ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາຜູ້ມີສິດປ່ອນບັດ ສະວິດເຊີແລນ ປະຕິເສດ ຕໍ່ຂໍ້ຈຳກັດ ຄົນເຂົ້າເມືອງ ຈາກສະຫະພາບຢູໂຣບ


ທຸງຊາດສະວິສ ປີວສະບັດໃນປີກາຍນີ້ ລະຫວ່າງກອງປະຊຸມເສດຖະກິດໂລກ ທີ່ເມືອງ Davos ປະເທດສະວິດເຊີແລນ ວັນທີ 25 ມັງກອນ 2019.
ທຸງຊາດສະວິສ ປີວສະບັດໃນປີກາຍນີ້ ລະຫວ່າງກອງປະຊຸມເສດຖະກິດໂລກ ທີ່ເມືອງ Davos ປະເທດສະວິດເຊີແລນ ວັນທີ 25 ມັງກອນ 2019.

ບັນດາຜູ້ມີສິດປ່ອນບັດໃນປະເທດສະວິດເຊີນແລນ ໄດ້ປະຕິເສດຕໍ່ຂໍ້ສະເໜີຈຳ ກັດຄົນເຂົ້າເມືອງຈາກປະເທດຕ່າງໆ ໃນສະຫະພາບຢູໂຣບ ໃນການລົງປະຊາມະຕິ ເມື່ອວັນອາທິດວານນີ້.

ເສລີພາບໃນການເຄື່ອນໄຫວໄປມາ ທີ່ຖືກນຳສະເໜີໂດຍພັກປະຊາຊົນສະວິສ ຫົວກ້າວໜ້າ ໄດ້ຮັບຄວາມພ່າຍແພ້ ໂດຍໄດ້ຮັບຄະແນນສຽງເຫັນພ້ອມຈາກຜູ້ ມີສິດປ່ອນບັດແຕ່ພຽງ 38 ເປີເຊັນ ຕໍ່ມາດຕະການດັ່ງກ່າວ.

ຄວາມຕັ້ງໃຈຂອງພັກປະຊາຊົນກໍຄືໃຫ້ບູລິມະສິດເຂົ້າເຖິງວຽກງານ ປົກປ້ອງສັງ ຄົມ ແລະໃຫ້ຜົນປະໂຫຍດແກ່ປະຊາຊົນສະວິສ ລື່ນປະຊາຊົນຈາກບັນດາ 27 ປະເທດໃນສະຫະພາບຢູໂຣບ ທີ່ສະວິດເຊີແລນບໍ່ໄດ້ເປັນສະມາຊິກນັ້ນ.

ບັນດາຜູ້ຕ້ອງຕິຕໍ່ຂໍ້ສະເໜີຢືນຢັດວ່າ ຈະເຮັດໃຫ້ປະຊາຊົນສະວິສ ທີ່ຕ້ອງການ ຢາກຈະໄປຢູ່ຫຼືເຮັດວຽກຢູ່ໃນບັນດາປະເທດອື່ນໆ ທີ່ເປັນສະມາຊິກຂອງສະຫະ ພາບຢູໂຣບນັ້ນ ເສຍປຽບ.

ປະທານຄະນະກຳມາທິການຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢນ ໄດ້ ສະແດງຄວາມຍິນດີຕໍ່ຜົນຂອງການລົງປະຊາມະຕິ ໂດຍກ່າວວ່າ ມັນເປັນການ ເຫັນພ້ອມກັບ “ນຶ່ງໃນຫຼັກພື້ນຖານຂອງຄວາມສຳພັນພວກເຮົາ: ນັ້ນຄືເສລີພາບ ໃນການເຄື່ອນໄຫວໄປມາລະຫວ່າງກັນ ເພື່ອອາໄສຢູ່ແລະເຮັດວຽກ ໃນປະເທດ ສະວິດເຊີແລນ ແລະສະຫະພາບຢູໂຣບ.”

ມີປະຊາຊົນ ຈາກສະຫະພາບຢູໂຣບ ປະມານ 1 ລ້ານ 4 ແສນ ຢູ່ໃນປະເທດ ສະວິດເຊີແລນ ຊຶ່ງເປັນປະເທດທີ່ມີພົນລະເມືອງປະມານ 8 ລ້ານ 2 ແສນຄົນ ໃນຂະນະທີ່ປະຊາຊົນ 500,000 ຄົນ ຂອງສະວິດເຊີແລນອາໄສຢູ່ໃນປະເທດ ສະມາຊິກຂອງສະຫະພາບຢູໂຣບ.

ກ່ຽວກັບບັນຫາພາຍໃນປະເທດທີ່ຮວມຢູ່ໃນການລົງຄະແນນສຽງນັ້ນ ຫຼາຍກວ່າ 60 ເປີເຊັນ ຂອງຜູ້ມີສິດປ່ອນບັດ ເຫັນພ້ອມກັບການພັກການສຳລັບບັນດາຜູ້ ເປັນພໍ່ ເຊັ່ນດຽວກັນກັບການພັກການ ເວລາແມ່ອອກລູກ ເພື່ອຊ່ວຍພໍ່ແມ່ 80 ເປີເຊັນ ຂອງເງິນເດືອນເຂົາເຈົ້າ ໂດຍເພີ້ມຂຶ້ນເຖິງ 196 ສະວິດຟຣັງຕໍ່ມື້.

ການຊື້ເຮືອບິນລົບ 6.5 ຕື້ໂດລາ ທີ່ເປັນບັນຫາໂຕ້ແຍ້ງກັນມາໄດ້ນຶ່ງທົດສະວັດ ແລ້ວ ໄດ້ຮັບການເຫັນພ້ອມ ໃນການລົງຄະແນນສຽງ 50.1 ເປີເຊັນ. ຜູ້ມີສິດປ່ອນບັດຊາວສະວິສ ໄດ້ປະຕິເສດຕໍ່ຄວາມພະຍາຍາມທີ່ຈະເຮັດໃຫ້ເປັນ ການງ່າຍຂຶ້ນ ຕໍ່ການຍິງໝາປ່າ ທີ່ເຫັນວ່າ ເປັນໄພຂົ່ມຂູ່ຕໍ່ພວກສັດລ້ຽງ.

ການອອກໄປປ່ອນບັດໃນການລົງປະຊາມະຕິແມ່ນປະມານ 60 ເປີເຊັນ ໃນວັນ ອາທິດວານນີ້ ຊຶ່ງຖືກວ່າ ສູງກວ່າການລົງປະຊາມະຕິຫວ່າງມໍ່ໆມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG