ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ​ສະ​ວິດ​ເຊີ​ແລນ​ ​ຄັດຄ້ານ ດ້ວຍ​ຄະ​ແນນ​ສຽງ​ຖ້ວມ​ລົ້ນ ຕໍ່ຂໍ້ສະເໜີຈຳກັດ ​​ຄົນ​ເຂົ້າ​ເມືອງ


ຜູ້ຄົນຢືນໃກ້ກັບປ້າຍ ທີ່ອ່ານເປັນພາສາຝຣັ່ງວ່າ "ພວກເຮົາ ປ່ອນບັດອອກສຽງ ມື້ນີ້" ຢູ່ທີ່ເມືອງ Fribourg ທີ່ເກົ່າແກ່ ຂອງ ສະວິດເຊີແລນ, ວັນ 30 ພະຈິກ 2014.
ຜູ້ຄົນຢືນໃກ້ກັບປ້າຍ ທີ່ອ່ານເປັນພາສາຝຣັ່ງວ່າ "ພວກເຮົາ ປ່ອນບັດອອກສຽງ ມື້ນີ້" ຢູ່ທີ່ເມືອງ Fribourg ທີ່ເກົ່າແກ່ ຂອງ ສະວິດເຊີແລນ, ວັນ 30 ພະຈິກ 2014.

ຜູ້​ປ່ອນ​ບັດຊາວ​ສະ​ວິດ​ເຊີ​ແລນ​ ​ໄດ້​ປະຕິ​ເສດ​ດ້ວຍ​ຄະ​ແນນ​ສຽງ
​ຄັດຄ້ານ​ຢ່າງ​ຖ້ວມ​ລົ້ນ ຕໍ່ຂໍ້​ສະ​ເໜີ​ໃຫ້ຈຳກັດຈຳນວນຄົນ​ເຂົ້າ​ເມືອງ
ຢ່າງ​ໃຫຍ່ ​ໃນ​ການ​ລົງ​ປະຊາ​ມະຕິ​ ​ເມື່ອ​ວັນ​ອາທິດ​ວານ​ນີ້ ທີ່ພວກ
​ຄັດ​ຄ້ານ​ຕີ​ລາຄາ​ວ່າ ​ເປັນຄວາມ​ຍ້ານກົວ​ຊາວ​ຕ່າງ​ຊາດ ​ແລະ
ເປັນຄວາມ​ຫາ​ຍະ​ນະ ສຳ​ຫລັບ​ເສດຖະກິດນັ້ນ.

ພວກ​ລົງ​ປະຊາ​ມະຕິ ຈຳນວນ 74 ​ເປີ​ເຊັນ ​ໄດ້​ຄັດ​ຄ້ານຕໍ່ຂໍ້​ສະ​ເໜີ​
ໃຫ້ຈຳກັດການ​ຂະຫຍາຍ​ໂຕ​ຂອງ​ຄົນ​ເຂົ້າ​ເມືອງ​ ໃຫ້ຢູ່​ໃນ​ອັດຕາ
0.2 ​ເປີ​ເຊັນຂອງຈຳນວນ​ປະຊາ​ກອນ ຫຼື​ໃຫ້ເພີ້​ມຂຶ້ນ 16,000 ຄົນ
​ຕໍ່​ປີ ແທນ​ອັດ​ຕາ​ໃນ​ປັດຈຸບັນ ຄື 80,000 ຄົນ​ຕໍ່​ປີນັ້ນ. ຂໍ້​ສະ​ເໜີ​
ດັ່ງກ່າວ ຍັງ​ຮຽກຮ້ອງ​ໃຫ້ ສະ​ວິດ​ເຊີ​ແລນ​ນຳ​ໃຊ້ 10 ​ເປີ​ເຊັນ​ຂອງ
ງົບປະມານຊ່ອຍ​ເຫຼືອສຳລັບການ​ພັດທະນາຕ່າງປະ​ເທດ​ນັ້ນ ​ເຂົ້າໃນໂຄງການ​ວາງ​ແຜນ​ ຄອບຄົວຢູ່​ຕ່າງປະ​ເທດ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່ ບັນ​ດານັກວິ​ຈານ ກ່າວ​ວ່າ ​ເປັນ​
“ລັດທິ​ຫົວ​ເມືອງ​ຂຶ້ນ​ແບບ​ໃໝ່.”

ບັນ​ດາ​ຜູ້​ສະໜັບສະໜຸນຂໍ້​ສະ​ເໜີ​ດັ່ງກ່າວເວົ້າວ່າ ການຫ​ລັ່ງ​ໄຫລ​ເຂົ້າ ມາຂອງ​ຊາວ​ຕ່າງ​ຊາດ ​ແມ່ນ​ກຳລັງເພີ້​ມຈຳນວນປະຊາກອນ​ໃນປະ​ເທດທີ່​ຕັ້ງ​ຢູ່​ໃນ​ເຂດ​ພູ​ເຂົາ Alpine ​ແຫ່ງ​ນັ້ນ ຂຶ້ນ​ຢ່າງ​ຫລວງຫລາຍ​ ແລະ​ ເຮັດ​ໃຫ້​ດິນ​ແດນ​ອັນ​ເຕັມ​ໄປ​ດ້ວຍ​ປ່າ​ດົງຂຽວ ທີ່​ກວ້າງໃຫຍ່ ​ແລະ​ ສວຍ​ງາມນັ້ນ ຄັບ​ແຄບ​ລົງ.

ການ​ປ່ອນ​ບັດ​ໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ເປັນ​ເ​ທື່ອທີ​ສອງ​ໃນ​ປີ​ນີ້ ທີ່ສະ​ວິດ​ເຊີ​ແລນ​ໄດ້​ຈັດ ​ໃຫ້​ມີ​ການລົງ​ປະຊາ​ມະຕິກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ.

​ໃນ​ຂະ​ນະ​ດຽວ​ກັນ ​ພວກ​ລົງຄະ​ແນນ​ສຽງ​ 77 ​ເປີ​ເຊັນ ກໍ​ໄດ້ປະຕິ​ເສດ ຕໍ່ຂໍ້ສະ​ເໜີ​ອີກສະບັບ​ນຶ່ງ ທີ່ຮຽກຮ້ອງ​ໃຫ້ທະນາຄານ​ກາງ​ສະ​ວິດ​ເຊີ​ແລນ ເພີ້​ມຈຳນວນ​ຄຳ​ສຳລອງ​ຂຶ້ນນັ້ນ. ອີກຂໍ້​ສະ​ເໜີນຶ່ງທີ່​ໃຫ້​ລົບ​ລ້າງການຍົກ ​ເວ້ນ​ພາສີ​ອັນ​ໃຫຍ່ທີ່​ສຸດ ​ໃຫ້​ແກ່​ບັນ​ດາ​ຄົນ​ຕ່າງ​ປະ​ເທດທີ່ຮັ່ງມີ ທີ່​ອາ​ໄສ​ຢູ່​ໃນສະ​ວິດ​ເຊີ​ແລນ​ເສຍ​ຫາຍ ​ກໍ​ໄດ້​ຖືກ​ປະຕິ​ເສດ​ເຊັ່ນ​ກັນ.

XS
SM
MD
LG