ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກຕໍ່ຕ້ານ ຄົນເຂົ້າເມືອງຂອງ ສວີເດັນ ໄດ້ຮັບຄວາມນິຍົມ ຫຼາຍຂຶ້ນ


ປະຊາຊົນເລືອກເຈ້ຍປ່ອນບັດ ຢູ່ສະຖານທີ່ເລືອກຕັ້ງ ໃນລະ
ຫວ່າງການເລືອກຕັ້ງທົ່ວໄປທີ່ນະຄອນຫຼວງ ສຕັອກໂຮມ, ປະ
ເທດ ສວີເດັນ. 9 ກັນຍາ, 2018.
ປະຊາຊົນເລືອກເຈ້ຍປ່ອນບັດ ຢູ່ສະຖານທີ່ເລືອກຕັ້ງ ໃນລະ ຫວ່າງການເລືອກຕັ້ງທົ່ວໄປທີ່ນະຄອນຫຼວງ ສຕັອກໂຮມ, ປະ ເທດ ສວີເດັນ. 9 ກັນຍາ, 2018.

ປະຊາຊົນ ສວີເດັນ ຜູ້ມີສິດປ່ອນບັດ ພວມພາກັນໄປຍັງໜ່ວຍເລືອກຕັ້ງ ໃນວັນອາທິດ
ມື້ນີ້ ເພື່ອລົງຄະແນນສຽງເອົາຜູ້ແທນຂອງຕົນ ຊຶ່ງອາດພາໃຫ້ມີການປ່ຽນແປງຊື່ສຽງ
ຂອງປະເທດໃນເຂດ ສແກນດີເນເວຍ ທີ່ມີຊື່ສຽງເປັນທີ່ໝັ້ນຂອງເສລີພາບນັ້ນ.

ພວກຕໍ່ຕ້ານຄົນເຂົ້າເມືອງ ສວີເດັນ ເດໂມແຄຣັດ ຊຶ່ງເປັນພວກທີ່ຢາກໃຫ້ປະເທດຂອງ
ຕົນອອກຈາກສະຫະພາບ ຢູໂຣບ ແລະ ບໍ່ໃຫ້ຮັບເອົາຄົນເຂົ້າເມືອງມາອີກນັ້ນ ຫວັງວ່າ
ຈະໄດ້ເປັນພັກທີ່ໃຫຍ່ທີ່ສຸດຂອງປະເທດ.

ທ່ານ ຈິມມີ ອາແກັສສັນ (Jimmy Akesson) ຜູ້ນຳຝ່າຍເດໂມແຄຣັດ ຂອງ ສວີເດັນ
ໄດ້ບອກພວກໄປລົງຄະແນນສຽງໃນວັນເສົາວານນີ້ວ່າ “ມັນຈຳເປັນຈະຕ້ອງໄດ້ມີຄວາມ
ຮັດແໜ້ນ, ຄວາມຮັບຜິດຊອບ” ໃນດ້ານນະໂຍບາຍຄົນເຂົ້າເມືອງ ເພື່ອເຮັດໃຫ້ມີ
“ບ່ອນຫາຍໃຈ” ໃນ ສວີເດັນ.

ໃນທີ່ຊຸມນຸມໃນວັນເສົາວານນີ້ ນາຍົກ ສເຕຟານ ລັອຟແວນ ໄດ້ເຕືອນວ່າ “ພວກກຽດ
ຊັງຜູ້ຄົນ ກຳລັງທຳການປຸກລະດົມຢູ່ໃນ ສວີເດັນ ແລະ ເຮັດໃຫ້ຜູ້ນັ້ນຊັງຜູ້ນີ້ຢູ່ ... ພວກ
ເຮົາຈະຕ້ອງຕ້ານຢັນ. ພວກເຮົາຈະຕ້ອງລຸກຂຶ້ນຕໍ່ສູ້ເພື່ອຄວາມສະເໝີພາບ.”

ເຊັ່ນດຽວກັນກັບ ຢຸໂຣບ ສ່ວນໃຫຍ່, ສວີເດັນ ກໍໄດ້ມີການລັ່ງໄຫຼເຂົ້າໄປຢ່າງໃຫຍ່ ຂອງ
ພວກຂໍລີ້ໄພ ຊຶ່ງສ່ວນຫຼາຍ ກໍແມ່ນໄປຈາກພາກຕາເວັນອອກກາງ, ເອເຊຍໃຕ້ ແລະ
ອາຟຣິກາ.

ການລັ່ງໄຫຼເຂົ້າໄປໃນ ສວີເດັນ ຈຳນວນ 163,000 ຄົນ ຂອງພວກຂໍລີ້ໄພ ໃນປີ 2015
ໄດ້ປ່ຽນແປງແນວຄິດ ຂອງພວກລົງຄະແນນສຽງ ທັງໄດ້ສ້າງຄວາມບໍ່ສະດວກສະບາຍ
ທາງດ້ານການເມືອງນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG