ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສວີເດັນຈັບ 4 ຄົນ ທີ່ຕ້ອງສົງໃສວາງແຜນ ທໍາການໂຈມຕີກໍ່ການຮ້າຍ


ສະພານ Alvsborgsborn ແລະຕຶກ Roda Sten ບ່ອນສະແດງສິນລະປະ ທີ່ເມືອງ Gothenburg ປະເທດສະວີເດັນ
ສະພານ Alvsborgsborn ແລະຕຶກ Roda Sten ບ່ອນສະແດງສິນລະປະ ທີ່ເມືອງ Gothenburg ປະເທດສະວີເດັນ

ທີ່​ປະ​ເທດສະວີເດັນ ຕໍາຫລວດທີ່ເມືອງ Gothenburg ທາງກໍ້າຕາເວັນຕົກສຽງໃຕ້ຂອງ ປະເທດ ກ່າວວ່າ ພວກເຂົາເຈົ້າໄດ້ຈັບກຸມສີ່ຄົນ ທີ່ຕ້ອງສົງໃສວ່າ ໄດ້ວາງແຜນທໍາການ ໂຈມຕີກໍ່ການຮ້າຍ.

ການປະກາດຂ່າວການຈັບກຸມດັ່ງກ່າວໄດ້​ມີ​ຂຶ້ນ ຫລັງຈາກມີ​ການ​ຍົກຍ້າຍປະຊາຊົນຫລາຍ ຮ້ອຍຄົນອອກຈາກຕຶກ Rodan Sten ຂອງເມືອງ Gothenburg ເມື່ອຕອນແລງວັນ ເສົາວານນີ້. ຕຶກດັ່ງກ່າວເປັນບ່ອນຈັດ ງານສະແດງສິນລະປະ ທຸກໆສອງປີ.

ພວກເຈົ້າໜ້າທີ່ປະຈໍາສູນສິນລະປະກ່າວວ່າ ຕໍາຫລວດໄດ້ສັ່ງໃຫ້ຍົກຍ້າຍພວກຄົນອອກ ຈາກຕຶກດັ່ງກ່າວ ແລະຫລັງຈາກນັ້ນ ພວກຕໍາຫລວດກໍໄດ້ກວດຄົ້ນຕຶກ.

ຕໍາຫລວດບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບພວກສີ່ຄົນທີ່ຖືກຈັບກຸມ ຫລືສະພາບການກ່ຽວ​ກັບ ການຈັບກຸມ.

ເວລານີ້ຍັງບໍ່ເປັນທີ່ແຈ້ງຂາວເທື່ອວ່າ ການຈັບກຸມທີ່​ວ່າ​ນີ້ພົວພັນກັບວັນຄົບ ຮອບສິບປີຂອງ ການໂຈມຕີສະຫະລັດອາເມຣິກາ ໂດຍພວກກໍ່ການຮ້າຍ ເມື່ອວັນທີ່ 11 ເດືອນກັນຍາ ປີ 2001 ນັ້ນຫລືບໍ່.

XS
SM
MD
LG