ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

26 ຄົນ ບາດເຈັບ ໃນອຸບປະຕິເຫດ ລົດໄຟຕໍາກັນ ຢູ່ສວິສ (ວີດິໂອ/ສະໄລດ໌)


ອຸບປະຕິເຫດລົດໄຟຕໍາກັນ ທີ່ເມືອງ Granges-Pres-Marnand, ປະເທດສວິສ.
ອຸບປະຕິເຫດລົດໄຟຕໍາກັນ ທີ່ເມືອງ Granges-Pres-Marnand, ປະເທດສວິສ.
ເກີດ​ອຸບປະຕິ​ເຫດລົດໄຟ 2 ຄັນແລ່ນ​ຫົວຕໍາ​ກັນ​ ໃນ​ພາກ​ຕາ
​ເວັນ​ຕົກ​ຂອງປະ​ເທດສວີສ ເຮັດ​ໃຫ້ຄົນ​ຂັບຂອງ​ລົດ​ໄຟ​ຄັນ​
ນຶ່ງ​ເສຍ​ຊີວິດ ​ແລະ ຜູ້​ໂດຍສານ 26 ຄົນ ​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າ​ໜ້າ​ທີ່ກ່າວວ່າ ມີຜູ້​ໂດຍສານ 46 ຄົນ ຢູ່​ໃນລົດ​ໄຟທັງ
​ສອງ​ຄັນ​ນັ້ນ ​ໃນ​ຕອນ​ທີ່​ເກີດ​ອຸບປະຕິ​ເຫດ​ ​ໃນແລງວັນ​ຈັນ
​ວານ​ນີ້ ​ໃນ​ເຂດ​ເມືອງ Granges-press-Marnand.

ສາເຫດຂອງລົດ​ໄຟ​ຕໍາ​ກັນ​ໃນ​ຄັ້ງ​ນີ້​ ​ແມ່ນ​ຍັງ​ບໍ່ທັນຈະ​ແຈ້ງ​ເທື່ອ.

​ໃນ​ອາທິດ​ຜ່ານ​ມາ​ນີ້ ມີ 79 ຄົນ​ເສຍ​ຊີວິດ ​ໃນອຸບປະຕິ​ເຫດລົດໄຟ
ຕົກ​ລາງ ​ທີ່​ເມືອງ​ Santiagode Compostela ​ໃນ​ສະ​ເປ​ນ.

​ຄົນ​ຂັບ​ລົດ​ໄຟ​ ຄັນ​ທີ່​ຕົກ​ລາງໃນວັນ​ພຸດຜ່າ​ນມາ​ ໃນພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ສະ​ເປ​ນ ນັ້ນ
​ໄດ້​ຖືກຟ້ອງ​ຮ້ອງ​ໃນ​ຂໍ້​ຫາ 79 ກະ​ໂທ​ງ ​ໃນ​ຖານ​ຂ້າ​ຄົນ​ຕາຍ​ດ້ວຍ​ຄວາມ​ປະໝາດ​ເລີ່ນ​ເລີ້.


ທ້າ​ວ Francisco Jose Garzon ​ໄດ້ຖືກ​ປະກັນຕົວ​ອອກ​ມາ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ຫຼັງ​ຈາກ​
ທີ່​ໄດ້​ຖືກ​ສອບ​ສວນໂດຍ​ຫົວໜ້າສານ​ ​ເປັນ​ເວລາ 2 ຊົ່ວ​ໂມງ​.

ສານສູງ​ຂອງ Galicia ​ໄດ້​ອອກຖະ​ແຫຼ​ງການ​ສະບັບ​ນຶ່ງ​ລະບຸ​ວ່າ ທາງ​ສານ​ໄດ້​ສັ່ງ​ໃຫ້​ທ້າວ
Garzon ​ໄປລາຍ​ງານ​ຕົວ​ຕໍ່ສານ​ໃນ​ທຸກ​ໆ​ອາທິດ. ລາວ​ຖືກ​ຫ້າມ​ບໍ່​ໃຫ້​ອອກ​ຈາກ​ສະ​ເປ​ນ ​
ແລະ​ຫ້າມ ບໍ່​ໃຫ້​ຂັບ​ລົດ​ໄຟ ​ເປັນ​ເວລາ 6 ​ເດືອນ.

ໜັງສືພິມ​ ພາສາ​ສະ​ເປນ ລາຍ​ວັນ El Pais ​ລາຍ​ງານ​ວ່າ ທ້າວ Garzon ​ໄດ້​ຮັບ​ເອົາ​ຄວາມ
​ຮັບຜິດຊອບ ຕໍ່​ການເຮັດໃຫ້​ເກີດ​ອຸບ​ປະຕິ​ເຫດ​ຄັ້ງ​ນີ້ ທີ່​ຍັງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊີວິດ 79 ຄົນ​ນັ້ນ. ​
ຜູ້ກ່ຽວ​ຍອມຮັບ​ວ່າ ຕົນ​ໄດ້​ຂັບ​ໄວ ​ກວ່າ​ຄວາມ​ໄວ​ 80 ກິ​ໂລ​ເມັດຕໍ່​ຊົ່ວ​ໂມງທີ່​ທາງ​ການໄດ້​ກໍານົດ
​ໄວ້ນັ້ນ ​ຂະນະ​ທີ່​ລົດ​ໄຟ​ແລ່ນ​ເຂົ້າ​ທາງ​ໂຄ້ງ​ໃກ້ໆ​ກັບ​ເມືອງ Santiago de Compostela
ບ່ອນ​ທີ່​ລົດ​ໄຟ​ໄດ້ແລ່ນ​ໄປ​ຕໍາ​ເອົາ​ກໍາ​ແພງ​ຂ້າງ​ທາງ ​ແລ້ວເກີດ​ອຸບ​ປະຕິ​ເຫດ​ຕົກ​ລາງ​ນັ້ນ.

SWISS TRAIN CRASH VO.mov
please wait

No media source currently available

0:00 0:00:32 0:00
XS
SM
MD
LG