ອາກາດຮ້ອນເອົ້າຢ່າງເປັນປະວັດການໄດ້ປົກຄຸມໄປທົ່ວພາກສ່ວນ
ໃຫຍ່ຂອງຈີນ ໂດຍໄດ້ ເອົາຊີວິດຜູ້ຄົນໄປຫຼາຍຄົນແລ້ວ ແລະກໍໄດ້
ພາໃຫ້ເຈົ້າໜ້າທີ່ຈີນ ຕ້ອງໄດ້ອອກມາປະກາດເຕືອນໄພສຸກເສີນ
ຈາກຄື້ນລົມຮ້ອນນີ້.
ອົງການຂ່າວຊິນຫົວຂອງລັດ ກ່າວວ່າ ເຈົ້າໜ້າທີ່ເຂດທ້ອງຖິ່ນ
ໄດ້ລາຍງານວ່າ ໄດ້ມີຫຼາຍກ່ວາ 10 ຄົນແລ້ວເສຍຊີວິດ ຍ້ອນຄື້ນ
ລົມຮ້ອນນີ້ ໃນນະຄອນຊຽງໄຮ້ ທີ່ໄດ້ປະສົບກັບອາກາດຮ້ອນເອົາ
ມາເປັນເວລາ 9 ມື້ລຽນຕິດ ທີ່ມີອຸນະພູມສູງເຖີງ 38 ດີກຣີແຊລຊຽສ
ຊຶ່ງທາງການກ່າວວ່າ ນີ້ແມ່ນເປັນເດືອນກໍລະກົດ ທີ່ຮ້ອນທີ່ສຸດຂອງ
ນະຄອນຊຽງໄຮ້ ໃນຮອບ140 ປີ.
ຊຶ່ງນີ້ກໍເປັນຄັ້ງທໍາອິດ ທີ່ທາງເຈົ້າໜ້າທີ່ກົມອຸຕຸນິຍົມ ໄດ້ອອກປະກາດ
ລະດັບການມືກັບໄພອາກາດຮ້ອນສຸກເສີນນີ້ ເປັນລະດັບທີ 2 ແລະ
ເຕືອນໃຫ້ປະຊາຊົນຕັດກິດຈະກໍານອກບ້ານລົງແລະໃຫ້ແນ່ໃຈວ່າ
ເຂົາເຈົ້າມີເເອເຢັນຢູ່ໃນບ້ານເຮືອນ.
ຄໍາເຕືອນກ່ຽວກັບຄື້ນລົມຮ້ອນຄັ້ງນີ້ ແມ່ນກວມເຖິງ 9 ແຂວງ
ໃນທົ່ວພາກໃຕ້ແລະພາກກາງຂອງຈີນ ຊຶ່ງຮວມທັງ ນະຄອນຊຽງໄຮ້ ຈົງຈິງ ແລະຫູນານນໍາ.
ບໍ່ເປັນທີ່ຄາດໝາຍວ່າ ສະພາບການດັ່ງກ່າວຈະດີຂຶ້ນໃນໄວໆນີ້ ໂດຍທີ່ມີການພະຍາກອນ
ອາກາດເຕືອນວ່າ ບາງເຂດທາງທິດໃຕ້ຂອງແມ່ນໍ້າ ຢາງຊີ ນັ້ນ ອາດຈະເຫັນອຸນນະພູມ
ໃນລະດັບ 35 ດີກຣີ ແຊລຊຽດສ ຕໍ່ໄປອີກຕື່ມນຶ່ງອາທິດ.