ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄໍຣັບຊັ່ນ ໃນອົງການ FIFA ຂະຫຍາຍວົງ ກວ້າງອອກ


FIFA Arrests
please wait
Embed

No media source currently available

0:00 0:01:33 0:00

ຂ່າວ​ການ​ຄໍ​ຣັບຊັ່ນ​ທີ່​ນອງ​ນັນ ພົວພັນ​ກັບ​ອົງການ​ຄຸ້ມ​ຄອງ​ເຕະ
ບານ​ໂລກຫລື FIFA ​ໄດ້​ຂະຫຍາ​ຍວົງ​ກວ້າງ​ອອກ.

​ໃນ​ວັນ​ພະຫັດວານ​ນີ້ ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ​ໄດ້​ລະບຸ​ຊື່
ເຈົ້າໜ້າ​ທີ່​ອົງ ການ FIFA ຕື່ມ​ອີກ 16​ ຄົນ ທີ່​ຖືກ​ຟ້ອງຮ້ອງ​ໃນ​ຂໍ້
​ຫາ​ຕົວະ​ຕົ້ມ ສໍ້​ໂກງ​ທາງ​ໂທລະສັບ​ຫລືການ​ສື່ສານ​ຄົມມະນາຄົມ ​
ແລະ​ສົມຮູ້​ຮ່ວມ​ຄິດ​ໃນ​ການ​ຟອກ​ເງິນພ້ອມ​ທັງ​ຂໍ້​ຫາ​ຄໍຣັບຊັ່ນ​ນຳ
ດ້ວຍ.​ ພວກ​ທີ່​ຖືກ​ກ່າວ​ຫາ​ຫລ້າ​ສຸດ​ນີ້ ​ເຮັດ​ໃຫ້​ສ່ວນບຸກຄົນ​ແລະ
​ອົງການ​ຕ່າງໆ​ທີ່​ຖືກ​ຟ້ອງ​ທັງ​ໝົດ​ເພີ້ມຈຳນວນຂຶ້ນ​ເປັນ 41.

ຈຳ​ເລີຍ​ໃໝ່​ແມ່ນ​ຮວມທັງ​ສະມາຊິກ ​ໃນຄະນະ​ກຳມະການ​ບໍລິ
ຫານ​ທັງ​ໃນ​ປັດຈຸ​ບັນແລະ​ອະດີດ​ຂອງ​ອົງການ​ FIFA ​ພ້ອມ​ທັງ​ປະທານ​ຄົນ​ປັດຈຸບັນ​ຂອງ​
ອົງການຄຸ້ມ​ຄອງ​ເຕະບານ​ໂລກ ໃນ​ເຂດ​ອາ​ເມຣິກາ​ເໜືອ ອາ​ເມຣິກາ​ກາງແລະ​ເຂດ​ທະເລ
​ຄາ​ຣິບບຽນ ຫຼື CONCACAF ​ແລະ​ອົງການ​ຄຸ້ມ​ຄອງ​ເຕະບານ​ໃນ​ເຂດ​ອາ​ເມຣິກາ​ໃຕ້ຫລື
CONMEBOL.

ຈຳ​ເລີຍ 8​ ຄົນ​ທີ່​ຍອມຮັບ​ຜິດແມ່​ນຮວມທັງ 3 ຄົນທີ່​ຖືກ​ຟ້ອງເມື່ອ​ເດືອນ​ພຶດສະພາ​ປີ​ກາຍ
​ໃນ​ການ​ຈັບ​ກຸມ​ຮອບ​ທຳ​ອິດ ຊຶ່ງ​ໄດ້​ມີ​ການ​ປະກາດ​ໃຫ້​ຊາບໃນ​ວັນ​ພະຫັດ​ວານ​ນີ້​ເຊັ່ນ​ດຽວ​
ກັນ.​ ການ​ຕັ້ງຂໍ້​ຫາ​ເພີ້ມຕື່ມຕໍ່ຈຳ​ເລີຍ 7 ຄົນນັ້ນແມ່ນ​ກຳລັງ​ລໍຖ້າ​ໃຫ້​ມີການ​ສົ່ງ​ໂຕ​ຄົນ​ຮ້າຍ
ຈາກ​ການ​ຟ້ອງ​ຮ້ອງ​ໃນ​ຮອບ​ທຳ​ອິດ.

ກະຊວງ​ຍຸຕິ​ທຳ​ກ່າວ​ວ່າ​ 12 ສ່ວນ​ບຸກຄົນ ​ແລະ ບໍລິສັດ​ໂຄສະນາ​ດ້ານ​ກິລາ​ 2 ບໍລິສັດໄດ້​
ຖືກ​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ​ໄປ​ແລ້ວ​ ຊຶ່ງ​ເປັນ​ຜົນ ​ເນື່ອງ​ມາ​ຈາກ​ການສືບສວນ ​ແລະ​ຈຳ​
ເລີຍຜູ້​ທີ່​ຖື​ກຟ້ອງ​ ໄດ້​ຕົກລົງ​ ທີ່​ຈະ​ສົ່ງ​ເງິນ​ 190 ລ້ານ​ໂດ​ລາ​ຄືນ. ນອກ​ນັ້ນ ເງິນ​ຈຳນວນ
100 ລ້ານ​ໂດ​ລາ​ຍັງ​ໄດ້​ຖືກສັ່ງ​ໃຫ້​ກັກ​ໄວ້​ຢູ່​ໃນ​ສະຫະລັດ​ແລະ​ຕ່າງປະ​ເທດ​ ຖານ​ພົວພັນ​
ກັບ​ກິດຈະການ​ທີ່​ຜິດ​ກົດໝາຍ.

ສະຫະລັດ​ໄດ້​ອອກ​ຄຳ​ຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ​ທາງ​ດ້ານ​ກົດໝາຍ​ເພື່ອຊອກ​ຫາຊ່ອງ​ທາງ
ໃຫ້​ມີການ​ກັກ​ຊັບ​ສິນ ຢູ່​ໃນ 13 ປະ​ເທດ.

XS
SM
MD
LG