ ເຄ ວ່າ​ເປັນຄົນ​ທີ່ “ມີ​ຄວາມ
ຮັກຢ່າງເຕັມປ່ຽມ” ຜູ້ທີ່ມັກຈະໃຫ້ຄວາມຊ່ວຍເຫຼືອແກ່ຜູ້ທີ່ຂາດແຄນ, ໂດຍບໍ່ຄຳນຶງເຖິງ
ເຊື້ອຊາດສີຜິວ ຫຼື ສາສະໜາ.

ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ຄົນ​ອື່ນໆ​ແມ່ນ​ເດັກ​ຍິງ​ອາ​ຍຸ 8 ປີ​ກັບ​ລຸງ​ຂອງ​ລາວ, ເຊິ່ງ​ແມ່ນ​ທະ​
ຫານຜ່ານເສິກ ອິສຣາແອລ ຜູ້ທີ່ອາຈານສາສະໜາຢິວ ກ່າວວ່າໄດ້ໃຊ້ໂຕປ້ອງກັນເດັກ
ນ້ອຍຈາກລູກປືນ. ທັງສອງຄົນໄດ້ຖືກປ່ອຍອອກມາຈາກໂຮງໝໍແລ້ວ.

ອາ​ຈານ ໂກ​ລ​ສ​ໄຕ​ນ໌ ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໂທ​ຫາ​ເພິ່ນໃນ​ວັນ​ອາ
ທິດວານນີ້, ລົມກັນປະມານ 15 ນາທີ ເພື່ອສະແດງຄວາມເສົ້າສະຫລົດໃຈນຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG