ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກບິນ ຊາວສວິສ ເປີດໂຕ ເຮືອບິນ ທີ່ໃຊ້ ແສງຕາເວັນ ສຳລັບ ຈະໃຊ້ບິນ ອ້ອມໂລກ (ວີດີໂອ)


ເຮືອບິນແສງຕາເວັນ Solar Impluse 2 ພວມກະກຽມ ທີ່ຈະບິນອ້ອມໂລກ
ເຮືອບິນແສງຕາເວັນ Solar Impluse 2 ພວມກະກຽມ ທີ່ຈະບິນອ້ອມໂລກ
ນັກ​ບິນ​ ສະ​ວິສເຊີ​ແລນ​ຄົນ​ນຶ່ງ ​ເປີດ​ເຜີຍ​ໃຫ້​ຮູ້​ ອັນ​ທີ່​ອາດ​ສາມາດ​
ເປັນເຮືອບິນທີ່ມີຄວາມສຳຄັນ​ຄັ້ງ​ປະຫວັດ​ສາດໃນ​ວັນ​ພຸດ​ວານ​ນີ້​
ທີ່​ອອກ​ແບບ​ມາ ເພື່ອ​ບິນ​ອ້ອມ​ໂລກ​ ໄດ້​ໂດຍ​ໃຊ້​ພະລັງງານ​ ແສງ
​ແດດ​ເທົ່າ​ນັ້ນ.

ເຮືອບິນ Solar Impulse 2 ຈະ​ເລີ້ມ​ທົດ​ລອງບິນ​ໃນ​ເດືອນ​ໜ້າ​ນີ້
​ໃນ​ການ​ກະກຽມ​ເພື່ອບິນ​ອ້ອມ​ໂລກ​ ໃນ​ປີ​ໜ້າ.

​ເຮືອບິນ​ລຳ​ນີ້​ມີ​ປີກ​ພື​ອອກ​ກວ້າງເທົ່າ​ກັນ​ກັບ​ເຮືອບິນ​ອາຍ​ພົ່ນ​ໂດຍ
ສານ​ຮຸ່ນ Jumbo ​ແຕ່​ມີ​ນ້ຳໜັກ​ເທົ່າກັນ​ກັບ​ລົດ​ຄັນ​ໃຫຍ່ໆ​ເທົ່ານັ້ນ.

ເຮືອບິນ Solar Impulse 2 ເບົາ​ເຊັ່ນ​ນີ້ ​ກໍເນື່ອງຈາກບໍ່​ມີ​ຖັງ​ນ້ຳມັນ​ໃຫຍ່ ແຕ່ແລ່ນໂດຍແຜ່ນ ຮັບແສງແດດ ຫຼາຍກວ່າ 17,000 ແຜ່ນ ຊຶ່ງໄດ້ດູດເອົາພະລັງງານ ຈາກຕາເວັນ ແລະເກັບມ້ຽນ ໄວ້ຢູ່ໃນໝໍ້ໄຟ.

ທ່ານ Andre Borschberg ນັກ​ບິນປະຈຳ​ເຮືອບິນລຳ​ນີ້ກ່າວວ່າ ທ່ານ​ຄາດວ່າຈະໃຊ້ເວລາ 5 ມື້​ແລະ 5 ຄືນເພື່ອ​ບິນ​ອ້ອມ​ໂລກ. ​ແຕ່​ທ່ານ​ກໍກ່າວ​ວ່າ ເຮືອບິນ Solar Impulse 2 ສາມາດ​ບິນ​ຢູ່ເທິງ​ອາກາດ​ໄດ້ ​ໂດຍ​ບໍ່​ມີ​ກຳນົດ​ເວລາ.

​ເຮືອບິນ​ລຳ​ນີ້ ​ເປັນ​ເຮືອບິນທີ່​ໄດ້ຮັບການປັບປຸງໃໝ່ ຈາກເຮືອບິນ ທີ່ໃຊ້​ພະລັງງານ ແສງຕາ​ເວັນ ​ຊຶ່ງໄດ້​ສ້າງ​ຂຶ້ນ​ເມື່ອ 5 ປີທີ່ຜ່ານມາ​ ແລະ​ໄດ້​ບິນ​ຂ້າມ​ສະຫະລັດອາເມຣິກາໃນ​ປີ​ແລ້ວ​ນີ້.
solarpoweredplane10april14
please wait

No media source currently available

0:00 0:01:04 0:00
XS
SM
MD
LG