ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ໄທ​ ຕັດສິນ ຈຳຄຸກ ທ້າວ Hussein 2 ປີ 8 ເດືອນ (ວີດີໂອ)


Atris Hussein ນັກໂທດ(ກາງ)
Atris Hussein ນັກໂທດ(ກາງ)
ສານ​ຂອງ​ໄທ​ໄດ້ຕັດສິນໂທດຈໍາ​ຄຸກ 2 ປີ ​ແລະ 8 ​ເດືອນ ຕໍ່​ຊາຍ
​ສັນຊາດ Sweden ເຊື້ອສາຍ Lebanon ​ໃນ​ຖານ​ມີປຸຍ​ຫຼືຝຸ່ນ
ວິທະຍາສາດ​ໃນ​ປະລິມານ​ຫຼວງ​ຫຼາຍຢູ່​ໃນ​ຄວາມ​ຄອບ​ຄອງ​ທີ່
​ສາມາດ​ນໍາໄປ​ໃຊ້ເຮັດ​ລະ​ເບີດ​ໄດ້​ນັ້ນ.

ສານທີ່​ບາງກອກ ​ໄດ້​ຕັດສິນ​ໂທດທ້າວ Atris Hussein ​ໃນ​ວັນພຸດ
ມື້​ນີ້ ​ໃນ​ຖານຊຸກເຊື່ອງ​ທາດ ammonium nitrate ຈໍານວນ 3 ​ໂຕນ
ຊຶ່ງ​ທາດ​ດັ່ງກ່າວ ​ສາມາດນຳ​ເອົາ​ໄປໃຊ້ ທັງໃນດ້ານ ການ​ກະ​ເສດ
​ແລະເພື່ອເຮັດລະ​ເບີດ​ໄດ້ດ້ວຍນັ້ນ.

ສານ​ໄດ້​ກ່າວ​ວ່າ ຍັງ​ບໍ່​ມີ​ຫຼັກ​ຖານ​ ທີ່​ຈະໃຫ້ການ​ສະໜັບສະໜຸນ
​ຕໍ່​ການ​ກ່າວ​ອ້າງ​ຂອງ​ເຈົ້າ​ໜ້າ​ທີ່ ທີ່​ວ່າ ທ້າວ Hussein ​ມີ​ຄວາມ​ສຳພັນ​ກັບ​ກຸ່ມ Hezbollah
ຊຶ່ງ​ເປັນກຸ່ມ​ຫົວ​ຮຸນ​ແຮງ​ຂອງ​ເລ​ບາ​ນອນ.

​ໂທດຂອງ​ລາວ​ໄດ້​ຫຼຸດລົ​ງມາ​ຈາກ 4 ປີ ​ເພາະ​ລາວ​ໄດ້​ຮ່ວມ​ມື​ກັບ​ທາງ​ການ​ເປັນ​ຢ່າງ​ດີ.

ຊາຍ​ໄວ 49 ປີຄົນ​ນີ້ ​ໄດ້​ຖືກ​ຈັບ​ກຸມ​ທີ່ສະໜາມ​ບິນ​ກຸງ​ເທບ ​ໃນ​ເດືອ​ງມັງກອນ 2012 ບໍ່​ດົນ
ຫຼັງ​ຈາກ​ທີ່​ທາງ​ສະຫະລັດ ​ໄດ້​ອອກຄຳ​ເຕືອນ​ກ່ຽວ​ກັບ​ການກໍ່​ການ​ຮ້າຍຢູ່ຕາມ​ສະຖານ​ທີ່​
ທ່ອງ​ທ່ຽວ ຕ່າງໆ ໃນນະຄອນຫຼວງ​ຂອງ​ປະ​ເທດໄທ​. ​ເຈົ້າໜ້າ​ທີ່ Israel ຍັງ​ໄດ້​ເຕືອນ
ກ່ຽວ​ກັບ​ການ​ໂຈມ​ຕີ​ທີ່​ອາດ​ເກີດ​ຂຶ້ນ​ ຈາກກຸ່ມ Hezbollah ນຳ​ດ້ວຍ.

ທ້າວ Hussein ຜູ້​ຊຶ່ງ​ປະ​ຕິ​ເສດ​ໃນ​ຂໍ້​ກ່າວ​ຫາ​ຕໍ່​ລາວ ​ໄດ້​ໂອບ​ກອດ​ພັນ​ລະ​ຍາ​ຂອງ​ລາວ
​ແລະ​ໄດ້​ກ່າວ​ຕໍ່ບັນດາ​ພວກ​ນັກ​ຂ່າວ​ວ່າ “ລາວມີ​ຄວາມ​ດີ​ໃຈ” ລຸນ​ຫລັງ​ທີ່​ມີ​ການ​ຕັດສິນ
​ດັ່ງກ່າວ​.​ ທະນາຍຄວາມ​ຂອງ​ທ້າວ Hussein ກ່າວ​ວ່າ ລາວ​ຈະ​ຂໍ​ອຸທອນ​ຕໍ່​ຄຳ​ຕັດສິນ
​ໃນ​ຄັ້ງນີ້.

​ໃນ​ເດືອນ​ແລ້ວ​ ຊາວ​ອີຣ່ານ 2 ຄົນ ກໍ​ໄດ້ຖືກ​ລົງ​ໂທດຈໍາ​ຄຸກ 15 ປີ ​ແລະຕະຫຼອດ​ຊີວິດ
ໃນ​ການ ​ມີ​ສ່ວນພົວພັນ ກັບ​ການວາງ​ລະ​ເບີດ ​ໃນ​ເດືອນ​ກຸມພາ 2012 ຜ່ານ​ມາ​.

​ທາງ​ການ Israel ​ແລະ​ໄທ ກ່າວ​ວ່າ ດິນລະ​ເບີດ​ດັ່ງກ່າວ​ ແມ່ນພາກສ່ວນ​ນຶ່ງ​ໃນ​ການ
ວາງ​ແຜນ ​ໂຈມ​ຕີ​ກໍ່​ການ​ຮ້າຍ ຕໍ່ຕ້ານ​ເຈົ້າໜ້າ​ທີ່ການ​ທູດ​ຂອງ Israel. ຕໍາຫຼວດ​ໄປ
​ກ່າວ​ວ່າ 2 ຄະດີ​ນີ້ ບໍ່​ມີ​ສ່ວນ​ພົວພັນ​ກັນ​ແຕ່​ຢ່າງ​ໃດ. ​

THAILAND CRIME VO.mov
please wait
Embed

No media source currently available

0:00 0:00:49 0:00
XS
SM
MD
LG