ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ວີ​ເດັນ ຈະ​ຄ່ອຍໆ​ຢຸດ​ເຊົາ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ​ດ້ານ​ການ​ພັດ​ທະ​ນາ ແກ່​ກຳ​ປູ​ເຈຍ ທີ່​ກໍ່​ໃຫ້​ເກີດ​ມີ​ຄວາມ​ເປ​ັນ​ຫ່ວງ​


ແຟ້ມ - ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ສວນ​ສະ​ໜາມ​ເນື່ອງ​ໃນ​ວັນ​ຄົບ​ຮອບ ການ​ເຊັນ​ຄຳ​ປະ​ກາດ​ສາ​ກົນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ຢູ່​ພະ​ນົມ​ເປັນ ເມື່ອ​ວັນ​ທີ 10 ທັນ​ວາ 2008. ກຸ່ມ​ເຫຼົ່າ​ນີ້​ຢ້ານ​ວ່າ ​ຕົນ​ຈະ​ມີ​ງົບ​ປະ​ມານ​ໜ້ອຍ​ລົງ ໃນການ​ຢຸດ​ເຊົາ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ​ຂອງ​ສະ​ວີ​ເດັນ​ໃນ​ປີ 2024.
ແຟ້ມ - ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ສວນ​ສະ​ໜາມ​ເນື່ອງ​ໃນ​ວັນ​ຄົບ​ຮອບ ການ​ເຊັນ​ຄຳ​ປະ​ກາດ​ສາ​ກົນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ຢູ່​ພະ​ນົມ​ເປັນ ເມື່ອ​ວັນ​ທີ 10 ທັນ​ວາ 2008. ກຸ່ມ​ເຫຼົ່າ​ນີ້​ຢ້ານ​ວ່າ ​ຕົນ​ຈະ​ມີ​ງົບ​ປະ​ມານ​ໜ້ອຍ​ລົງ ໃນການ​ຢຸດ​ເຊົາ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ​ຂອງ​ສະ​ວີ​ເດັນ​ໃນ​ປີ 2024.

ລັດ​ຖະ​ບານ​ສະ​ວີ​ເດັນ​ຈະ​ຄ່ອຍໆ​ຢຸດ​ເຊົາ​ໂຄງ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ພັດ​ທະ​ນາ​ສອງ​ຝ່າຍ​ກັບ​ກຳ​ປູ​ເຈຍ ພາຍ​ໃນ​ທ້າຍ​ປີນີ້ ຊຶ່ງ​ພາ​ໃຫ້​ເກີດ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ ຢູ່​ໃນ​ບັນ​ດາ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ທີ່​ມີ​ທ່າ​ທາງວ່າ​ ງົບ​ປະ​ມານ​ຂອງ​ພວກ​ເຂົາ​ເຈົ້າ​ຈະ​ຄ່ອຍໆ​ຫຼຸດ​ລົງ.

ໃນ​ປີ 2023 ລັດ​ຖະ​ບານ​ສະ​ວີ​ເດັນ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ ​ປະ​ມານ 17 ລ້ານ​ໂດ​ລາ ໃຫ້​ແກ່​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ຢູ່​ໃນ​ປະ​ເທດ​ກຳ​ປູ​ເຈຍ ໂດຍ​ແນ​ໃສ່​ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ ປະ​ຊາ​ທະ​ປະ​ໄຕ ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ອີງ​ຕາມ​ຂໍ້​ມູນ​ທີ່​ໄດ້​ຮັບ​ ຈາກ​ອົງ​ການການຮ່ວມ​ມືໃນ​ການ​ພັດ​ທະ​ນາ​ລະ​ຫວ່າງ​ປະ​ເທດ​ຂອງ​ສະ​ວີ​ເດັນ ຫຼື SIDA.

ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ວີ​ເດັນ ໄດ້​ຊີ້​ໃຫ້​ເຫັນ​ວ່າ ສົງ​ຄາມ​ໃນ​ຢູ​ເຄ​ຣນ​ກຳ​ລັງ​ບັງ​ຄັບ​ໃຫ້​ປະ​ເທດ​ດັ່ງ​ກ່າວ ເພັ່ງ​ເລັງ​ຄືນ​ໃໝ່ ​ໃນ​ການ​ໃຫ້​ຄວາມ​ເຫຼືອ​ແກ່​ຕ່າງ​ປະ​ເທດ ເວ​ລາ​ສະ​ວີ​ເດັນ​ໄດ້ປະ​ກາດ​ເມື່ອ​ເດືອນ​ທັນ​ວາ​ທີ່​ແລ້ວ ແຕ່​ການ​ຕັດ​ສິນ​ໃຈ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ໃຫ້​ການ​ບໍ​ລິ​ຈາກ​ໄດ້​ຕ້ອງ​ຕິ​ໃນ​ການ​ກ້າວ​ຖອຍ​ຫຼັງ​ຂອງ​ປະ​ຊາ​ທິ​ປະ​ໄຕ​ຢູ່​ໃນ​ປະ​ເທດ​ກຳ​ປູ​ເຈ​ຍ ໃນ​ຮອບ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

“ລັດ​ຖະ​ບານ​ສະ​ວີ​ເດັນ​ຕ້ອງ​ການ​ຢາກ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດ​ທະ​ນາ​ຂອງ​ສະ​ວີ​ເດັນ ຖືກ​ນຳ​ໃຊ້​ແບບ​ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້ ແລະ​ຖືກ​ນຳ​ໃຊ້​ຢູ່​ໃນ​ບ່ອນ​ທີ່​ມັນ​ສາ​ມາດ​ສ້າງ​ຄວາມ​ດີ​ໄດ້​ຫຼາຍ​ທີ່​ສຸດ. ຊັບ​ພະ​ຍາ​ກອນ​ທີ່​ມີ​ຢູ່​ຢ່າງ​ຈຳ​ກັດ​ແລະ​ຄວາມ​ຕ້ອງ​ການ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ແມ່ນ​ໝາຍ​ຄວາມ​ວ່​າ ລັດ​ຖະ​ບານ​ຈຳ​ເປັນ​ຕ້ອງ​ໄດ້​ຕັ້ງ​ບູ​ລິ​ມະ​ສິດ​ທີ່​ຫຍຸ້ງ​ຍາກ ແຕ່​ກໍ​ມີ​ຄວາມ​ຈຳ​ເປັນ ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ພັ​ດ​ທະ​ນາ​ຂອງ​ສະ​ວີ​ເດັນ” ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ຂະ​ແມ ຜ່ານ​ທາງ​ອີ​ແມ​ລ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມານີ້.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG