ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ບໍ່ເຫັນດີນຳ ການຮັບຮູ້ ລັດປາແລສໄຕນ໌ ຂອງສະວີເດັນ


ນາຍົກລັດຖະມົນຕີສະ​ວີ​ເດັນ ທ່ານ Stefan Lofven ຖະແຫລງ ຕໍ່ບັນດານັກຂ່າວ ຫຼັງຈາກທີ່ ທ່ານໄດ້ຮັບເລືອກ ໃຫ້ເປັນນາຍົກ ລັດຖະມົນຕີ ຄົນໃໝ່ຂອງສະວີເດັນ ທີ່ນະຄອນຫລວງ Stockholm, ວັນທີ 2 ຕຸລາ 2014.
ນາຍົກລັດຖະມົນຕີສະ​ວີ​ເດັນ ທ່ານ Stefan Lofven ຖະແຫລງ ຕໍ່ບັນດານັກຂ່າວ ຫຼັງຈາກທີ່ ທ່ານໄດ້ຮັບເລືອກ ໃຫ້ເປັນນາຍົກ ລັດຖະມົນຕີ ຄົນໃໝ່ຂອງສະວີເດັນ ທີ່ນະຄອນຫລວງ Stockholm, ວັນທີ 2 ຕຸລາ 2014.

ສະຫະລັດ​ ກ່າວ​ວ່າ ການຮັບຮູ້ປະເທດປາແລສໄຕນ໌ ຂອງ
ລັດຖະບານໃໝ່ສະ​ວີເດັນນັ້ນ ແມ່ນ “ຍັງບໍ່ເຖິງເວລາອັນ
ຄວນເທື່ອ.”

​ໂຄສົກຍິງກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Jen Psaki
ກ່າວ​ໃນ​ວັນ​ສຸກຜ່ານ​ມານີ້ວ່າ ສະຫະລັດສະໜັບສະໜຸນການເປັນ
ປະເທດຂອງປາ​ແລ​ສ​ໄຕ​ນ໌ ​ແຕ່​ມັນ “ສາມາດ​ເປັນໄປ​ໄດ້ ກໍ​
ໂດຍ​ຜ່ານ​ຜົນ​ການ​ເຈລະຈາທີ່​ຕົກລົງ​ກັນ​ໄດ້”
ຈາກ​ທັງ​ສອງ
​ຝ່າຍເທົ່ານັ້ນ.

ທານ​ນາງ Psaki ກ່າວ​ວ່າ ຊາວອິສຣາ​ແອ​ລ ​ແລະ ປາ​ແລ​ສໄຕນ໌
ຕ້ອງ​ເປັນ​ຜູ້ “​ຕົກລົງໃນເງື່ອນໄຂຕ່າງໆ ກ່ຽວກັບວ່າເຂົາເຈົ້າຈະ​ຢູ່​ຮ່ວມ​ກັນ​ຢ່າງ​ໃດ
​ໃນ​ອະນາ​ຄົດ ​ຢູ່ໃນທັງສອງ​ປະ​ເທດນັ້ນ.”

ນາຍົກລັດຖະມົນຕີ ສະ​ວີ​ເດັນ ທ່ານ Stefan Lofven ຖະ​ແຫລ​ງຕໍ່​ສະພາ ໃນວັນສຸກຜ່ານ ມານີ້ ຢູ່ໃນ​ຄຳປາໄສ​ຮັບ​ຕຳ​ແໜ່​ງ ​ວ່າ ການ​ແກ້​ໄຂ​ບັນຫາຂັດແຍ້​ງ ລະຫວ່າງອິສຣາ​ແອລ ກັບ ປາ​ແລ​ສ​ໄຕນ໌ ​ແມ່ນຈຳ ເປັນຕ້ອງ “ມີການ​ຮັບ​ຮູ້​ຊຶ່ງກັນແລະກັນ ​ແລະ​ມີຄວາມເຕັມໃຈ​
ທີ່ຈະຢູ່​ ຮ່ວມ​ກັນ​ຢ່າງ​ສັນຕິ.”

ທ່ານ ກ່າວ​ວ່າ “​ເພາະສະ​ນັ້ນ ສະ​ວີ​ເດັນຈະຮັບ​ຮູ້ ລັດປາ​ແລ​ສ​ໄຕ​ນ໌.” ​ ແຕ່​ເຖິງ​ຢ່າງ​ໃດກໍ​ດີ ຍັງບໍ່ທັນ​ເປັນ​ທີ່​ແຈ້ງ​ຂາວເທື່ອວ່າ ​ເວລາ​ໃດ ການ​ຮັບ​ຮູ້​ຈຶ່ງຈະມີຂຶ້ນ ຢ່າງ​ເປັນ​ທາງການ.

SWEDEN PALESTINIANS SOTVO
please wait

No media source currently available

0:00 0:00:28 0:00

XS
SM
MD
LG