ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ໄບ​ເດ​ັນ ແລະ​ນາ​ຍົກ​ ສະ​ວີ​ເດັນ​ ຈະພົບ​ປະ​ກັນ​ ຢູ່​ທີ່​ທຳ​ນຽບ​ຂາວ


(ພາບ​ໃນ​ແຟມ) ທ່ານອາ​ລ ຄ​ຣິ​ສ​ເຕີ​ຊ​ສັນ (Ulf Kristersson) ນາ​ຍົກ​ສະ​ວີ​ເດັນ​ຢູ່​ທີ່​ນະ​ຄອນ​ຫລວງ​ເບີ​ລິນ​ຂອງ​ເຢຍ​ຣະ​ມັນ, ວັນ​ທີ 15 ມີ​ນາ, 2023. ທ່າ​ນຈະ​ເຂົ້າ​ໄປ​ທຳ​ນຽບ​ຂາວ​ໃນ​ວັນ​ພຸດມື້ນີ້ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ
(ພາບ​ໃນ​ແຟມ) ທ່ານອາ​ລ ຄ​ຣິ​ສ​ເຕີ​ຊ​ສັນ (Ulf Kristersson) ນາ​ຍົກ​ສະ​ວີ​ເດັນ​ຢູ່​ທີ່​ນະ​ຄອນ​ຫລວງ​ເບີ​ລິນ​ຂອງ​ເຢຍ​ຣະ​ມັນ, ວັນ​ທີ 15 ມີ​ນາ, 2023. ທ່າ​ນຈະ​ເຂົ້າ​ໄປ​ທຳ​ນຽບ​ຂາວ​ໃນ​ວັນ​ພຸດມື້ນີ້ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບ​ເດັນ ໄບ​ເດັນ ມີກຳນົດທີ່ຈະເປັນເຈົ້າພາບ ຈັດກອງປະຊຸມກັບນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ວີ​ເດັນ, ທ່ານອາ​ລ ຄ​ຣິ​ສ​ເຕີ​ຊ​ສັນ (Ulf Kristersson) ໃນວັນພຸດມື້ນີ້ ທີ່ທຳນຽບຂາວ ໃນຂະນະທີ່ຜູ້ນຳຂອງອົງການເນໂຕ້ ກຳ​ລັງກະກຽມສຳ​ລັບກອງປະຊຸມສຸດຍອດໃນລິທົວເນຍ.

ສະວີເດນ ພະຍາຍາມເຂົ້າຮ່ວມອົງການເນໂຕ້ ເຊິ່ງເປັນການເຄື່ອນໄຫວ ທີ່ກະຕຸ້ນໃຫ້ຣັດເຊຍບຸກໂຈມຕີຢູເຄຣນໃນປີກາຍນີ້. ບັນດາຜູ້ນຳຂອງອົງການເນໂຕ້ ໄດ້ໃຫ້ ການອະນຸມັດຕໍ່ການເຂົ້າເປັນສະມາຊິກຂອງສະວີເດນ ຢູ່ໃນກອງປະຊຸມສຸດຍອດ ໃນປີ 2022 ຂອງເຂົາເຈົ້າ, ແຕ່ວ່າ​ເທີກີ ແລະຮັງກາຣີ ຍັງບໍ່ທັນໃຫ້ ສັດຕະຍາບັນຕໍ່ຂໍ້ສະເໜີຂອງສະວີເດນເທື່ອ​ຢູ່ໃນຂັ້ນ​ຕອນທີ່ຈະຕ້ອງໄດ້​ຮັບ​ຄວາມເປັນເອກະສັນກັນໃນບັນດາສະມາຊິກທັງໝົດໃນປັດຈຸບັນຂອງ​ອົງ​ການ​ດັ່ງ​ກ່າວ.

ຟິນແລນໄດ້ສະໝັກເປັນ​ສະ​ມາ​ຊິກ​ພ້ອມ​ກັນກັບສະວີເດນ ແລະໄດ້​ຖືກຮັບເອົາໃຫ້ເປັນສະ​ມາ​ຊິກ​ຂອງອົງການເນໂຕ້ຢ່າງຄົບຖ້ວນໃນເດືອນເມສາຜ່ານ​ມາ.

"ປະທານາທິບໍດີ ໄບ​ເດັນ ແລະນາຍົກລັດຖະມົນຕີຄ​ຣິ​ສ​ເຕີ​ຊ​ສັນຈະທົບທວນຄືນການ ຮ່ວມມືດ້ານຄວາມໝັ້ນ​ຄົງທີ່ນັບ​ມື້​ນັບເພີ່ມຂຶ້ນຂອງພວກເຮົາ ແລະຢືນຢັນຄືນ ທ່າ​ທີ ຂອງພວກເພິ່ນວ່າສະ​ວີ​ເດັນຄວນເຂົ້າຮ່ວມອົງການເນ​ໂຕ້ໂດຍໄວເທົ່າທີ່ຈະໄວໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄສົກຂອງທຳນຽບຂາວ, ທ່ານ​ນາງ​ແຄ​ຣິນ ຊັອງ​ປີ​ແອ ກ່າວໃນຖະ ແຫຼງການສະ​ບັບ​ນຶ່ງໃນອາທິດແລ້ວນີ້.

ອ່າ​ນ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

U.S. President Joe Biden is set to host Swedish Prime Minister Ulf Kristersson for talks Wednesday at the White House as NATO leaders prepare for a summit in Lithuania.

Sweden is trying to join NATO, a move prompted by Russia’s invasion of Ukraine last year. NATO leaders gave their approval to Sweden’s accession at their 2022 summit, but Turkey and Hungary have not yet ratified Sweden’s bid in a process that must be unanimous among all current members.

Finland applied alongside Sweden and was fully accepted into NATO in April.

“President Biden and Prime Minister Kristersson will review our growing security cooperation and reaffirm their view that Sweden should join NATO as soon as possible,” White House press secretary Karine Jean-Pierre said in a statement last week.

Turkey has accused Sweden of being too lenient toward groups that Turkey considers terrorist organizations. As part of a deal struck among Turkey, Sweden and Finland, Sweden has enacted a number of reforms, including a new anti-terrorism law. NATO Secretary-General Jens Stoltenberg plans to bring the three countries together for talks on Thursday.

Jean-Pierre said Biden and Kristersson would also discuss coordination regarding China as well as address climate change and emerging technologies.

Some information for this report came from The Associated Press and Reuters

XS
SM
MD
LG