ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະວີເດັນ ຈະປະຕິເສດ ບໍ່ຮັບ ພວກຂໍລີ້ໄພ ຈາກສົງຄາມ ຫຼາຍສິບພັນຄົນ


ຕຳຫຼວດຄົນໜຶ່ງຢືນເຝົ້າໃນຂະນະທີຜູ້ຍົກຍ້າຍຖິ່ນຖານ ເດີນທາງໄປຮອດສະຖານີລົດໄຟ Hyllie ນອກເມືອງ Malmo ປະເທດ ສະວີເດັນ. 19 ພະຈິກ, 2015.
ຕຳຫຼວດຄົນໜຶ່ງຢືນເຝົ້າໃນຂະນະທີຜູ້ຍົກຍ້າຍຖິ່ນຖານ ເດີນທາງໄປຮອດສະຖານີລົດໄຟ Hyllie ນອກເມືອງ Malmo ປະເທດ ສະວີເດັນ. 19 ພະຈິກ, 2015.

ປະເທດ ສະວີເດັນ ກ່າວວ່າ ຕົນກຳລັງກຽມພ້ອມທີ່ຈະເນລະເທດຜູ້ ຂໍລີ້ໄພ ປະມານ 80,000 ຄົນທີ່ເດີນທາງເຂົ້າປະເທດໃນຄື້ນອົບພະ ຍົບທີ່ໃຫຍ່ທີສຸດເປັນປະຫວັດ​ການເມື່ອປີກາຍນີ້.

ຕົວເລກດັ່ງກ່າວແມ່ນເຄິ່ງໜຶ່ງຂອງອົບພະຍົບ 163,000 ຄົນ​ທີ່​ໄດ້​ຫຼົບໜີຈາກ ສົງຄາມໃນປະເທດ ຊີເຣຍ, ອີຣັກ ແລະອັຟການິສຖານ ເຂົ້າໃນປະເທດ ສະວີເດັນ. ລັດຖະມົນຕີກະຊວງພາຍໃນ ທ່ານ Anders Ygeman ໄດ້ກ່າວຕໍ່ໜັງສືພິມ ສະວີເດັນ ໃນວັນພະຫັດມື້ ນີ້ວ່າ ພວກອົບພະຍົບຈະຖືກຂັບໄລ່ອອກຈາກປະເທດ ເພາະວ່າ ໃບສະໝັກຂໍລີ້ໄພຂອງພວກເຂົາເຈົ້າໄດ້ຖືກປະຕິເສດ. ຜູ້ສະໝັກ ທີ່ຖືກ ປະຕິເສດນັ້ນຈະສາມາດເດີນທາງອອກຈາກ ປະເທດໂດຍ ສະໝັກໃຈ, ຫຼື ຖືກບັງຄັບໃຫ້ເດີນທາງກັບຄືນບ້ານ.

ປະເທດ ສະວີເດັນ ໄດ້ເປັນໝາຍປາຍທາງລະດັບຕົ້ນສຳລັບພວກອົບພະຍົບຍ້ອນ ນະໂຍບາຍ ການເປີດເຂດຊາຍແດນຂອງພວກເຂົາເຈົ້າທີ່ມີມາດົນນານ. ແຕ່ວ່າ ອົບພະຍົບທີ່ມີຈຳນວນ ຫຼວງຫຼາຍ ໄດ້ບັງຄັບໃຫ້ Stockholm ຕ້ອງກຳນົດການ ຄວບຄຸມເຂດຊາຍແດນ ແລະ ກວດ ກາບັດປະຈຳຕົວຂອງຄົນທີ່ເດີນທາງຮອດ ປະເທດ.

ໃນຂະນະດຽວກັນ, ສົບຂອງຜູ້ຍົກຍ້າຍຖິ່ນຖານ 18 ຄົນທີ່ຈົມນ້ຳຕາຍເມື່ອເຮືອຂອງພວກເຂົາ ເຈົ້າໄດ້ຫຼົ້ມ ແມ່ນຖືກເກັບກູ້ຂຶ້ນມາໄດ້ໃນວັນພະຫັດມື້ ນີ້ ຢູ່ນອກຊາຍຝັ່ງເກາະ Samos ຂອງ ປະເທດ ກຣິສ. ບັນດາເຈົ້າໜ້າທີ່ກ່າວວ່າມີ 10 ຄົນໄດ້ຖືກຊ່ວຍເຫຼືອຂຶ້ນມາ. ໂດຍຄົນທີ່ເສຍ ຊີວິດສ່ວນໃຫຍ່ນັ້ນແມ່ນເດັກນ້ອຍ.

ສົບຂອງຜູ້ຍົກຍ້າຍຖິ່ນຖານ 7 ຄົນ, ໃນນັ້ນແມ່ນເດັກນ້ອຍ 2 ຄົນ ໄດ້ຖືກເກັບກູ້ຂຶ້ນຝັ່ງ ໃນວັນ ພຸດວານນີ້ ຫຼັງຈາກເຮືອຂອງພວກເຂົາເຈົ້າໄດ້ຫຼົ້ມຢູ່ນອກເກາະ Kos.

ປະຊາຊົນຫຼາຍກວ່າ 1 ລ້ານຄົນ ຈາກປະເທດທີ່ປະສົບ​ໄພສົງຄາມໄດ້ຫຼັ່ງໄຫຼເຂົ້າ​ໄປໃນທະວີບ ຢູໂຣບ ໃນປີກາຍນີ້, ເຮັດໃຫ້ທະວີບດັ່ງກ່າວຕົກຢູ່ໃນວິກິດການ ຜູ້ຍົກຍ້າຍຖິ່ນຖານທີ່ຮ້າຍແຮງ ທີ່ສຸດ ນັບຕັ້ງແຕ່ສົງ ຄາມໂລກຄັ້ງທີ 2 ເປັນຕົ້ນມາ. ຄົນສ່ວນໃຫຍ່ໄດ້ເດີນທາງເຂົ້າປະເທດ ກຣິສ ຫຼັງຈາກທຳການເດີນທາງທີ່​ເປັນອັນຕະລາຍຈາກປະເທດ ເທີກີ ຜ່ານທະເລ Aegean.

XS
SM
MD
LG