ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສານ​ສູງ​ສຸດ​​ສວິ​​ດ​ເຊີ​ແລນ​ ສັ່ງ​ໃຫ້​ອົງ​ການ IAAF ​ໂຈະ​ກົດ​ລະ​ບຽບ​ການ ​ຂອງພວກ​ເຂົາ​ເຈົ້າ ​ເປັນ​ການ​ຊົ່ວ​ຄາວ


ນາງແຄ​ສ​ເຕີ​ຣ໌ ຊີ​ເມນ​ຢາ ນັກ​ແລ່ນ ຊາວ​ອາ​ຟ​ຣິ​ກາ​ໃຕ້ ຖ່າຍ selfie ກັບ​ພວກ fan club ຫຼັງ​ຈາກ​ທີ່​ໄດ້​ເປັນ ແຊມ​ປ້ຽນ​ຫຼຽນ​ຄຳ, 01 ເມສາ 2018.
ນາງແຄ​ສ​ເຕີ​ຣ໌ ຊີ​ເມນ​ຢາ ນັກ​ແລ່ນ ຊາວ​ອາ​ຟ​ຣິ​ກາ​ໃຕ້ ຖ່າຍ selfie ກັບ​ພວກ fan club ຫຼັງ​ຈາກ​ທີ່​ໄດ້​ເປັນ ແຊມ​ປ້ຽນ​ຫຼຽນ​ຄຳ, 01 ເມສາ 2018.

ແຊມ​ປ້ຽນ​ໂອ​ລິມ​ປິກ 2 ສະ​ໄໝ ນາງແຄ​ສ​ເຕີ​ຣ໌ ຊີ​ເມນ​ຢາ ​ແມ່ນ​ໄດ້​ຖືກ​ອະ​ນຸ​ຍາດ​
ເປັນ​ການ​ຊົ່ວ​ຄາວໃຫ້ລົງ​ແຂ່ງ​ຂັນ ໂດຍ​ປາດ​ສະ​ຈາກ​ການເຮັດ​ໃຫ້​ລະ​ດັບໂຮ​ໂມນ​
ທີ່​ເປັນ​ເພດ​ຊາຍ ຫຼື testosterone ​ຫຼຸດ​ລົງ ພາຍຫຼັງ​ການ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ
ສວິດ​ເຊີ​ແລນ​ນັ້ນ.

ສານ​ໄດ້​ສັ່ງ​ໃຫ້​ສະ​ຫະ​ພັນ​ສະ​ມາ​ຄົມ​ນັກ​ກິ​ລາ​ສາ​ກົນ ຫຼື IAAF ໄດ້​ໂຈະ​ກົດ​ລະ​ບຽບ​
ການ​ຂອງພວກ​ເຂົາ​ເຈົ້າ​ເປັນ​ການ​ຊົ່ວ​ຄາວ ຈົນ​ກວ່າ​ວ່າ ​ສະ​ຫະ​ພັນ​ດັ່ງ​ກ່າວ​ຈະ​ສາ​ມາດ​
ນຳ​ການ​ໂຕ້​ແຍງຂຶ້ນ​ສູ່​ສານ.

ການໂຈະ​ກົດ​ລະ​ບຽບ​ການຂອງອົງ​ການ IAAF ແມ່ນ​ເປັນ​ເຄື່ອນ​ໄຫວຫຼ້າ​ສຸດໃນ
​ການບໍ່​ຜິດ​ຖຽງ​ກັນທາງ​ກົດ​ໝາຍ ລະ​ຫວ່າງນັກ​ແລ່ນ 800 ແມັດ ຊາວ​ອາ​ຟ​ຣິ​ກາ​ໃຕ້
ແລະ​ອົງ​ການແລ່ນແລະ​ລານ.

ໃນ​ເດືອນ​ເມ​ສາ 2018 ຜ່ານ​ມາ​ນີ້ ອົງ​ການ IAAF ໄດ້ອອກ​ກົ​ດ​ລະ​ບຽບ​ການ​ໃໝ່
ທີ່​ເຮັດ​ໃຫ້​ “ພວກ​ແມ່​ຍິງ​ທີ່​ມີໂຮ​ໂມນ​ທີ່​ເປັນ​ເພດ​ຊາຍ ຫຼາຍກວ່າ​ປົກ​ກະ​ຕິ​ ຫຼື​ເອີ້ນ​ວ່າ hyperandrogenismທີ່ເຮັດ​ໃຫ້​ລະ​ດັບ​ໂຮ​ໂມນ​ຕ່ຳ ໃນ​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ເຈົ້າ
ຖ້າ​ຫາກວ່າ​ພວກ​ເຂົາ​ເຈົ້າ​ຢາກ​ຈະ​ລົງ​ແຂ່ງ​ຂັນໃນ​ການ​ແລ່ນ​ໄລ​ຍະ​ໄກ ລະ​ຫວ່າງ
400 ແມັດ ຫາ 1 ໄມ​ລ໌.”

“ນີ້​ແມ່ນກໍ​ລະ​ນີ​ທີ່ສຳ​ຄັນ ທີ່​ຈະ​ເປັນ​ພື້ນ​ຖານ​ຂອງ​ການ​ເກັບ​ເຂົ້າ​ໃນ​ເລື້ອງ​ສິດ​ທິ​ມະ​ນຸດ
ສຳ​ລັບ​ພວກ​ນັກ​ກິ​ລາ ​ທີ່​ເປັນ​ແມ່​ຍິງນັ້ນ,”
ຊຶ່ງນາ​ງ Dorothee Schramm ທະ​ນາຍ​
ຄວາມ​ຂອງ​ຄະ​ດີ ທີ່​ມີ​ຫ້ອງ​ການ​ຢູ່​ສວິ​ດ​ເຊີ​ແລນ ໄດ້​ກ່າວ​ໄວ້ ຫຼັງ​ຈາກ​ ການ​ຕັດ​ສິນ​ຂອງ​
ສານ​ແລ້ວ​ນັ້ນ.

ນາງ Semenya ໄດ້​ທ້າ​ທາຍ​ຕໍ່​ກົດ​ລະ​ບຽບ​ການ​ຂອງ​ສານ ແລະ​ໃນ​ທີ່​ສຸດ ກໍ​ເສຍໄຊ
​ໃນ​ຄະ​ດີ​ນີ້ ທີ່​ສານ​ດ້ານກິ​ລາ ໃນ​ເດືອນ​ແລ້ວ​ນີ້.

ຕໍ່​ມາ ສານໄດ້​ຮັບ​ຊາບ​ເຖິງ​ກົດ​ລະ​ບຽບ​ການ​ຂອງອົງ​ການ IAAF ​ທີ່​ກີດ​ກັນ, ແຕ່ ​ກົດ​ລະ​
ບຽບ​ການ ແມ່ນ “ຈຳ​ເປັນ ມີ​ເຫດ​ຜົນ​ພຽງ​ພໍ ແລະ​ມີ​ຄວາມ​ໝາຍ​ທ່ຽງ​ດູນ ຂອງ​ຈຸດ​ປະ​ສົງ​
ຂອງ​ອົງ​ການ IAAF ທີ່​ຈະ​ຕ້ອງ​ໄດ້​ເກັບ​ຮັກ​ສາ​ໄວ້ ຊຶ່ງ​ຄວາມ​ມີ​ກຽດ​ສັກ​ສີ​ຂອງ​ນັກ​ກິ​ລາ
​ຍິງ ໃນ​ການ​ແຂ່ງ​ຂັນ​ທີ່​ມີ​ຂໍ້​ບັງ​ຄັບ​ທີ່ຈຳ​ກັດ​ນັ້ນ.”

ພາຍຫຼັງການ​ຕັດ​ສິນຂອງສານ​ກິ​ລາຫຼື CAS ​ແລ້ວ​ນັ້ນ ນາງ Semenya ​ໄດ້​ ຂໍ​ອຸ​ທອນ​
ຕໍ່​ສານ​ສູງ​ສຸດ ​ຂອງ​ສວິ​ດເຊີ​ແລນ. ນາງ ຍັງ​ໄດ້​ຂໍ​ອຸ​ທອນ ​ຕໍ່ການ​ຕັດສິນ​ຂອງສານ​ກິ​ລາ
ເພື່ອ​ໃຫ້ກົດ​ລະ​ບຽບ​ການ​ຂອງລະ​ດັ​ບ​ໂຮ​ໂມນ ຂອງ ອົງ​ການ IAAF ນັ້ນໄດ້​ຮັບ​ການ​ຍົກ​
ເລີກຢ່າງ​ຖາ​ວອນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG