ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Symantec ໃຫ້ເຫດຜົນກ່ຽວກັບ ການໂຈມຕີ ທາງອິນເຕີແນັດ 40 ປະເທດ ທີ່ເຊື່ອມ ໂຍງກັບເຄື່ອງມືທັບມ້າງ ຊີໄອເອ


ສັນຍາລັກຂອງ Symantec
ສັນຍາລັກຂອງ Symantec

ເຄື່ອງມື​ທີ່ໃຊ້​ທັບ​ມ້າງ​ໂດ​ຍອົງການ​ສື​ບລັບ ຊີ​ໄອ​ເອ (CIA) ອາດ​ພົວພັນ​ຢ່າງ​ໜ້ອຍ ​ກັບ
ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ຢູ່​ໃນ 40 ປະ​ເທດ ອີງ​ຕາມ​ບໍລິສັດ​ຄວາມ​ປອດໄພຄອມ​
ພິວ​ເຕີ Symantec.

ບໍລິສັດ Symantec ກ່າວ​ວ່າ ລາຍ​ງານ​ຂອງ​ຕົນ​ທີ່​ອອກ​ຖະ​ແຫລ​ງໃນ​ວັນ​ຈັນ​ວານ​ນີ້
​ໄດ້​ອີງ​ຕາມ​ບັນທຶກ​ຂອງ ຊີໄອ​ເອ ທີ່​ເຜີ​ຍ​ແຜ່​ໂດຍ WikiLeaks ​ໃນເດືອນ​ແລ້ວ​ນີ້. ມັນ​
ໄດ້​ພົບ​ເຫັນ​ວ່າ​ເຄື່ອງມື​ຢູ່​ໃນ WikiLeaks ທີ່​ເຜີຍ​ແຜ່​ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ເຊື່​ອມ​ໂຍງ​
ເຂົ້າ​ກັບ​ການ​ແຊກ​ຊືມຂອງ​ອີ​ເລັກ​ໂຕຣນິກ​ສາກົນ ດ້ານການ​ເງິນ ພະລັງງານ ​ແລະ
​ບັນດາ​ອົງການ​ອາ​ວະ​ກາດ​ຢູ່​ທົ່ວ​ໂລກ.

ບັນດາ​ບໍລິສັດ​ຕ່າງໆ ພວກ​ມະຫາວິທະຍາ​ໄລ ​ແລະ​ກະຊວງ​ຕ່າງໆຂອງລັດຖະບານ
ທັງໝົດ​ໄດ້ຕົກ​ເປັນ​ບ່ອນ​ທີ່​ຈະ​ຖືກ​ໂຈມ​ຕີ ພ້ອມ​ດ້ວຍ​ຕາ​ເວັນ​ອອກ​ກາງ ທີ່​ເປັນເປົ້າ
ໝາຍ​ໂຈມ​ຕີ​ທີ່​ສຳຄັນ.

ຄຳ​ເວົ້າ “CIA” ບໍ່​ໄດ້​ຖືກເອີ່ຍຂຶ້ນມາ​ຢູ່​ໃນ​ລາຍງານທີ່ Symantec ສົ່ງອອກ​ ແຕ່​ອາດ
ມີບາງ​ຈຳ​ນວນ​ທີ່ມີຄວາມ​ສົງ​ໄສ​ວ່າມາຈາກແຫ່ງ​ດັ່ງກ່າວ​. ​ເວລາ WikiLeaks ​ໄດ້​ເລີ້ມ​
ເຜີຍ​ແຜ່​ເລື່ອງ​ດັ່ງກ່າວ​ໃນ​ຕົ້ນ​ເດືອນມີນາ ມັນ​ໄດ້​ບອ​ກ​ເຖິງ​ບັນຊີ​ຢ່າງຈະແຈ້ງແບບບໍ່
​ປົກກະ​ຕິ​ກ່ຍວກັບວ່າ ​ເຄື່ອງມື​ດັ່ງກ່່າວ​ໄດ້​ມາ​ຈາກ​ອົງ CIA ​ເພື່ອ​ສືບ​ລັບ​ທາງ​ອິນ
​ເຕີ​ແນັດ.

​ອົງການ CIA ​ໄດ້ປະຕິ​ເສດ​ທີ່​ຈະ​ກ່າວ​ໂດຍ​ກົງ ກ່ຽວ​ກັບ​ລາຍ​ງານ​ຂອງ Symantec
ຫລື​ຄວາ​ມຈິງ​ກ່ຽວ​ກັບເອກ​ກະສາ​ນ ທີ່​ໄດ້​ເຜີຍ​ແຜ່​ໂດຍ WikiLeaks. ​ແທນ​ທີ່ຈະເປັນ
ແນວນັ້ນ ​ໂຄສົກ​ຄົນ​ນຶ່ງ​ໄດ້​ປ້ອງ​ກັນ​ຄວາມ​ພະຍາຍາມ​ຂອງ​ອົງການ ທີ່​ຈະ “​ເກັບ​ກຳ
ຢ່າງຈິງຈັງ​ເອົາ​ຄວາມ​ລັບ​ຕ່າງ​ປະ​ເທດ​” ​ແລະ​ກ່າວ​ວ່າ ມະຫາຊົນ​ສະຫະລັດ ຄວນ​ມີ
ຄວາມ​ຮູ້ສຶກ “​ລົບ​ກວນ​ຈິດໃຈຢ່າງ​ແທ້ຈິງ” ຕໍ່ການ​ປະ​ພຶດຂອງ WikiLeaks.

​ໂຄສົກ CIA ທ່ານ Jonathan Liu ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ພວກຜະ​ເດັດ​ການ ​ແລະ​
ພວກກໍ່​ການ​ຮ້າຍ​ບໍ່​ມີ​ເພື່ອນ​ທີ່​ດີ​ຢູ່​ໃນ​ໂລກ ຫລາຍ​ກວ່າ ທ້າວ Julian Assange
ອັນ​ເປັນ​ພຽງ​ແຕ່​ເລື່ອງ​ສ່ວນຕົວຂອງພວກເຂົາເທົ່ານັ້ນທີ່​ລາວ​ປ້ອງ​ກັນ. ທ່ານ​ກ່າວ​
ຢໍ້າອີກ​ວ່າ ອົງການ​ສືບ​ລັບ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເກັບ​ກໍາ​ເອົາ​ຄວາມ​ລັບ​ຈາກ​ສັນຊາດ
​ສະຫະລັດ ​ແລະ “ກໍບໍ່​ໄດ້​ເຮັດ​ສິ່ງ​ດັ່ງກ່າວມາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG