ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ກ່າວວ່າ ການຍິງຕຳຫລວດຕາຍ ຢູ່ຊິດນີ ເປັນການກໍ່ການຮ້າຍ


ຫົວໜ້າຕຳຫລວດ ລັດ New South Wales ທ່ານ Andrew Scipione.
ຫົວໜ້າຕຳຫລວດ ລັດ New South Wales ທ່ານ Andrew Scipione.

ບັນດາ​ເຈົ້າ​ໜ້າ​ທີ່ ອອສ​ເຕຣເລຍ ກ່າວ​ໃນວັນ​ເສົາ​ມື້​ນີ້​ວ່າ ການ
​ຍິງ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ຕາຍ ໂດຍ​ໜຸ່ມ​ນ້ອຍ​ຄົນ​ນຶ່ງ​ ໃນນະຄອນ
Sydney ມີທ່າທາງ​ວ່າ ຈະມີຈຸດ​ປະສົງທາງ​ການ​ເມືອງ​ແລະ​ປາ
ກົດວ່າ ​ເປັນ​ການ​ກະທຳ​ຂອງ​ການ​ກໍ່​ການ​ຮ້າຍ.

ຊາຍ​ໜຸ່ມ​ອາຍຸ 15 ປີ ​ທີ່​ບໍ່​ລະບຸ​ຊື່ຄົນນຶ່ງ ​ໄດ້​ຍິງ ໃນໄລຍະເຜົາ
ຂົນໃສ່ຫົວດ້ານຫລັງ​ ຂອງເຈົ້າ​ໜ້າ​ທີ່​ຕຳຫຼວດ​ການ​ເງິນ ລັດ​
New South Wales ​ໃນ​ວັນ​ສຸກ​ວານນີ້ຢູ່​ນອກ​ປ້ອມຕຳຫຼວດ
ໃນເຂດຊານເມືອງກ້ຳ​ຕາ​ເວັນ​ຕົກ​ຂອງນະຄອນ Sydney.

​ເດັກ​ຊາຍທີ່​ໄດ້​ຖືກ​ຍິງ​ຕາຍ​ ໃນການ​ຍິງ​ຕໍ່ສູ້​ກັບ​ຕຳຫລວດໃນ
ເວລາຕໍ່ມາຄົນນີ້ ຍັງ​ບໍ່​ທັນ​ລະບຸຕົວ ຫຼືບອກຊື່ເທື່ອ. ​ສື່ມ​ວນຊົນ​ລາຍງານວ່າ ລາວມີເຊື້ອ
ສາຍເປັນຊາວ​ເຄີດມາຈາກອີຣັກ ແລະ​ເກີດ​ຢູ່ອີຣ່ານ.

ລາຍ​ງານ​ບາງກະແສແຈ້ງ​ວ່າ ລາວ​ໄດ້​ຮ້ອງ​ຄຳຂວັນ​ ຂອງ​ສາສະໜາອອກມາ ກ່ອນຍິງ
ສັງຫານ​ເຈົ້າ​ໜ້າ​ທີ່ ທີ່ລະບຸ​ວ່າ​ ເປັນທ່ານ Curtis Cheng ຮັບ​ໜ້າ​ທີ່​ເປັນຕຳຫລວດລັດ
New South Wales ມາ​ໄດ້ 17 ປີ​ແລ້ວ.

ຫົວໜ້າ​ຕຳຫຼວດລັດ New South Wales ທ່ານ Andrew Scipione ກ່າວ ວ່າຍັງບໍ່​
ເປັນ​ທີ່​ແຈ້ງ​ຂາວເທື່ອ​ວ່າ ​ເປັນ​ຫຍັງ​ທ່ານ Cheng ​ຈຶ່ງຕົກເປັນ​ເປົ້າ​ໃນ ການໂຈມຕີ.

ທ່ານ​ກ່າວ​ວ່າ ຕຳຫລວດ​ຍັງ​ບໍ່​ທັນ​ໄດ້ລະບຸກ່ຽວກັບສາເຫດຈູງໃຈ ​ແຕ່​ກໍ​ລົງຄວາມເຫັນ
​ວ່າ ມີທ່າທາງຈະ​ “ມີຈຸດປະສົງທາງການ​ເມືອງ”

ທ່ານກ່າວວ່າ “ຖ້າວ່າເປັນຄວາມຮຸນແຮງທີ່ ມີຈຸດປະສົງທາງການ​ເມືອງ ດັ່ງ​ນັ້ນ​ພາຍ
​ໃຕ້​ຄວາມ​ໝາຍ​ສະ​ເພາະ​ຂອງ​ພວກ​ເຮົາ​ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ແນ​ໃສ່​ການ​ປະ ຕິບັດ​ກໍ່​
ການ​ຮ້າຍ” ທ່ານ​ບໍ່​ໄດ້​ອະທິບາຍ​ໃຫ້ຊາບວ່າມີຂໍ້ມູນແນວໃດທີ່ພາໃຫ້ທ່ານ ລົງຄວາມ
ເຫັນແບບນີ້ ແຕ່ກ່າວ​ວ່າ ​ເດັກ​ຜູ້​ຊາຍ​ຄົນ​ນີ້ປາກົດ​ວ່າ​ປະຕິບັດ​ງານ​ຄົນ​ດຽວ.

ນອກນັ້ນແລ້ວ ໃນວັນເສົາມື້ນີ້ ນາຍົກລັດຖະມົນຕີ Tumbull ກໍ​ກ່າວ​ວ່າ ການ​ຍິງ​ກັນ​
ປາກົດ​ວ່າ ມີຈຸດປະສົງທາງການ​ເມືອງ​ໃດແນວໃດແນວນຶ່ງ ​ໂດຍ​ຮ້ອງ​ວ່າ “​ເປັນ​ອາຊະ
ຍາກຳ​ທີ່​ຕື່ນ​ຕົກ​ໃຈ” ​ແລະ “​ເປັນ​ການ​ສັງຫານ​ຢ່າງເລືອດ​ເຢັນ.”

Australia Shooting
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG