ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຟ້ອງເຈົ້າໜ້າທີ່ ອົງການ​ຄຸ້ມ​ຄອງເຕະບານໂລກ ຫຼື FIFA


US FIFA Corruption
please wait
Embed

No media source currently available

0:00 0:02:03 0:00

ອົງການ​ຄຸ້ມ​ຄອງເຕະບານໂລກຫຼື FIFA ​ໄດ້​ສັ່ນ​ສະ​ເທືອ​ນ​ໃນ​ວັນ
​ພຸດ ວານ​ນີ້ ​ໂດຍການຟ້ອງຮ້ອງຂອງ​ລັດຖະບານກາງສະຫະລັດ
ກ່ຽວກັບ ການ​ສໍ້​ລາດ​ບັງ​ຫຼວງ ຕໍ່ພວກ​ເຈົ້າ​ໜ້າ​ທີ່​ຂັ້ນສູງ ທັງໃນປະ
ຈຸ​ບັນ​ ແລະ​ອະດີດຂອງອົງການດັ່ງກ່າວ​ ​ແລະ​ການ​ປະກາດ​ຂອງ
ການ​ສືບສວນສອບສວນອີກ​ຕ່າງຫາກ​ໂດຍ​ເຈົ້າ​ໜ້າ​ທີ່​ Swiss ທີ່​
ກ່າວ​ຫາ​ວ່າ ພົວພັນ​ກັບການ​ ໃຫ້ອະນຸມັດໃນການຈັດການແຂ່ງຂັນ
​ເຕະບານ​ໂລກ​ ຫລື World Cup ປີ 2018 ​ແລະ 2022. ມີ​ເຈົ້າ​ໜ້​າທີ່ອົງການ FIFA
ຫຼາຍໆ​ຄົນ​ຖືກ​ຈັບ​ກຸມ ທີ່ນະຄອນ Zurich.

ການ​ຟ້ອງ​ຮ້ອງ​ຂອງ​ສະຫະລັດ ​ແມ່ນ​ຮວມທັງຂໍ້ຫາ 47 ກະ​ໂທ​ງ ຕໍ່​ເຈົ້າ​ໜ້າ​ທີ່ 14 ຄົນທີ່ຮວມທັງ ການຂູ່ເຂັນເອົາເງິນ ສົ່ງ​ຂໍ້​ມູນ​ຜິດໆ​ແລະ​ການ​ຟອກ​ເງິນ ​ໃນແຜນກນາທີ່​ໄອ​ຍະ​ການ ກ່າວ​ວ່າ ພົວພັນ​ກັບ​ຜູ້​ບໍລິຫານ​ລະດັບ​ສູງ​ຂອງສື່ມວນຊົນ​ດ້ານ​ກິລາ ທີ່​ຈ່າຍ ຫຼື​ບໍ່
ກໍ​ຕົກລົງ ທີ່​ຈະ​ຈ່າຍ ຫຼາຍ​ກວ່າ 150 ລ້ານ​ໂດ​ລາ ​ໃນ​ການ​ແລກປ່ຽນ ສິດ​ໃນ​ການ​ຕະຫຼາດ ຂອງ​ການ​ແຂ່ງ​ຂັນຕ່າງໆ.

ກະຊວງຍຸຕິ​ທຳ ​ໄດ້ອະທິບາຍ​ເຖິງ​ເລື້ອງ​ນີ້ ວ່າ ​ແມ່ນ “​ເປັນ​ຄະດີ​ສໍ້​ໂກງ 24 ປີ ​ເພື່ອ​ຄວາມ​ຮັ່ງມີ​ຂອງ​ພວກ​ເຂົາ​ເຈົ້າ ຜ່ານ​ທາງ​ກິລາ​ເຕະບານ​ນາໆຊາດ.”

WATCH: ເບິ່ງວີດີໂອ ກ່ຽວກັບ ອົງການ FIFA

US, Swiss Officials Unveil Major FIFA Corruption Case
please wait

No media source currently available

0:00 0:01:46 0:00


ບັນດາເຈົ້າໜ້າ​ທີ່​ໃນນະຄອນ Zurich ​ໄດ້​ຈັບ​ກຸ​ມເຈົ້າ​ໜ້າ​ທີ່​ຂອງອົງການ FIFA 7 ຄົນ
​ໃນ​ວັນ​ພຸດ​ມື້​ນີ້ ລໍຖ້າ​ສົ່ງມາ​ຍັງ​ສະຫະລັດ. ​ເຈົ້າ​ໜ້າ​ທີ່ສະຫະລັດພວມທຳການກວດຄົ້ນຕື່ມ
ອີກ ໃນ​ວັນ​ພຸດ​ມື້​ນີ້ ​ທີ່ນະຄອນ Miami ​ແລະກະຊວງຍຸຕິ​ທຳ ​ໄດ້​ກ່າວ​ວ່າ ມີ​ຈຳນວນ 4 ຄົນ ​
ໄດ້​ຮັບ​ສາລະພາບ​ວ່າ ​ມີ​ຄວາມ​ຜິ​ດ​ໃນ​ຄະດີ​ນີ້​ແລ້ວ.

ລັດຖະມົນຕີ ​ກະຊວງກະຊວງຍຸຕິ​ທຳ ທ່ານ​ນາງ Loretta Lynch ​ເອີ້ນ​ການ​ກ່າວ​ຫາ​ນີ້​ວ່າ ເປັນການ​ສໍ້​ລາດ​ບັງ​ຫຼວງ ທີ່ “ຮຸນ​ແຮງ ​ເປັນ​ລະບົບ​ ​ແລະ​ຝັງຮາກເລິກ​” ທີ່ໄດ້ສ້າງຄວາມ ເສຍຫາຍຢ່າງເລິກເຊິ່ງແກ່ພວກເຄາະຮ້າຍຈຳນວນຫຼວງຫຼາຍ.

ທ່ານ ​ນາງ Lynch ກ່າວ​ວ່າ “ມັນ​ໄດ້ເລີ້ມມາ ຢ່າງ​ນ້ອຍ​ 2 ຊົ່ວ​ຄົນ​ແລ້ວ ​ຂອງບັນດາ​ເຈົ້າ​ໜ້າ​ທີ່ເຕະບານດັ່ງທີ່ມີການກ່າວຫາວ່າ ໄດ້ໃຊ້ຕຳແໜ່ງທີ່ເປັນໜ້າເຊື່ອຖືຂອງພວກເຂົາເຈົ້າ ໄປໃນທາງທີ່ບໍ່ຖືກຕ້ອງ ເພື່ອໃຫ້ໄດ້ມາຊຶ່ງເງິນຫຼາຍລ້ານໂດລາ ໃນການຮັບສິນບົນແລະ ເງິນກ້ອງໂຕະຕ່າງໆ.”

XS
SM
MD
LG