ຫລາຍກວ່າ 50 ປະເທດ ທີ່ນໍາພາໂດຍ ສະວິດເຊີແລນ ຈະຂໍ
ຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນຈັນມື້ນີ້
ໃຫ້ສະເໜີຊີເຣຍ ຕໍ່ສານອາຍານາໆຊາດ ຊຶ່ງເປັນການເຄື່ອນ
ໄຫວ ທີ່ແປງທາງໄປສູ່ການດໍາເນີນຄະດີອາຊະຍາກໍາສົງຄາມ.
ຈົດໝາຍທີ່ອົງການຂ່າວ Associated Press ຫລື AP ໄດ້
ຮັບມາ ອ້າງເຖິງຜົນການສືບສວນຂອງຄະນະກໍາມະການນຶ່ງ
ຂອງສະຫະປະຊາຊາດ ທີ່ບັນທຸກກ່ຽວກັບການທາລຸນ ການ
ກະທໍາຄວາມຮຸນແຮງທາງເພດ ແລະການປະຫານຊີວິດແບບ
ລວບລັດຕັດຄວາມ ທີ່ໄດ້ເກີດຂື້ນຢູ່ໃນຊີເຣຍ ນັບແຕ່ເລີ້ມມີ
ການລຸກຮືຂື້ນໃນເດືອນມີນາ ປີ 2011.
ໃນຂະນະທີ່ຄວາມຮຸນແຮງຍັງສືບຕໍ່ຢູ່ນັ້ນ ບັນດາກຸ່ມມະນຸດສະທໍາກໍ ພາກັນຮຽກຮ້ອງປະຊາຄົມນາໆຊາດ ໃຫ້ເພີ້ມການຊ່ວຍໃຫ້ເຫລືອແກ່ ພວກອົບພະຍົບ ທີ່ຖືກຂັບໄລ່ຈາກບ້ານເຮືອນຂອງເຂົາເຈົ້າ ຍ້ອນວິກິດການດັ່ງກ່າວ.
ອົງການ International Rescue Committee ໄດ້ອອກລາຍງານໃໝ່ໃນວັນຈັນນີ້
ເຕືອນວ່າ ຂົງເຂດດັ່ງກ່າວກໍາລັງປະເຊີນໜ້າກັບ “ຄວາມຫາຍະນະທາງດ້ານມະນຸດສະທໍາ ໃນລະດັບອັນມະຫາສານ.” ລາຍງານເວົ້າເຖິງການທ້າທາຍຕ່າງໆທີ່ປະເຊີນໜ້າພວກ
ອົບພະຍົບ ໃນການໄດ້ຮັບການຮັກສາພະຍາບານ ພ້ອມທັງອັນທີ່ເອີ້ນວ່າ “ລະດັບທີ່ຮ້າຍແຮງກ່ຽວກັບຄວາມຮຸນແຮງທາງເພດ ທີ່ຫລາຍໆຄອບຄົວບອກ ວ່າ ເປັນເຫດຜົນທີ່ເຂົາເຈົ້າພາກັນຫລົບໜີຈາກ ຊີເຣຍ.
ກຸ່ມດັ່ງກ່າວຮຽກຮ້ອງໃຫ້ບັນດາປະເທດທີ່ບໍລິຈາກເງິນຊ່ວຍເຫລືອ ຈົ່ງສະໜອງຕອບ
ຄວາມຮ້ອງຂໍຂອງສະຫະປະຊາຊາດ ໃນມູນຄ່າ 1.500 ລ້ານໂດລ່າ ພ້ອມທັງຊັບພະຍາກອນອື່ນໆ ເພື່ອຊ່ວຍເຫລືອບັນດາປະເທດເພື່ອນບ້ານ ທີ່ໃຫ້ບ່ອນຢູ່ພັກເຊົາແກ່ ອົບພະຍົບ
ຊີເຣຍ ຫລາຍໆ ພັນຄົນນັ້ນ. ອົງການ IRC ເຕືອນອີກວ່າ ເຖິງແມ່ນວ່າການຂັດແຍ້ງ ສີ້ນ
ສຸດລົງໃນຊີເຣຍ ຜົນສະທ້ອນຈາກການສູ້ລົບ ກໍຍັງຈະເຮັດໃຫ້ມີ ຄວາມຕ້ອງການການຊ່ວຍເຫລືອລະຍະຍາວສໍາລັບພວກອົບພະຍົບຢູ່.
ຄວາມຮຸນແຮງຍັງດໍາເນີນຢູ່ຕໍ່ມາໃນວັນຈັນມື້ນີ້ ໂດຍເຮືອບິນລົບຂອງຊີເຣຍຍັງສືບຕໍ່ຖີ້ມ
ລະເບີດ ໃສ່ເຂດຊານເມືອງຫລວງ Damacus. ບັນດານັກເຄື່ອນໄຫວກ່າວວ່າ ການໂຈມຕີທາງອາກາດ ໃສ່ເມືອງ Moadamiyeh ທີ່ພວກກະບົດຍຶດຄອງ ຢູ່ກໍ້າຕາເວັນຕົກສຽງໃຕ້ຂອງເມືອງຫລວງ ໄດ້ສັງຫານຢ່າງໜ້ອຍ 13 ຄົນ ຮ່ວມທັງພວກຜູ່ຍິງ ແລະເດັກນ້ອຍ.
ວີດິໂອກ່ຽວຂ້ອງກັບສົງຄາມກາງເມືອງທີ່ຊີເຣຍ: