ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທີ່ມັກ ມີເພດ​ສຳພັນ ​ກັບ​ເດັກນ້ອຍ ກວ່າພັນຄົນ ຫຼົງກົນ


ການ​ໃຊ້ຄອມ​ພິວ​ເຕີ ເຮັດ​ຮູບໃຫ້​ຄື​ໜ້າ​ເດັກ​ນ້ອຍຜູ້ຍິງຟິ​ລິບ​ປີນ
ອາ​ຍຸ 10 ປີຊື່​ວ່າ Sweetie ​ຂອງ​ກຸ່ມປົກ​ປ້ອງ​​ສິດ​ທິ​ມະ​ນຸດ​ໂຮ​ນລັງ
ການ​ໃຊ້ຄອມ​ພິວ​ເຕີ ເຮັດ​ຮູບໃຫ້​ຄື​ໜ້າ​ເດັກ​ນ້ອຍຜູ້ຍິງຟິ​ລິບ​ປີນ ອາ​ຍຸ 10 ປີຊື່​ວ່າ Sweetie ​ຂອງ​ກຸ່ມປົກ​ປ້ອງ​​ສິດ​ທິ​ມະ​ນຸດ​ໂຮ​ນລັງ
ມີຜູ້​ຊ​ອກ​ຫາ​ການ​ຮ່ວມ​ເພດ​ກັບ​ເດັກ​ນ້ອຍຫຼາຍ​ກົ່ວ 1000 ຄົນ
​ໄດ້​ຖືກ​ລະບຸຕົວດ້ວຍ​ການນຳ​ໃຊ້ເທັກ​ໂນ​ໂລ​ຈີ ອັນ​ທັນ​ສ​ະໄໝ
ດັ່ງ​ໃນ​ປື້ມນິຍາຍ ເຂົ້າ​ຫາ.

ການ​ໃຊ້ຄອມ​ພິວ​ເຕີເຮັດ​ຮູບໃຫ້​ຄື​ໜ້າ​ເດັກ​ນ້ອຍຜູ້ຍິງຟິ​ລິບ​ປີນ
​ອາ​ຍຸ 10 ປີຊື່​ວ່າ Sweetie ​ຂອງ​ກຸ່ມປົກ​ປ້ອງສິດ​ທິ​ມະ​ນຸດ​ໂຮ​ນ
ລັງ Terre des Hommes ໄດ້​ດຶງ​ດູດ​ເອົາ​ຜູ້​ໃຫ​ຍ່ກວ່າ 1000
ຄົນ ທີ່​ເຕັມ​ໃຈ​ຈະ​ຈ່າຍ​ເງິນ ​ໃຫ້​ແກ່​ເດັກ​ນ້ອຍ ຢູ່​ໃນ​ບັນ​ດາ​ປະ​
ເທດກຳ​ລັງ​ພັດ​ທະ​ນາ ​ເພື່ອສະ​ແດງ​ການ​ຮ່ວມ​ເພດ​ ຜ່ານ​ທາງ​
ກ້ອງ​ຖ່າຍ​ຮູບ​ຂອງ​ຄອມ​ພິວ​ເຕີ.

​ບັນ​ດາ​ນັກ​ຄົ້ນ​ຄວ້າ​ຢູ່ ນະ​ຄອນ Amsterdam ຊອກ​ຫາ​ຜູ້​ທີ່ອາດ​ຢາກ​ສະ​ແຫວງ​ຫາການ​ມີ​ເພດ​ສຳພັນ​ກັບ​ເດັກນ້ອຍ ​ໂດຍ​ຜ່ານການ​ໂອ້​ລົມ​ທາງ​ອິນ​ເຕີ​ແນັດ. ​ໃນ​ພຽງ​ເວ​ລາ​ສັ້ນໆ​ເທົ່າ​ນັ້ນ ຫລາຍ ກວ່າ 20,000 ​ຄົນຈາກກວ່າ 65 ປະ​ເທດ ພາ​ກັນ​ເຂົ້າ​ມາ​ຫາ​ເດັກ​ນ້ອຍ ​ອາ​ຍຸ 10 ປີຄົນ​ນີ້ ​ເພື່ອ​ໃຫ້ສະ​ແດງການ​ຮ່ວມເພດ ຜ່ານທາງກ້ອງ​ຖ່າຍຂອງຄອມ​ພິວ​ເຕີ້.

​ໃນ​ຂະ​ນະ​ທີ່​ຜູ້​ໃຫ​ຍ່​ເຂົ້າ​ຮ່ວມການ​ສະ​ແດງ​ກັບ​ເດັກ​ນ້ອຍ​ຜູ້​ຍິງ​ຢູ່​ນັ້ນ ບັນ​ດາ​ນັກ​ຄົ້ນ​ຄວ້າ​ພາ​ກັນ​ເກັບ​ກຳ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ເຂົາ​ເຈົ້າ ໂດຍ​ຜ່ານ​ສື່ສັງ​ຄົມ ເພື່ອ​ເປີດ​ເຜີຍ​ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ.

ກຸ່ມ​ດັ່ງ​ກ່າວ​ເວົ້າ​ວ່າ ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະ​ນຳ​ເອົາວີ​ດີ​ໂອ ຂອງ​ພວກ​ຜູ້ໃຫ​ຍ່​ເຫຼົ່ານີ້ ມອ​ບໃຫ້
​ແກ່ເຈົ້າ​ໜ້າ​ທີ່​ບ້ານ​ເມືອງ.

​ກຸ່ມ Terre des Hommes ກ່າວ​ວ່າ ຄວາມ​ຜິດ​ສະ​ແດງ​ໃຫ້​ເຫັ​ນ “ການ​ສວຍ​ໃຊ້​ພວກ​ເດັກນ້ອຍ​ໃນ​ຮູບ​ແບບ​ໃໝ່ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້ຈັກ ​ແຕ່​ກໍ​ແຜ່​ຂະ
ຫຍາຍ​ຢ່າງ​ກວ້າງຂວາງ​ນັ້ນ.” ​ກຸ່ມ​ດັ່ງ​ກ່າວ​ຍັງ​ເວົ້າ​ຕື່ມ​ອີກວ່າ “ການ​ທ່ອງ​ທ່ຽວ​ຮ່ວມ​ເພດກັບ​ເດັກ​ນ້ອຍ​ຜ່ານ​ທາງ​ກ້ອງ​ຖ່າຍພາບນັ້ນ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ເຄາະ​ຮ້າຍ ເທົ່າ​ກັບ​ການ​ທຳ​ຮ້າຍ​ຮ່າງ​ກາຍ.”

​ກຸ່ມ​ດັ່ງ​ກ່າວ​ເວົ້າ​ວ່າ ໃນ​ຂະ​ນະ​ທີ່ການ​ທ່ອງ​ທ໋ຽວ​ຮ່ວມ​ເພດກັບ​ເດັນ​ນ້ອຍຜ່ານ​ທາງ​ກ້ອງ​ຖ່າຍ
ພາບ​ ໄດ້​ຖືກຫ້າມໂດຍ​ກົດໝາຍ​ຂອງ​ປະ​ເທດ​ຕ່າງໆ ​ແລະ​ກົດໝາຍ​ນາໆ​ຊາດກໍ​ຈິງ ມີ​ແຕ່ 6 ຄົນ​ເທົ່າ​ນັ້ນຢູ່​ທົ່ວ​ໂລກ​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ​ໃນ​ຄວາມ ​ຜິດ​ດັ່​ງ​ກ່າວ.

​ກຸ່ມ​ດັ່ງ​ກ່າວ​ກະ​ປະມານວ່າ ຢູ່​ໃນ​ທຸກ​ເວ​ລາ ມີພວກ​ທີ່​ຢາກ​ມີ​ເພດ​ສຳພັນ​ກັບເດັກ ນ້ອຍ​ຢູ່ 75,000 ພາ​ກັນ​ຊອກ​ຫາ​ຢູ່​ຕາມ​ເວັບ​ໄຊ.

ຈຳ​ນວນ​ເດັກ​ນ້ອຍ​ທີ່​ຖືກ​ສວຍ​ໃຊ້​ປະ​ໂຫຍດ ​ຜ່ານການ​ທາງທ່ອງທ່ຽວຮ່ວມເພດກັບເດັກນ້ອຍ
ທາງກ້ອງຖ່າຍພາບນັ້ນ ​ຈະ​ສູງ​ຂື້ນ​ເນື່ອງ​ຈາກ​ຄວາມ​ຮຽກ​ຮ້ອງ​ຂອງ ບັນ​ດານັກ​ລ່າ ແລະໃນ​ຂະນະ​ທີ່​ການ​ຊົມ​ໃຊ້ອິນ​ເຕີ​ແນັດ ມີ​ລາ​ຄາ​ຖືກ​ລົງ​ຢູ່ໃນ​ບັນ​ດາ​ປະ​ເທດກຳ​ລັງພັດທະ​ນາ ​ເຮັດ
​ໃຫ້​ການ​ສວຍ​ໃຊ້​ຜົນ​ປະ​ໂຫຍດ​ເດັກ​ນ້ອຍ ທາງ ອິນ​ເຕີ​ແນັດ​ນັ້ນ ​ມີ​ຄວາມ​ງ່າຍ​ຂື້ນ.
XS
SM
MD
LG