ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນະຄອນ ຊິດນີ ແລະ ບຣິສເບັນ ປະສົບໄພນໍ້າຖ້ວມໜັກ


ນໍ້າຖ້ວມໄຫຼເຂົ້າຕຶກອາພາດເມັ້ນຢູ່ແມ່ນໍ້າໃນນະຄອນ ບຣິສເບັນ, ປະເທດ ອອສເຕຣເລຍ, 2 ມີນາ 2022.
ນໍ້າຖ້ວມໄຫຼເຂົ້າຕຶກອາພາດເມັ້ນຢູ່ແມ່ນໍ້າໃນນະຄອນ ບຣິສເບັນ, ປະເທດ ອອສເຕຣເລຍ, 2 ມີນາ 2022.

ຝົນຕົກຢ່າງຕໍ່ເນື່ອງເປັນເວລາສອງອາທິດ ໄດ້ເຮັດໃຫ້ເມືອງ ບຣິສເບັນ ແລະ ຊິດນີ ຂອງ ອອສເຕຣເລຍ ຖືກນໍ້າຖ້ວມໜັກ. ໄພນໍ້າຖ້ວມດັ່ງກ່າວໄດ້ເຮັດໃຫ້ຢ່າງໜ້ອຍ 22 ຄົນເສຍຊີວິດ ແລະ ບ້ານເຮືອນຫຼາຍພັນຫຼັງ ຈົມຢູ່ໃນນໍ້າ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ໄດ້ປະກາດພາວະສຸກເສີນ ໃນວັນພຸດທີ່ຜ່ານມາ, ເພື່ອອະນຸຍາດໃຫ້ບັນດາເຈົ້າໜ້າທີ່ລັດຖະບານກາງ ເຂົ້າໄປມີສ່ວນ ໃນການແກ້ໄຂບັນຫາໂດຍກົງຫຼາຍຂຶ້ນ. ປະຊາຊົນ ແລະ ທຸລະກິດໃນທ້ອງຖິ່ນກໍຈະສາມາດເຂົ້າຫາເງິນຊ່ວຍເຫຼືອໄພນໍ້າຖ້ວມດັ່ງກ່າວຫຼາຍກວ່າເກົ່າເຊັ່ນກັນ.

ຍານາງ ພັນທະວະດີ ຜູ້ອາໄສຢູ່ນະຄອນ ຊິດນີ ໄດ້ກ່າວຕໍ່ພວກເຮົາວ່າ “ຝົນ ຕົກໜັກຫຼາຍຢູ່ ຊິດນີ ສອງສາມທິດລຽນຕິດທຸກມື້ທຸກມື້, ກະເລີຍເຮັດໃຫ້ນໍ້າໄຫຼບໍ່ທັນ ກະເລີຍເຮັດໃຫ້ນໍ້າຖ້ວມ. ບ່ອນໃດຢູ່ແຄມຫ້ວຍ ແຄມທະເລ ກະອາດຈະຖ້ວມຫຼາຍຢູ່, ເຮັດໃຫ້ການເດີນທາງໄປລ້າໄປການ ບໍ່ສະດວກສະບາຍຫັ້ນແຫຼະ ສອງອາທິດລຽນກັນ. ແຕ່ວ່າຢູ່ ບຣິສເບັນ ພຸ້ນກະຖ້ວມຫຼາຍ ແຮງກວ່າ ຊິດນີ ອີກ, ມັນກະຕົກຫຼາຍຄືກັນ. ແລ້ວ ບຣິສເບັນ ມັນກະຕໍ່າແດ່,​ ບ່ອນໃດມັນກະຕໍ່າແດ່ ບ້ານເຮືອນກະເພກະພັງ. ຢູ່ ຊິດນີ ມື້ວານນີ້ຫາມື້ນີ້ກະໂອເຄແລ້ວ ມີແດດຂຶ້ນມາແລ້ວ ຝົນບໍ່ຕົກແລ້ວ.”

ຜູ້ປົກຄອງລັດ ນິວ ຊາວ ເວລສ໌ ທ່ານ ໂດມີນິກ ເພີຣັອດເທັດ ໄດ້ກ່າວວ່າ ປະ ຊາຊົນຫຼາຍຄົນທີ່ປະສົບໄພນໍ້າຖ້ວມ ແມ່ນຍັງຄົງຢູ່ໃນສະພາບທີ່ຫະຍະນະ. ບັນ ດານັກຊ່ຽວຊານເວົ້າວ່າເຫດສຸກເສີນນໍ້າຖ້ວມແມ່ນໄດ້ຮຸນແຮງຂຶ້ນ ຍ້ອນສະພາບອາກາດປ່ຽນແປງ.

XS
SM
MD
LG