ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສວິສເຊີແລນ ທຳການຈັບກຸມ ເຈົ້າໜ້າທີ່ ອົງການ FIFA ຕື່ມອີກ


ພາບຄົນເປັນເງົາມືດຢູ່ນອກໂຮງແຮມ Baur au Lac hotel ບ່ອນທີ່ຕຳຫຼວດ ສວິສເຊີແລນ ໄດ້ຈັບກຸມເຈົ້າໜ້າທີ່ FIFA ໃນນະຄອນ Zurich, ສວິສເຊີແລນ, 3 ທັນວາ, 2015.
ພາບຄົນເປັນເງົາມືດຢູ່ນອກໂຮງແຮມ Baur au Lac hotel ບ່ອນທີ່ຕຳຫຼວດ ສວິສເຊີແລນ ໄດ້ຈັບກຸມເຈົ້າໜ້າທີ່ FIFA ໃນນະຄອນ Zurich, ສວິສເຊີແລນ, 3 ທັນວາ, 2015.

ເຈົ້າໜ້າທີ່ ສວິສເຊີແລນ ຢືນຢັນວ່າ ພວກເຂົາເຈົ້າໄດ້ທຳການຈັບ ກຸມຮອບໃໝ່ ຕາມຄຳຮຽກຮ້ອງຂອງເຈົ້າໜ້າທີ່ ສະຫະລັດ ກ່ຽວກັບ ຂ່າວກະທຳຜິດເລື່ອງສໍ້ລາດ ບັງຫຼວງຂອງສະຫະພັນເຕະບານ ຫລື FIFA, ຜູ້ທີ່ໄດ້ຖືກຈັບກຸມບາງຄົນ ແມ່ນ ຢູ່ບ່ອນດຽວກັນກັບທີ່ໄດ້ ທຳການຈັບກຸມຄັ້ງທຳອິດ ​ເມື່ອ​ເດືອນ​ພຶດສະພາ ທີ່ໂຮງແຮມ Zurich.

ໜັງສືພິມ The New York Times ໄດ້ລາຍງານໃນວັນພະຫັດມື້ ນີ້ວ່າ ມີຫຼາຍ ກວ່າສິບຄົນແມ່ນຄາດວ່າຈະຖືກຂໍ້ກ່າວຫາ ຫຼັງຈາກ ການຈັບກຸມຄັ້ງຫຼ້າສຸດທີ່ໂຮງ ແຮມ Baur au Lac. ໜັງສືພິມສະ ບັບ​ນີ້ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ຫຼາຍຄົນ ແມ່ນມາຈາກ ອາເມຣິ ກາໃຕ້ ແລະ ອາເມຣິກາກາງ ແລະ ໄດ້ຖືກສົງໄສວ່າກ່ຽວ ພັນກັບການຫຼອກລວງຕົ້ມຕຸນ, ຟອກ ເງິນ ແລະ ສໍ້ໂກງ.

ປະທານສະຫະພັນເຕະບານເຕະບານ ຢູໂຣບ UEFA ທ່ານ Michel Platini (ຊ້າຍ) ແລະ ປະທານສະຫະພັນເຕະບານ FIFA ທ່ານ Sepp Blatter, 16 ທັນວາ 2014.
ປະທານສະຫະພັນເຕະບານເຕະບານ ຢູໂຣບ UEFA ທ່ານ Michel Platini (ຊ້າຍ) ແລະ ປະທານສະຫະພັນເຕະບານ FIFA ທ່ານ Sepp Blatter, 16 ທັນວາ 2014.

ບົດລາຍງານໄດ້ລະບຸຊື່ທ່ານ Alfredo Hawit ຈາກປະເທດ Honduras, ປະທານແຫ່ງສະມາ ຄົມເຕະບານແຫ່ງ CONCACAF, ເຊິ່ງເປັນຄະນະກຳມະ ການບໍລິຫານ ກິລາເຕະບານໃນ ທະວີບ ອາເມຣິກາເໜືອ, ອາເມຣິກາກາງ ແລະ ຂົງເຂດທະເລ Caribbean, ແລະ ທ່ານ Juan Angel Napout ຈາກປະເທດ Paraguay, ປະທາຄະນະກຳມະການບໍລິຫານກິລາ ເຕະບານ ອາເມຣິກາໃຕ້ CONMEBOL ກໍແມ່ນຮວມຢູ່ຈຳນວນຜູ້ທີ່ໄດ້ຖືກຈັບກຸມ. ເຈົ້າໜ້າທີ່ ສະວິສເຊີແລນ ໄດ້ລະບຸວ່າ ສະຫະລັດ ສົງໄສວ່າບັນດາຜູ້ຊາຍທີ່ໄດ້ກ່າວມານັ້ນ ໄດ້ຮັບສິນບົນ ໃນມູນຄ່າຫຼາຍລ້ານໂດລາ.

ອົງການ FIFA ໄດ້ໃຫ້ຄຳເຫັນພຽງແຕ່ວ່າ ຕົນ “ຮັບຮູ້ເຖິງເຫດການທີ່ມີ​ການ​ຈັບ​ກຸມໃນມື້ນີ້” ໂດຍກະຊວງຍຸດຕິທຳຂອງສະຫະລັດ. ກະຊວງດັ່ງກ່າວ​ຂອງ ສະຫະລັດ ຍັງໄດ້ຮັບຜິດຊອບ ​ໃນການຈັບກຸມຊຸດທຳອິດ. ກະຊວງຍຸດຕິທຳກ່າວວ່າ ຕົນສາມາດທຳການຈັບກຸມດັ່ງກ່າວ ນັ້ນໄດ້ ເພາະວ່າບັນດາເຈົ້າໜ້າທີ່ອົງການ FIFA ໄດ້ໃຊ້ທະນາຄານຂອງ ສະ ຫະລັດ ໃນການ ໂອນເງິນຂອງພວກເຂົາເຈົ້າ.

ບັນດາເຈົ້າໜ້າທີ່ ອົງການ FIFA ໄດ້ເຕົ້າໂຮມກັນທີ່ໂຮງແຮມໃນວັນພະຫັດມື້ນີ້ ເພື່ອປຶກສາ ຫາລືບັນດາຂໍ້ສະເໜີທີ່ໄດ້ເພັ່ງເລັ່ງໃສ່ການປະຕິຮູບຄະນະກຳມະການ ບໍລິຫານຂອງກິລາເຕະ ບານ ພາຍຫຼັງການກ່າວຫາມາດົນນານ ກ່ຽວກັບການສໍ້ລາດບັງຫຼວງ ເຊິ່ງໃນທີ່ສຸດໄດ້ມີການ ສືບສວນສອບສວນຜູ້ກະທຳຜິດກົດໝາຍໂດຍ ສະຫະລັດ ແລະ ສະວິສເຊີແລນ.

FIFA Arrests
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG