ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ວີ​ເດັນ ໃກ້​ຈະ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ເນ​ໂຕ້ ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ ຢູ່​ກຳ​ມາ​ທິ​ການ ​ຂອງ​ສະ​ພາ​ແຫ່ງ​ຊາດ​ເທີ​ກີ


ແຟ້ມ - ສະ​ພາ​ແຫ່ງ​ຊາດ​ເທີ​ກີ ຫຼັງ​ຈາກ​ສະ​ມາ​ຊິກ​ສະ​ພາ ລົງ​ຄະ​ແນນ​ສຽງ​ອະ​ນຸ​ມັດ​ໃຫ້​ຟິນ​ແລນ ເຂົ້າ​ເປັນ​ສະ​ມາ​ຊິກ​ເນ​ໂຕ້ ທີ່​ນະ​ຄອນ​ອັງ​ກາ​ຣາ ເມື່ອ​ວັນ​ທີ 30 ມີ​ນາ 2023, ໄດ້​ເລີມ​ການ​ພິ​ຈາ​ລະ​ນາ ເພື່ອ​ອະ​ນຸ​ມັດ​ການ​ເຂົ້າ​ຮ່ວມ​ເນ​ໂຕ້ ຂອງ​ສະ​ວີ​ເດັນ.
ແຟ້ມ - ສະ​ພາ​ແຫ່ງ​ຊາດ​ເທີ​ກີ ຫຼັງ​ຈາກ​ສະ​ມາ​ຊິກ​ສະ​ພາ ລົງ​ຄະ​ແນນ​ສຽງ​ອະ​ນຸ​ມັດ​ໃຫ້​ຟິນ​ແລນ ເຂົ້າ​ເປັນ​ສະ​ມາ​ຊິກ​ເນ​ໂຕ້ ທີ່​ນະ​ຄອນ​ອັງ​ກາ​ຣາ ເມື່ອ​ວັນ​ທີ 30 ມີ​ນາ 2023, ໄດ້​ເລີມ​ການ​ພິ​ຈາ​ລະ​ນາ ເພື່ອ​ອະ​ນຸ​ມັດ​ການ​ເຂົ້າ​ຮ່ວມ​ເນ​ໂຕ້ ຂອງ​ສະ​ວີ​ເດັນ.

ກຳ​ມາ​ທິ​ການ​ກິດ​ຈະ​ການ​ຕ່າງ​ປະ​ເທດ ​ຂອງ​ສະ​ພາ​ແຫ່ງ​ຊາດ​ເທີ​ກີ ໄດ້​ໃຫ້​ການ​ອະ​ນຸ​ມັດ ຕໍ່​ການ​ພະ​ຍາ​ຍາມ​ເຂົ້າ​ເປັນ​ສະ​ມາ​ຊິກ ຂອງ​ອົງ​ການ​ເນ​ໂຕ້ ​ໂດຍ​ສະ​ວີ​ເດັນ​ ໃນ​ວັນ​ອັງ​ຄານ​ວານນີ້ ຊຶ່ງ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ ​ໄປ​ສູ່​ການ​ຂະ​ຫຍາຍ ​ກຸ່ມ​ພັນ​ທະ​ມິດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ດັ່ງ​ກ່າວ ຫຼັງ​ຈາກ​ໄດ້​ມີ​ການ​ຊັກ​ຊ້າ​ ມາ​ເປັນ​ເວ​ລາ 19 ເດືອນ ທີ່​ອັງ​ກາ​ຣາ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການໂຍະ​ຍານ​ຜ່ອນ​ຜັນ ​ໃນ​ເລື້ອງ​ທີ່​ພົວ​ພັນ​ກັບ​ຄວາມ​ໝັ້ນ​ຄົງ ຈາກ​ສະ​ຕອກ​ໂຮມ.

ກຳ​ມາ​ທິ​ການ ທີ່​ຄວບ​ຄຸມ​ໂດຍ​ພັກ AK ຊຶ່ງ​ເປັນ​ພັກ​ລັດ​ຖະ​ບານ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເຣ​ເຊັບ ຕາຍ​ຢິບ ເອີດ​ວານ ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ ທີ່​ສະ​ວີ​ເດັນໄດ້​ເລີ້ມ​ຂຶ້ນ​ໃນ​ປີ​ກາຍນີ້ ທ່າມ​ກາງ​ທີ່​ມີ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ຫຼັງ​ຈາກ​ໄດ້​ມີ​ການ​ອະ​ພິ​ປາຍ​ກັນ ​ເປັນ​ເວ​ລາ 4 ຊົ່ວ​ໂມງ ຮວມ​ທັງ​ການ​ຫາ​ລື​ກັນ​ກ່ຽວ​ກັບ​ເລື້ອງ​ອື່ນໆ​ນຳ. ໄດ້​ມີ​ການ​ເລື່ອນ​ເວ​ລາ​ໃນ​ການ​ລົງ​ຄະ​ແນນ​ສຽງ ຫຼັງ​ຈາກ​ມີ​ການ​ອະ​ພິ​ປາຍ​ກັນ​ໃນ​ຂັ້ນ​ຕົ້ນ​ແລ້ວ.

ບາດ​ກ້າວ​ໃນ​ຂັ້ນ​ຕໍ່​ໄປ ແມ່ນ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະ​ພາ​ແຫ່ງ​ຊາດ ບ່ອນ​ທີ່​ພັກ​ຂອງ​ທ່ານ​ເອີດ​ວານກໍ​ກຳ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ​ເຊັ່ນ​ດຽວ​ກັນ. ຍັງ​ເປັນ​ທິ່​ຄາດ​ກັນ​ວ່າ ຈະ​ມີ​ການ​ຮັບ​ຮອງ​ເອົາຢູ່ທີ່ນັ້ນ ຖ້​າ​ຫາກ​ມີ​ການ​ລົງ​ຄະ​ແນນ​ສຽງ​ ພາຍ​ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ. ຫຼັງ​ຈາກນັ້ນ ທ່ານ​ເອີດ​ວານ​ກໍ​ຈະ​ເຊັນ​ໃຫ້​ເປັນ​ກົດ​ໝາຍ ຊຶ່ງ​ໄດ້​ສະ​ຫຼຸບ​ຂັ້ນ​ຕອນ ທີ່​ໄດ້​ສ້າງ​ຄວາມໂກດ​ແຄ້ນ ​ໃຫ້​ແກ່​ພັນ​ທະ​ມິດ​ຂອງ​ອັງ​ກາ​ຣາຈຳ​ນວນ​ນຶ່ງ ແລະ​ທົດ​ສອບ​ເບິ່ງ​ຄວາມ​ສຳ​ພັນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ.

ຫົວ​ໜ້າກຳ​ມາ​ທິ​ການ ທ່ານ​ຟູ​ອາດ ອົກ​ຕາຍ (Fuad Oktay) ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ຄາດ​ໝາຍ​ ສຳ​ລັບ​ການ​ລົງ​ຄະ​ແນນ​ສຽງ​ຢ່າງວ່ອງ​ໄວ​ຢູ່​ໃນ​ສະ​ພາ​ແຫ່ງ​ຊາດ ໂດຍ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ໃນ​ສະ​ພາ​ວ່າ ປະ​ທານ​ສະ​ພາ​ຈະ​ເປັນ​ຜູ້​ຕັດ​ສິນ​ໃຈ​ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG